ຍີ່ປຸ່ນສືບຕໍ່ຊ່ວຍຄົນພິການລາວໃນການສ້າງລາຍຮັບ
ຫວ່າງບໍ່ດົນມານີ້ ລັດຖະບານຍີ່ປຸ່ນກໍ່ຄືສະຖານທູດຍີ່ປຸ່ນປະຈຳ ສປປ ລາວໄດ້ມີການເຊັນສັນຍາມູນຄ່າຫຼາຍກວ່າ 375,000 ໂດລາສະຫະລັດ ເພື່ອສືບຕໍ່ໂຄງການສົ່ງເສີມການມີສ່ວນຮ່ວມຂອງສັງຄົມ ແລະ ກິດຈະກໍາການສ້າງລາຍຮັບສໍາລັບຄົນພິການໂດຍສະເພາະແມ່ນແມ່ຍິງພິການຢູ່ ສປປ ລາວ. ໂຄງການດັ່ງກ່າວມີເປົ້າໝາຍທີ່ຈະຊ່ວຍເຫຼືອຜູ້ພິການດັ່ງກ່າວ, ໂດຍສະເພາະແມ່ຍິງທີ່ມີໂອກາດໃນການເຮັດວຽກທີ່ຈຳກັດ ເພື່ອໃຫ້ພວກເຂົາໄດ້ສ້າງລາຍຮັບຂະໜາດນ້ອຍ ໂດຍສະມາຄົມເພື່ອຊ່ວຍເຫຼືອ ແລະ ບັນເທົາທຸກ ແຫ່ງປະເທດຍີ່ປຸ່ນ ຫຼື AAR…