Vientiane Times Lao

ຊາວສວນຂາດທຶນຍ້ອນໝາກໂມລົ້ນຕະຫຼາດ

ຊາວສວນຜູ້ປູກໝາກໂມຈຳນວນຫຼາຍຈົ່ມວ່າລາຄາຂອງໝາກໂມຕົກຕ່ຳຫຼາຍໃນປີນີ້ ເຮັດໃຫ້ຊາວສວນຫຼາຍຄົນຂາດທຶນ. ທ້າວ​ ຕຽງຄຳ ຊາວສວນ ຢູ່ແຂວງວຽງຈັນ ກ່າວວ່າ: ປີນີ້ລາຄາໝາກໂມຕົກຕ່ຳກວ່າປີກາຍນີ້ຫຼາຍ ເພາະບໍ່ສາມາດສົ່ງອອກໄດ້ເນື່ອງຈາກການແຜ່ລະບາດ​ຂອງພະຍາດ ໂຄວິດ-19. ໝາກໂມທີ່ຖືກສົ່ງມາຂາຍຢູ່ນະຄອນຫຼວງວຽງຈັນ ແລະ ​ແຂວງອື່ນໆ​ ໂດຍຜ່ານແມ່ຄ້າຄົນກາງແມ່ນລາຄາຖືກ. ຜູ້ປູກໝາກໂມຫຼາຍຄົນຈຶ່ງຕ້ອງໄດ້ຂົນຜົນລະປູກຂອງຕົນເອງເຂົ້າມາຂາຍ​ເອງກ່ອນທີ່ຈະເນົ່າຄາສວນ ເພື່ອບໍ່ໃຫ້ຂາດທຶນ ຫຼື ໃຫ້ຂາດທຶນໜ້ອຍທີ່ສຸດ.​ ປີກາຍນີ້ມີແມ່ຄ້າຄົນກາງໄປຊື້ເຖິງສວນໃນລາຄາ ໜ່ວຍລະ…

ຜູ້ດ້ອຍໂອກາດໃນລາວຈະໄດ້ພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ

ຜູ້ດ້ອຍໂອກາດຢູ່ ສປປ ລາວ ທີ່ມີອາຍຸລະຫວ່າງ 18-30 ປີ ທີ່ຮຽນຈົບຊັ້ນປະຖົມ ແຕ່ບໍ່ຈົບມັດທະຍົມ​ ແລະ​ ມີພາຫະນະທຽວໃນໄລຍະຝືກອົບຮົມ​ຈະມີໂອກາດພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນຫຼັງຈາກໄດ້ຮັບເຂົ້າຝືກອົບຮົມວິຊາຊີບ. ໂຄງການຝຶກອົບຮົມດັ່ງກ່າວລວມມີ 45 ທຶນ ປະກອບດ້ວຍທຶນຝຶກອົບຮົມສາຂາປຸງແຕ່ງ ​25 ​ທຶນ,​ ວິຊາການໂຮງແຮມ 20 ທຶນ ແລະ…

ງານກິລາແຫ່ງຊາດຄັ້ງທີ 11 ຈະເລື່ອນການຈັດເພື່ອປ້ອງກັນພະຍາດໂຄວິດ-19

ງານມະຫາກໍາກິລາແຫ່ງຊາດຄັ້ງທີ 11 ທີ່ມີກໍານົດຈະຈັດຂຶ້ນໃນລະຫວ່າງວັນທີ 22 ມີນາ ຫາ ວັນທີ 1 ເມສາ 2020 ທີ່ແຂວງຊຽງຂວາງ ອາດຈະເລື່ອນໄປໂດຍບໍ່ມີກໍານົດ. ອີງຕາມແຫຼ່ງຂ່າວຈາກທີມຂ່າວໜັງສືພິມ ສຶກສາ-ກິລາ ທີ່ລາຍງານໂດຍ “ຄົນຂ້າງສະໜາມ” ໃນມື້ນີ້ວ່າ ທ່ານ ນາງ ແສງເດືອນ…

ກຸ່ມບໍລິສັດ XDD ມອບເງິນຈໍານວນ 100,000 ໂດລາ ໃຫ້ແຂວງໄຊສົມບູນ

ທ່ານ ຄອນສະຫວັນ ແກ້ວມູນຕີ, ປະທານກຸ່ມບໍລິສັດ XDD ແລະ ບໍລິສັດ ໄຊສົມບູນ ການຄ້າ ແລະ ຂຸດຄົ້ນບໍ່ແຮ່ ໄດ້ມອບເງິນຈໍານວນ 100,000 ໂດລາສະຫະລັດ ໃຫ້ແຂວງໄຊສົມບູນ, ໃນວັນທີ 26 ກຸມພາ 2020 ທີ່ຫ້ອງວ່າການແຂວງໄຊສົມບູນ…

ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ສືບຕໍ່ໂຈະຊົ່ວຄາວອີກ 14 ວັນ

ຄະນະຄຸ້ມຄອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຢູ່ ແຂວງບໍ່ແກ້ວ ໄດ້ອອກແຈ້ງການມື້ວັນທີ 25 ກຸມພາ 2020 ວ່າ: ຈະສືບຕໍ່ໂຈະຊົ່ວຄາວບໍ່ໃຫ້ຄົນນອກ ເຂົ້າໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຕື່ມອີກ 14 ວັນ ເຊິ່ງເລີ່ມແຕ່ວັນທີ 26 ກຸມພາ ຫາ 10…

