Vientiane Times Lao

ສະຫະພັນລັດເຊຍຊ່ວຍເຫຼືອສະບຽງອາຫານຜູ້ປະສົບໄພທໍາມະຊາດໃນ ສປປ ລາວ

ສະຫະພັນລັດເຊຍ ມອບສະບຽງອາຫານເພື່ອຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພທໍາມະຊາດໃນ ສປປ ລາວ ມູນຄ່າຫຼາຍກວ່າ 1 ລ້ານໂດລາສະຫະລັດ ແລະ ສະບຽງອາຫານດັ່ງກ່າວໄດ້ມີການມອບ-ຮັບ ມື້ວານນີ້ ວັນທີ 3 ມີນາ 2020. ພິທີມອບ-ຮັບການຊ່ວຍເຫຼືອໄດ້ຈັດຂຶ້ນຢູ່ອົງການອາຫານໂລກ ເຊິ່ງມອບໂດຍ ທ່ານ ວາລາດີເມຍ ການິລີນ ເອກອັກຄະລັດຖະທູດ…

ການ​ແຜ່ລະບາດ​ຂອງ COVID-19 ອາດ​ຈະ​ເຮັດ​ໃຫ້ເສດຖະກິດລາວ ທົດ​ຖອຍໃນ​ປີ 2020

ເສດຖະກິດຂອງ ສປປ ລາວ ມີ​ຄວາມ​ເປັນ​ໄປ​ໄດ້ທີ່​ຈະ​ປະ​ເຊີນ​ກັບ​ການ​ທົດ​ຖອຍ​ຈາກການ​ຄາດ​ຄະ​ເນການ​ຂະຫຍາຍຕົວ 6.4% ມາ​ເປັນ 6% ໃນປີນີ້ ​ເນຶ່ອງຈາກອິດທິພົນການ​ແຜ່​ລະບາດ​ຂອງ​ໄວ​ຣັດໂຄ​ວິດ-19 (COVID-19) ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ​. ສປປ ລາວ ກໍ່​ເປັນ​ປະ​ເທດ​ໜຶ່ງທີ່​ກຳລັງໄດ້​ຮັບ​ໄພ​ຂົ່ມຂູ່ຢ່າງ​ຫຼວງ​ຫຼາຍຈາກ​ພະຍາດດັ່ງກ່າວ ​ແລະ ລັດຖະບານ​ກຳລັງ​ດຳ​ເນີນ​ມາດ​ຕະການຕ່າງໆ ​ເພື່ອ​ປ້ອງ​ກັນ ​ແລະ ຕອບ​ໂຕ. ທ່ານ…

ພະຍຸຖະຫຼົ່ມເມືອງສັງທອງ ເສຍຫາຍຫຼາຍກ່ວາ 191 ລ້ານກີບ

ຫ້ອງວ່າການເມືອງສັງທອງ ໄດ້ແຈ້ງໃນວັນທີ 3 ມີນາ 2020 ໃຫ້ຊາບວ່າ: ເວລາປະມານ 17:00 ໂມງ ມື້ວານນີ້, ໄດ້ມີພະຍຸລະດູຮ້ອນພັດເຂົ້າຖະຫຼົ່ມເຂດເມືອງສັງທອງ ນະຄອນຫຼວງວຽງຈັນ ຊຶ່ງມີທັງລົມພັດແຮງ ແລະ ໝາກເຫັບຕົກສ້າງຄວາມເສຍຫາຍແກ່ບ້ານເຮືອນ, ຮ້ານຄ້າ ຂອງປະຊາຊົນ ແລະ ຕົ້ນໄມ້ຈໍານວນບໍ່ໜ້ອຍຫັກທັບເຮືອນ ແລະ…

ລັດຖະບານໄທຊ່ວຍເຫຼືອອຸປະກອນການແພດ ເພື່ອປ້ອງກັນການລະບາດຂອງພະຍາດ COVID-19 ຢູ່ລາວ

ລັດຖະບານໄທໄດ້ຊ່ວຍເຫຼືອເຈວລ້າງມື 2.040 ຕຸກ ແລະ ຖົງມືທາງການແພດ 50.000 ຄູ່ໃຫ້ ແກ່ລັດຖະບານລາວເພື່ອປະກອບສ່ວນເຂົ້າໃນການປ້ອງກັນ ແລະ ຕອບໂຕ້ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19), ຊຶ່ງພິທີມອບ-ຮັບເຄື່ອງດັ່ງກ່າວໄດ້ຈັດຂຶ້ນມື້ວັນທີ 02 ມີນາ 2020 ທີ່ ກະຊວງສາທາລະນະສຸກ ມອບໂດຍ ທ່ານ ດຳຣົງ…

ໄຈກາສະໜັບສະໜູນການພັດທະນາຄຸນນະພາບການປິ່ນປົວແບບຢືນຍົງ

ໂຄງການພັດທະນາ ແລະ ຮັບປະກັນຄຸນນະພາບວິຊາຊີບປິ່ນປົວແບບຢືນຍົງຂອງໄຈກາ (JICA) ກຳລັງມີການກະກຽມການສອບເສັງລະດັບຊາດສຳລັບພະຍາບານ ແລະ ແຜນຝຶກຫັດດ້ານຄລີນິກ ສຳລັບພະຍາບານຈົບໃໝ່ ທີ່ຈະໄດ້ຈັດຂຶ້ນໃນປີ 2020. ອີງຕາມແຫຼ່ງຂ່າວຈາກອົງການຮ່ວມມືສາກົນຢີ່ປຸ່ນ ປະຈໍາລາວ (JICA Laos) ໄດ້ແຈ້ງໃຫ້ຮູ້ວ່າ ຊ່ຽວຊານຈາກໂຄງການດັ່ງກ່າວໄດ້ໄປຢ້ຽມຢາມວິທະຍາໄລວິທະຍາສາດສຸຂະພາບ ແລະ ໂຮງໝໍແຂວງ ຈຳປາສັກ ໃນວັນອາທິດ…

