Vientiane Times Lao

ຜັກທີ່ນຳເຂົ້າສົ່ງຜົນກະທົບຕໍ່ການຜະລິດກະສິກຳໃນນະຄອນຫຼວງວຽງຈັນຫຼາຍໃນປະຈຸບັນ

ແຕ່ລະມື້ມີລົດກະບະປະມານ 20 ຄັນ ໄດ້ຂົນເອົາພືດຜັກ ແລະ ຜົນຜະລິດກະສີກໍາມາຈາກ ປະທດເພື່ອນບ້ານເຂົ້າມາສະໜອງຢູ່ຕະຫຼາດໃນນະຄອນຫຼວງວຽງຈັນ, ເຊິ່ງສ້າງຜົນກະທົບຕໍ່ຜູ້ປະກອບການດ້ານກະສີກໍາພາຍໃນ ແລະ ການຄຸ້ມຄອງເງິນຕາຕ່າງປະເທດ. ຊາວກະສິກອນໃນບາງເຂດໄດ້ຫຼຸດຜ່ອນ ແລະ ຢຸດການຜະລິດກະສິກຳລົງເນື່ອງຈາກ ວ່າຖ້າຝືນສືບຕໍ່ປູກ ຫຼືປູກຫຼາຍກໍ່ບໍ່ສາມາດຂາຍໄດ້ ເພາະຕະຫຼາດຕ່າງໆ ເຕັມໄປດ້ວຍສິນຄ້ານຳເຂົ້າ. ສະພາບການດັ່ງກ່າວ ອາດຈະແມ່ນສາຍເຫດໜຶ່ງທີ່ສົ່ງຜົນສະທ້ອນເຮັດໃຫ້ເງິນກີບອອ່ນຄ່າລົງຫຼາຍໃນປະຈຸບັນ ເມື່ອທຽບໃສ່ສະກຸນເງິນບາດໄທ…

ລາຄານ້ຳມັນຈະແພງຂຶ້ນໃນອະນາຄົດຢູ່ ສປປລາວ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ກໍາລັງດຳເນີນຢູ່ໃນປະຈຸບັນນີ້ວ່າ ຕາມການຄາດຄະເນ ລາຄານ້ຳມັນຢູ່ ສປປ ລາວອາດຈະສືບຕໍ່ເພິ່ມຂຶ້ນຢ່າງຫຼີກເວັ້ນບໍ່ໄດ້ໃນອະນາຄົດ. ທ່ານໄດ້ກ່າວວ່າ: ລາຄານໍ້າມັນໃນຕະຫລາດໂລກ ມີຄວາມຜັນຜວນ ຍ້ອນຄວາມບໍ່ສະຫງົບໃນເຂດຕາເວັນອອກກາງ ເຊິ່ງກະທົບໃສ່ແຫຼ່ງຜະລິດນໍ້າມັນ ແລະ ອາດມີຜົນຕໍ່ລາຄານໍ້າມັນໃນຕະຫຼາດໂລກ.…

ກອງປະຊຸມສະພາສະໄໝສາມັນເທື່ອທີ 8 ໄດ້ຮັບຮອງເອົາການແຕ່ງຕັ້ງລັດຖະມົນຕີ 2 ທ່ານ

ກອງປະຊຸມສະໄໝສາມັນ​ເທື່ອ​ທີ 8 ຂອງສະພາ​ແຫ່ງ​ຊາດ ຊຸດ​ທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການໃນມື້ເຊົ້ານີ້ ທີ 07 ພະຈິກ ແລະ ໄດ້ຮັບ ຮອງເອົາ ການແຕ່ງຕັ້ງລັດຖະມົນຕີ 2 ທ່ານ ຕາມການສະເໜີຂອງນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ…

