Vientiane Times Lao

ລັດຖະບານຍິນດີໃຫ້ການຊ່ວຍເຫຼືອດ້ານອຸປະກອນການແພດເພື່ອປ້ອງກັນ COVID-19 ໃນໂຮງຮຽນ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19) ພ້ອມໃຫ້ການຊ່ວຍເຫຼືອດ້ານອຸປະກອນເຊັ່ນ: ສະບູ-ເຈວລ້າງມື, ເຄື່່ອງກວດອຸນຫະພູມ ແລະ ຜ້າປິດປາກ-ດັງ ໃຫ້ກັບບັນດາໂຮງຮຽນທີ່ມີຄວາມຕ້ອງການເພື່ອປ້ອງກັນການຕິດເຊື້ອພະຍາດັ່ງກ່າວ. ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໃຫ້ສຳພາດກັບນັກຂ່າວວຽງຈັນທາຍ ໃນວັນທີ…

ໂຄງການລາວແຟຊັ້ນວີກ ອາດເລື່ອນຖ້າຍັງມີການລະບາດຂອງ COVID-19

ໂຄງການລາວແຟຊັ້ນວີກ ອາດເລື່ອນຖ້າສະພາບການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019 ຍັງທະວີຄວາມຮຸນແຮງໃນປະເທດຕ່າງໆ. ນາງ ປານີ ໄຊຍະວົງ ຜູ້ກໍ່ຕັ້ງໂຄງການລາວ ແຟຊັ້ນວີກ ໄດ້ໃຫ້ສຳພາດໃນວັນທີ 12 ມີນາ ທີ່ຜ່ານມາວ່າ ຕາມແຜນປົກກະຕິຂອງໂຄງການແລ້ວແມ່ນຈະໄດ້ຈັດໃນອາທີດທີສອງຂອງເດືອນກັນຍາ ສ່ວນສະຖານທີ່ຈະແຈ້ງອີກເທື່ອໝຶ່ງເພາະໂຄງການດັ່ງກ່າວແມ່ນຈະຈັດໃຫຍ່ຂຶ້ນໃນທຸກໆປີ ເພື່ອສົ່ງເສີມນັກອອກແບບທັງພາຍໃນ ແລະ ຕ່າງປະເທດ ນຳເອົາເສື້ອຜ້າທີ່ຂະເຈົ້າອອກແບບມາສະແດງໃນເວທີດັ່ງກ່າວ ແຕ່ຍ້ອນປະຈຸບັນກຳລັງມີການລະບາດຂອງເຊື້ອພະຍາດດັ່ງກ່າວໃນຫຼາຍປະເທດ…

​ແຂ່ງຂັນສຽງ​ແຄນ​ລາ​ວເພື່ອຄໍານັບ​ຮັບ​ຕ້ອນວັນ​ສຳຄັນ​ຕ່າງໆຂອງພັກ-​ຂອງ​ຊາດ

ການ​ຄັດ​ເລືອກ​ຄັ້ງທີໜຶ່ງ​ຂອງ​ງານ​ແຂ່ງຂັນ​ສຽງ​ແຄນ​ເຊື້ອຊາດ​ລາວ​ກັບ​ຮຸ່ນ​ສືບ​ທອດ 9 ຕົວ​ເມືອງ ​ໃນ​ນະຄອນ​ຫຼວງ​ວຽງ​ຈັນ ​ໄດ້​ຈັດ​ຂຶ້ນ​ໃນ ​ວັນ​ພຸດ ວັນ​ທີ 11 ມີນາ ທີ່ຜ່ານມາ ຢູ່ທີ່ສະຖານີ​​​​ໂທລະພາບ​ແຫ່ງ​ຊາດ​ລາວ. ທ່ານ ບຸນ​ເຈົ້າ ພິຈິດ ຜູ້ອຳນວຍການ​ໂທລະພາບ​ແຫ່ງ​ຊາດ​ລາວ ​ແລະ ​ໄດ້ເປັນປະທານ​ໃນ​ພິທີ​ເປີດງານ​ໄດ້​ກ່າວ​ວ່າ: ຈຸດປະສົງ​ຂອງ​ການ​ແຂ່ງຂັນ​ດັ່ງກ່າວ​​ແມ່ນ​ເພື່ອ​ເປັນ​ການ​ກະ​ຕຸ້ນ, ຊຸກ​ຍູ້, ສົ່ງ​ເສີມ…

ລັດຖະບານຮຽກຮ້ອງທຸກຄົນບໍ່ໃຫ້ໄປປະເທດທີ່ມີການລະບາດຂອງ ໂຄວິດ-19

ກະຊວງສາທາລະນະສຸກໄດ້ອອກມາຮຽກ ຮ້ອງໃຫ້ປະຊາຊົນລາວ ທຸກຄົນຫຼີກເວັ້ນການເດີນທາງໄປປະເທດ ທີ່ມີການແຜ່ລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19) ຖ້າບໍ່ຈໍາເປັນ, ພາຍຫຼັງພະຍາດດັ່ງກ່າວມີຄວາມຮຸນແຮງ ແລະ ​ແຜ່​ລາມ​ໄປ​ຫຼາຍ​ປະເທດ. ດຣ ລັດຕະນະໄຊ ເພັດສຸວັນ, ຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໄດ້ແຈ້ງໃຫ້ຮູ້ວ່າ: ທຸກຄົນຄວນຫຼີກເວັ້ນການເດີນທາງໄປປະເທດທີ່ມີການແຜ່ລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019. ຖ້າຈໍາເປັນໄປປະເທດດັ່ງກ່າວ, ເມື່ອກັບມາປະເທດຂອງຕົນແລ້ວຄວນໄປພົບເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອກວດສຸຂະພາບ…

