ບັນຫາພົ້ນເດັ່ນໄດ້ຍົກຂຶ້ນເປັນປະເດັນສົນທະນາຢູ່ກອງປະຊຸມສຳມະນາວິທະຍາສາດ
ການປັບປຸງລະບົບການປົກຄອງທ້ອງຖິ່ນ-ຮາກຖານ, ການປະຕິຮູບຂອດບໍລິຫານລັດທີ່ກົດໜ່ວງ ຖ່ວງດຶງຕໍ່ການດຳເນີນທຸລະກິດ ແລະ ການບໍລິການຂອງປະຊາຊົນ ແລະ ບັນຫາດ້ານຈຸດພິເສດ ດ້ານທີ່ຕັ້ງ ແລະ ນະໂຍບາຍການເຊື່ອມຈອດ-ເຊື່ອມໂຍງເສດຖະກິດຂອງ ສປປ ລາວ ໄດ້ຍົກຂຶ້ນມາເປັນປະເດັນໃນການສົນທະນາກັນຢູ່ທີ່ກອງປະຊຸມສຳມະນາ ວິທະຍາສາດເພື່ອປະກອບຄຳເຫັນຕໍ່ເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 03 ມິຖຸນາ 2020…