ເຈົ້້າໜ້າທີ່ຮຽກຮ້ອງໃຫ້ຜູ້ຂັບຂີ່ຫຼີກເວັ້ນການສັນຈອນແອອັດ

ຄວາມແອອັດຂອງການສັນຈອນໃນໄລຍະບຸນນະມັດສະການພະທາດຫຼວງບໍ່ແມ່ນບັນຫາທີ່ຫາກໍ່ ເກີດຂຶ້ນໃນປີນີ້, ທາງການຈັດຕັ້ງຂັ້້ນທ້ອງຖິ່ນ, ເມືອງ ແລະ ນະຄອນຫຼວງເອງ ໄດ້ຊອກຫາທຸກ ວິທີທາງ ເພື່ອຈະແກ້ໄຂ ແຕ່ໃນທີ່ສຸດຜູ້ຂັບ ຂີ່ກໍ່ຍັງພົບພໍ້ເຫດການດັ່ງກ່າວ.  ເຈົ້້າໜ້າທີ່ຕຳຫຼວດຈະລາຈອນນະຄອນຫຼວງໄດ້ ໃຫ້ສຳພາດໃນຕອນເຊົ້້າທີ່ຜ່ານມາ 06 ພະຈິກ 2019 ວ່າ ທາງເຈົ້າໜ້າທີ່ໄດ້ວາງກຳລັງ 350 ຄົນປະຈຳ…

ບຸນທາດຫຼວງປີນີ້ເລັ່ງໃສ່ພິທີທາງສາສະໜາ

ງານນະມັດສະການບຸນພະທາດຫຼວງປີນີ້ ການນຳຂອງນະຄອນຫຼວງວຽງຈັນໄດ້ ເນັ້ນໃສ່ເລື່ອງສາສະໜາຫຼາຍກວ່າ ກິດຈະກຳອື່ນໆ. ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນະຄອນຫຼວງວຽງຈັນໄດ້ກ່າວໃນພິທີ ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈໍາປີ 2019 ໃນຕອນຄ່ຳຂອງມື້ ວານນີ້ 05 ພະຈິກ 2019 ວ່າ:…

ນາງງາມໄວໜຸ່ມລາວໄດ້ຮັບລາງວັນສື່ສັງຄົມອອນລາຍ

ນາງ ຮັນນາ ໂຣເຊັນບູມ (Hannah Rosenbloom) ເປັນຕົວແທນໄວໜຸ່ມລາວ ໄດ້ຮັບລາງວັນ ສື່ສັງຄົມອອນລາຍ (Miss Social Media 2019) ມາໃຫ້ຄົນລາວດີໃຈ ຈາກເວທີປະກວດນາງງາມເອເຊຍໂລກ (Miss Asia Global 2019) ທີ່ປະເທດອິນເດຍ ໃນອາທິດຜ່ານມາ.…

ກະ​ຊວງ​ການ​ເງິນ​ຍົກ​ລະ​ດັບ​ວຽກ​ງານ​ຄຸ້ມ​ຄອງ​ລາຍ​ຮັບ​ສ່ວຍ​ສາ​ອາ​ກອນດ້ວ​ຍ​ລະ​ບົບ​ທັນ​ສະ​ໄໝ

ກະ​ຊວງ​ການ​ເງິນ ໄດ້​ຈັດ​ຊຸດ​ອົບ​ຮົມ ຍົກ​ລະ​ດັບ​ວຽກ​ງານ​ຄຸ້ມ​ຄອງ​ລາຍ​ຮັບ​ສວຍ​ສາ​ອາ​ກອນ ດ້ວ​ຍ​ລະ​ບົບ​ທີ່​ທັນ​ສະ​ໄໝ ໃນ​ຕອນ​ເຊົ້າ​ຂອງ​ມື້​ນີ້ 04 ພະຈິກ 2019 ໂດຍ​ເຊີນ ນັກສໍາມະນາກອນ ທີ່ມາຈາກ ບັນດາແຂວງ ແລະ ບັນດາເມືອງ. ເຂົ້າຮ່ວມການຝຶກອົບ​ຮົມ​ຄັ້ງ​ນີ້ເພື່ອ​ຮຽນ​ຮູ້ການສ້າງແຜນການເກັບລາຍຮັບສ່ວຍສາອາກອນ ຜ່ານລະບົບ TaxRIS ເພື່ອສ້າງ​ຄວາມເຂັ້ມແຂງດ້ານການເງິນພາກລັດ ​ແລະ ເພື່ອຫັນວຽກງານຄຸ້ມຄອງລາຍຮັບສ່ວຍສາອາກອນໃຫ້ທັນສະໄໝເທື່ອລະກ້າວ.…

