ເມືອງວິລະບູລີ ຈະມີສວນອອກກໍາລັງກາຍເພື່ອສຸຂະພາບ
ອໍານາດການປົກຄອງເມືອງ ວິລະບູລີ ແຈ້ງໃຫ້ຮູ້ວ່າ: ສວນສຸຂະພາບວິລະບູລີແດນຄຳໃນເຂດຝາຍຫ້ວຍສະໂຄຍຢູ່ເມືອງວິລະບູລີ ແຂວງສະຫວັນນະເຂດ ຈະເລີ່ມລົງມືກໍ່ສ້າງພາຍໃນປີ 2020 ນີ້ ຊຶ່ງປັດຈຸບັນນີ້ໄດ້ສຳເລັດການສຳຫຼວດ ອອກແບບ ແລະ ເຮັດແຜນຜັງຂຶ້ນມາແລ້ວ ຊຶ່ງທາງອໍານາດການປົກຄອງເມືອງກຳລັງເຈລະຈາກັບບໍລິສັດລ້ານຊ້າງມິເນໂຣນສ໌ ເພື່ອຂໍທຶນບ້ວງກອງທຶນພັດທະນາເມືອງ. ທ່ານ ຄຳຜຸຍ ສີບຸນເຮືອງ ເຈົ້າເມືອງ ວິລະບູລີ ໄດ້ກ່າວໂດຍຫຍໍ້ກ່ຽວກັບໂຄງການກໍ່ສ້າງສວນສຸຂະພາບວິລະບູລີແດນຄຳໃນເຂດຝາຍຫ້ວຍສະໂຄຍ…

