ສປປ ລາວ ກະກຽມຊື້ອຸປະກອນການແພດເພີ່ມເພື່ອຮັບໃຊ້ວຽກງານຕ້ານພະຍາດໂຄວິດ-19
ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ ອຸປະກອນການແພດເພື່ອຮັບໃຊ້ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຍັງບໍ່ພຽງພໍກັບຄວາມຕ້ອງການ ຊຶ່ງລັດຖະບານໄດ້ມີການເປີດຮັບຊອງປະມູນຊື້ອຸປະກອນການແພດເພື່ອຮັບໃຊ້ວຽກງານດັ່ງກ່າວ ໃນບໍ່ດົນມານີ້ຢູ່ທີ່ກະຊວງການເງິນ. ທ່ານ ດຣ ສົມພອນ ຜາງມະນີໄຊ ຫົວໜ້າກົມການເງິນ ກະຊວງສາທາລະນະສຸກ ໄດ້ກ່າວໃນພິທີເປີດຮັບຊອງປະມູນດັ່ງກ່າວວ່າ: ຜ່ານມາໄດ້ມີການຈັດຊື້ອຸປະກອນການແພດແດ່ແລ້ວຈໍານວນໜຶ່ງ…

