ໃນງານບຸນສະເຫຼີມສະຫຼອງຮູບປັ້ນພະເຈົ້າໄຊເຊດຖາທິລາດ ຢູ່ທີ່ວັດພະທາດຫລວງເໜືອ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ, ນັບແຕ່ວັນທີ 21-25 ກໍລະກົດ ຈະມີພິທີທາງສາດສະໜາ ໂດຍຮັບຟັງສູດປະຣິຕະມຸງຄຸນ, ຟັງທຳມະເທດສະໜາປາຣະມີ 30 ທັດ ເສີມບຸນປາຣະມີ ຈາກພະສົງ 39 ອົງ, ໄຫວ້ພະສູດມົນ ຈະເລີນສະມາທິພາວະນາ ຟັງທຳມະເທດສະໜາ. ສະເພາະໃນຕອນເຊົ້າວັນທີ 26 ກໍລະກົດ ຈະມີພິທີຕັກບາດຖວາຍທານ ແດ່ພະສົງ 39 ອົງ.
ວັນທີ 27 ຈະເລີ່ມເຄື່ອນຍ້າຍ ແລະ ຈະຮອດແຂວງອັດຕະປືໃນວັນທີ 31 ກໍລະກົດທີ່ຈະມາເຖິງ ແລະ ຈະຍົກຂຶ້ນພະແທ່ນປະດິດສະຖານໄວ້ທີ່ອະນຸສາວະລີ ພະເຈົ້າໄຊເຊດຖາທິລາດ ບ້ານຫາດຊາຍຂາວ ເມືອງໄຊເຊດຖາ ແຂວງອັດຕະປືພ້ອມບຳເພັນກຸສົນ.
ພິທີແຫ່ຮູບປັ້ນພະເຈົ້າໄຊເຊດຖາທິລາດ, ຊ້າງ ແລະ ພະພຸດທະຮູບຈໍານວນໜຶ່ງຈາກໂຮງງານຫຼໍ່ ຂອງກົມວິຈິດສິນ ຢູ່ ບ້ານຈອມມະນີ ເມືອງໄຊເສດຖາ ໄປຍັງຫໍທຳມະສະພາ ວັດພະທາດຫລວງເໜືອ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ, ເພື່ອດຳເນີນການສະເຫລີມສະຫລອງຮູບປັ້ນດັ່ງກ່າວເປັນເວລາ 5 ວັນກ່ອນເຄື່ອນຍ້າຍໄປແຂວງອັດຕະປື ໄດ້ຈັດຂຶ້ນມື້ວານນີ້ ວັນທີ 21 ກໍລະກົດ ໂດຍມີຂະບວນຄູບາ, ອາຈານ ແລະ ພະສົງ ລວມທັງອະດີດປະທານປະເທດ ທ່ານ ຈູມມາລີ ໄຊຍະສອນ ແລະ ມວນຊົນ ເຂົ້າຮ່ວມ.
ຂ່າວ: ວຽງຈັນທາຍ