ແຂວງໄຊສົມບູນ ສໍາເລັດການສອບເສັງຄັດເລືອກນັກຮຽນເກັ່ງຊັ້ນປະຖົມ ແລະ ມັດທະຍົມ

ແຂວງໄຊສົມບູນ ສໍາເລັດການສອບເສັງຄັດເລືອກນັກຮຽນເກັ່ງ ໃນວັນທີ 26 ກຸມພາ ທີ່ຜ່ານມາ ໂດຍມີຈຸດປະສົງເພື່ອປັບປຸງຄຸນນະພາບການສຶກສາ ແລະ ຄັດເລືອກເອົາຕົວແທນນັກຮຽນເກັ່ງ ຂອງແຂວງ ເພື່ອເຂົ້າຮ່ວມການສອບເສັງນັກຮຽນເກັ່ງລະດັບຊາດ ທີ່ ກະຊວງສຶກສາທິການ ແລະ ກິລາ ຈະຈັດຂຶ້ນ ວັນທີ 17 ມີນາ 2020…

ມະຫາວິທະຍາໄລແຫ່ງຊາດແຕ່ງຕັ້ງຮອງອະທິການບໍດີຄົນໃໝ່

ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີປະກາດຮັບຮອງເອົາການແຕ່ງຕັ້ງຮອງອະທິການບໍດີຄົນໃໝ່, ເຊິ່ງໄດ້ຈັດຂຶ້ນໃນອາທິດຜ່ານມາ ໂດຍການເປັນປະທານຂອງ ທ່ານ ຮສ. ປອ. ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ເວັບໄຊ ຂອງມະຫາວິທະຍາໄລແຫ່ງຊາດໄດ້ ອອກຂ່າວວ່າ: ນາຍົກລັດຖະມົນຕີໄດ້ອອກດຳລັດ ແຕ່ງຕັ້ງ ທ່ານ ຮອງສາດສະດາຈານ ດຣ…

ຄູອາສາສະໝັກ, ພະນັກງານຊ່ວຍວຽກບໍລິຫານການສຶກສາ ຈຳນວນ 966 ຄົນ ຈະຖືກບັນຈຸເຂົ້າເປັນລັດຖະກອນໃໝ່ ປີ 2020

ຄູອາສາສະໝັກໃນຂອບເຂດທົ່ວປະເທດ ໂດຍສະເພາະຢຸ່ເຂດຊົນນະບົດ ເລີ່ມມີຄວາມຫວັງທີ່ຈະໄດ້ບັນຈຸເຂົ້າເປັນລັດຖະກອນຄູ ຫຼັງຈາກທີ່ກະຊວງສຶກສາທິການ ແລະ ກິລາ ແຈ້ງໃຫ້ຮູ້ວ່າ:  ສໍາລັບປີ 2020 ນີ້, ລັດຖະບານໄດ້ໃຫ້ຕົວເລກ ລັດຖະກອນຄູ ແລະ ພະນັກງານຊ່ວຍວຽກ ບໍລິຫານການສຶກສາ ຈໍານວນທັງໝົດ 966 ຄົນ ໂດຍໄດ້ແບ່ງປັນຕົວເລກດັ່ງກ່າວໄປແຕ່ລະແຂວງໃນຂອບເຂດທົ່ວປະເທດ. ນະຄອນຫຼວງວຽງຈັນ…

ລາວຮຽກຮ້ອງໃຫ້ຜູ້ປະກອບການທ່ອງທ່ຽວໂຈະການບໍລິການທ່ອງທ່ຽວໄປເຂດທີ່ມີການລະບາດຂອງ COVID-19

ທາງການລາວ ໄດ້ຮຽກຮ້ອງໃຫ້ຜູ້ປະກອບການ ທຸລະກິນທ່ອງທ່ຽວ ໃຫ້ໂຈະການບໍລິການນໍາກຸ່ມນັກທ່ອງທ່ຽວ ຈາກ ສປປ ລາວ ໄປເຂດທີ່ມີການລະບາດຂອງພະຍາດອັກເສບປອດສາຍພັນໃໝ່ (COVID-19), ໂດຍສະເພາະ ປະເທດເກົາຫລີໃຕ້. ການຮຽກຮ້ອງດັ່ງກ່າວແມ່ນສືບເນື່ອງມາຈາກຜູ້ຕິດເຊື້ອພະຍາດດັ່ງກ່າວຢູ່ ເກົາຫລີໃຕ້ ເພີ່ມຂື້ນຢ່າງຫຼວງຫຼາຍ. ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ…

ໂຄງການລົດໄຟລາວ-ຈີນຕ້ອງການພະນັກງານຫຼາຍກວ່າ 600 ຄົນ

ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ເຈົ້າຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຜູ້ຮັບຜິດຊອບການສຳຫຼວດ-ອອກແບບ, ກໍ່ສ້າງ ແລະ ດໍາເນີນການໂຄງການລົດໄຟລາວ-ຈີນ ໄດ້ຈັດພິທີເປີດຮັບສະໝັກພະນັກງານຢ່າງເປັນທາງການໃນມື້ເຊົ້າວັນທີິ 26 ກຸມພາ ນີ້ຢູ່ທີ່ສູນການຄ້າ ວຽງຈັນເຊັນເຕີ, ເຊິ່ງມີເປົ້້າໝາຍຮັບພະນັກງານ ປະມານ 600-700 ຄົນ. ຕຳແໜ່ງງານທີ່ຕ້ອງການ ລວມມີ ຄົນຂັບລົດໄຟ, ຜູ້ຄຸມການເດີນລົດ,…