ລັດຖະບານແຈ້ງໂຈະກິດຈະກໍາທີ່ມີຈໍານວນຄົນເຂົ້າຮ່ວມຫຼາຍເພື່ອປ້ອງກັນ​​ພະ­ຍາດ​ ໂຄວິດ-19

​ຄະ­ນະ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ ໂຄວິດ -19 (COVID-19) ໄດ້ອອກແຈ້ງການ ໃນມື້ວັນທີ 2 ມີນາ 2020 ນີ້ ເຖິງອໍານາດການປົກຄອງທ້ອງຖິ່ນທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ໃຫ້ໂຈະ, ເລື່ອນຊົ່ວຄາວ ແລະ…

ສປປ ລາວ ໃຫ້ຄວາມສໍາຄັນໃນການປ້ອງກັນພະຍາດ ໂຄວິດ-19

ລັດຖະບານ ໃຫ້ຄວາມສໍາຄັນໃນການປ້ອງກັນການລະບາດຂອງພະຍາດ ໂຄວິດ-19 ເນື່ອງຈາກວ່າພະຍາດດັ່ງກ່າວໄດ້ມີການລະບາດຢູ່ຫຼາຍປະເທດ. ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ມື້ນີ້ໄດ້ອອກແຈ້ງຫຼາຍສະບັບ ເພື່ອເປັນການປ້ອງກັນພະຍາດດັ່ງກ່າວບໍ່ໃຫ້ເກີດຂຶ້ນໃນ ສປປ ລາວ ເຊິ່ງແຈ້ງການສະບັບເລກທີ 001/ສພກ ລົງວັນທີ 2 ມີນາ 2020…

ຫຼາຍກວ່າ ​600 ​ຫົວໜ່ວຍທຸລະກິດສາມາດເຂົ້າເຖິງແຫຼ່ງທຶນພາຍໃຕ້ແຜນງານສ້າງຄວາມເຂັ້ມແຂງ

ຫຼາຍກວ່າ 600 ຫົວໜ່ວຍທຸລະກິດໃນ ສປປ ລາວ ສາມາດເຂົ້າເຖິງແຫຼ່ງທຶນເພື່ອນຳມາພັດທະນາ​ທຸລະກິດຂອງເຂົາເຈົ້າ ພາຍໃຕ້ໂຄງການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ​ ແລະ ​ກາງ​ ເຊິ່ງນອນໃນແຜນສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ​ ແລະ​ ກາງ (SME). ໂຄງການດັ່ງກ່າວແມ່ນເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ວັນທີ 14 ກັນຍາ​ 2018. ໃນຂະນະທີ່​ ຕົວແທນຜູ້ສະຫບັບສະຫນູນໂຄງການ,​ ຜູ້ຈັດຕັ້ງປະຕິບັດ…

ຄະນະສະເພາະກິດແຈ້ງ: ເລື່ອນການໄປປະຕິບັດວຽກງານຂອງລັດຖະກອນຢູ່ປະເທດທີ່ມີການລະບາດຂອງ ໂຄວິດ-19

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ອອກແຈ້ງການໃຫ້ພິຈາລະນາການເລື່ອນ ຫຼື ໂຈະການໄປປະຕິບັດວຽກງານຂອງພະນັກງານລັດຖະກອນຢູ່ປະເທດທີ່ມີການລະບາດຂອງພະຍາດ ໂຄວິດ-19. ອີງຕາມແຈ້ງການ ສະບັບເລກທີ 003/ສພກ ລົງວັນທີ 2 ມີນາ 2020 ຂອງຄະນະສະເພາະກິດ ດັ່ງກ່າວ ເຊິ່ງໄດ້ສະເໜີໃຫ້ພາກສ່ວນຕ່າງໆ…

ປກສ ແຂວງສະຫວັນນະເຂດ ເພີ່ມທະວີສະກັດກັ້ນການຄ້າຂາຍຢາເສບຕິດ

ປກສ ແຂວງສະຫວັນນະເຂດ ຮ່ວມກັບອຳນາດການປົກຄອງທ້ອງຖິ່ນສືບຕໍ່ເພີ່ມທະວີສະກັດກັ້ນການຄ້າຂາຍຢາເສບຕິດ ໂດຍສຸມໃສ່ເຮັດວຽກງານໂຄສະນາຜົນຮ້າຍຂອງຢາເສບຕິດ. ອີງຕາມແຫຼ່ງຂ່າວຈາກໜັງສືພິມສະຫວັນພັດທະນາ ເຊິ່ງໄດ້ລາຍງານວ່າ: ກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ແຈ້ງໃຫ້ຮູ້ວ່າ: ຢູ່ແຂວງສະຫວັນນະເຂດ ຕົວເລກຄະດີ ຄ້າຂາຍຢາເສບຕິດ ແລະ ຕົວເລກຜູ້ເສບຢາເສບຕິດເພີ່ມຂຶ້ນທຸກໆປີ ແລະ ໜ້າວິຕົກ ເຖິງແມ່ນວ່າເຈົ້າໜ້າທີ່ສະເພາະກິດຈະສຸມໃສ່ແກ້ໄຂບັນຫາດັ່ງກ່າວແລ້ວກໍ່ຕາມ. ທ່ານ…