ລັດຖະບານຕົກລົງເລື່ອນກອງ​ປະ​ຊຸມຜູ້​ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ກອງ​ປະ​ຊຸມ​ສຸດຍອດອື່ນໆ

ອີງຕາມແຈ້ງການຂອງກະຊວງການຕ່າງປະເທດ ໃນມື້ນີ້ ໃຫ້ຮູ້ວ່າ: ລັດ​ຖະ​ບານ ແຫ່ງ ສ​ປ​ປ ລາວ ​ໄດ້​ຕົກ​ລົງເລື່ອນກອງ​ປະ​ຊຸມຜູ້​ນຳປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 3, ກອງ​ປະ​ຊຸມ​ສຸດຍອດ ACMECS ຄັ້ງ​ທີ 9, ກອງ​ປະ​ຊຸມ​ສຸດຍອດ CLMV ຄັ້ງ​ທີ 10 ແລະ ກອງ​ປະ​ຊຸມ​ສຸດຍອດ…

ເຈົ້າຂອງຫົວໜ່ວຍທຸລະກິດ ຄວນປ້ອງກັນພະນັກງານ-ກໍາມະກອນຂອງຕົນຈາກ COVID-19

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກແຈ້ງການດ່ວນໃນບໍ່ດົນມານີ້ເຖິງຫົວໜ່ວຍທຸລະກິດ, ຜູ້ໃຊ້ແຮງງານ, ຜູ້ອອກແຮງງານລາວ ແລະ ຕ່າງປະເທດທີ່ເຮັດວຽກຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ໃຫ້ປະຕິບັດມາດຕະການຄວບຄຸມ ແລະ ໂຕ້ຕອບການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ຢ່າງເຂັ້ມງວດ. ແຈ້ງການໄດ້ລະບຸໄວ້ວ່າ: ໃຫ້ຫົວໜ່ວຍທຸລະກິດ ຫຼື ຜູ້ໃຊ້ແຮງງານຕ້ອງສະໜອງສິ່ງອຳນວຍຄວາມສະດວກທາງດ້ານອຸປະກອນປ້ອງກັນການແຜ່ລະບາດຂອງພະຍາດ…

ສປປ ລາວ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອຈຸລະໂລກສາຍພັນໃໝ່ 2019

ທ່ານ ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະ ນະສຸກໄດ້ຈັດພິທີຖະແຫຼງຂ່າວ ມື້ວານນີ້ວັນທີ 12 ມີນາ 2020 ທີ່ກະຊວງສາທາລະນະສຸກ ເພື່ອລາຍງານສະພາບການລະບາດຂອງພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ 2019 ( COVID-19) ​ແລະ ການກຽມຄວາມພ້ອມຂອງກະຊວງສາທາລະນະສຸກວ່າ: ປັດຈຸບັນທົ່ວໂລກມີລາຍງານກໍລະນີມີຜູ້ຕິດເຊື້ອພະຍາດດັ່ງກ່າວ…

ຍົກເລີກແຜນການຈັດໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດ

ຄະນະຊີ້ນຳລະດັບຊາດກ່ຽວກັບການສະເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດ ປະຈຳປີ 2020 ໄດ້ປະກາດຍົກເລີກແຜນການຈັດໂຮມຊຸມນຸມໃຫຍ່ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 20 ມີນາ (ຕາມແຜນເບື້ອງຕົ້ນ), ພ້ອມທັງສະເໜີຄະນະພັກ, ອຳນາດການປົກຄອງທຸກລະດັບຍົກເລີກທຸກແຜນການທີ່ພົວພັນເຖິງການຈັດກິດຈະກຳທີ່ມີການເຕົ້າໂຮມຄົນຈຳນວນຫຼາຍເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກຄົບຮອບ 65 ປີ. ການຍົກເລີກດັ່ງກ່າວແມ່ນປະກາດ ໃນໂອກາດທີ່ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ,…

ດ່ວນ! ແຂວງຫົວພັນ ປິດດ່ານຊົ່ວຄາວ 10 ດ່ານ

ຫ້ອງວ່າການແຂວງ ຫົວພັນ ໄດ້ອອກແຈ້ງການ ໃຫ້ບັນດາເຈົ້າເມືອງ 10 ເມືອງ ໃນທົ່ວແຂວງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ຊາບວ່າ: ໃນວັນທີ 12 ມີນາ 2020 ແມ່ນຈະເລີ່ມປິດບັນດາດ່ານເຂົ້າ-ອອກປະເທດຊົ່ວຄາວ, ຈຳນວນ 10 ດ່ານ ເພີື່ອປອ້ງກັນ ແລະ…

ເປີດຝຶກອົມຮົມຕັດຫຍິບໃຫ້ລ້າ ສໍາລັບນັກຮຽນທີ່ມີຖານະທຸກຍາກ ແລະ ເປັນຊົນເຜົ່າ

ວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ແຈ້ງໃຫ້ຮູ້ວ່າ: ຈະເລີ່ມເປີດຝຶກອົມຮົມສາຂາຕັດຫຍິບ ລະດັບ 1 (C1) ໂດຍບໍ່ເສຍຄ່າ ນັບແຕ່ວັນທີ 24 ມີນາ ນີ້ເປັນຕົ້ນໄປ ຫຼັງຈາກເປີດຮັບສະໜັກ ນັບແຕ່ວັນທີ 11 ຫາ 13 ມີນາ 2020. ການຝຶກອົບຮົມດັ່ງກ່າວຈະເປັນໄລຍະສັ້ນ…