ອາຊຽນມີໂອກາດເປັນເຈົ້າພາບການແຂ່ງຂັນບານເຕະໂລກປີ 2034

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ຮ່ວມກັບບັນດາຜູ້ນຳຂອງປະເທດອາຊຽນ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນການລົງນາມບົດບັນທຶກຄວາມເຂົ້້າໃຈ ລະຫວ່າງ ເລຂາທິການໃຫຍ່ອາຊຽນ ແລະ ປະທານສະຫະພັນບານເຕະໂລກ (FIFA) ເພື່ອສົ່ງເສີມການຮ່ວມມື ແລະ ພັດທະນາຂົງເຂດບານເຕະອາຊຽນກະກຽມໃຫ້ແກ່ການເປັນເຈົ້າພາບການແຂ່ງຂັນບານເຕະໂລກ ຫຼື ຟີຟ່າ ຢູ່ໃນຂົງບັນດາປະເທດອາຊຽນ…

ລາວອາດເປັນໜຶ່ງຂອງບັນດາປະເທດທີ່ສົ່ງອອກເຂົ້າສານຫຼາຍທີ່ສຸດໃນອາຊຽນ

ນັກທຸລະກິດຈາກປະເທດມຽນມາ ໄດ້ໃຫ້ສຳພາດຕໍ່ທີມງານວຽງຈັນທາຍໃນມື້ວັນເສົາທີ 02 ພະຈິກ 2019 ທີ່ຜ່ານມາວ່າ : ສປປ ລາວ ອາດຈະເປັນໜຶ່ງຂອງບັນດາປະເທດທີ່ສົ່ງອອກເຂົ້າສານຫຼາຍທີ່ສູດໃນອາຊຽນ ຍ້ອນ ຍັງມີເນື້ອທີ່ດິນປູກເຂົ້າເປັນຈໍານວນຫຼາຍ ແລະ ຍັງອຸດົມສົມບູນບໍ່ຈຳເປັນຕ້ອງໃຊ້ສານເຄມີໃນການປູກພືດດັ່ງກ່າວ. ໃນອານາຄົດເຊື່ອວ່າ ປະເທດລາວມີຄວາມສາມາດປູກເຂົ້າເປັນສິນຄ້າເພື່ອສົ່ງອອກໄດ້ຫຼາຍກວ່າທີ່ຜ່ານມາ ແລະ ຖ້າຫາກໄດ້ຮັບການສົ່ງເສີມຢ່າງຈິງຈັງ ຈາກພາກລັດ ໂດຍການຮ່ວມມືກັບນັກລົງທຶນ…

ກວດພົບສານຟ໋ອກໂມນປົນໃນອາຫານທະເລຈໍານວນຫຼາຍຢູ່ສະຫວັນນະເຂດ

ເຈົ້າໜ້າທີ່ຕຳຫຼວດສະເພາະກິດ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດໄດ້ແຈ້ງໃຫ້ຮູ້ວ່າມື້ວານນີ້ 31 ຕຸລາ 2019 ເຈົ້າໜ້າທີ່ໄດ້ລົງກວດກາສະພາບການຊື້-ຂາຍອາຫານທະເລຢູ່ຕະຫຼາດສາມັກຄີໄຊ ແລະ ໄດ້ພົບສານຟ໋ອກໂມນ ຢູ່ໃນອາຫານດັ່ງກ່າວເປັນຈໍານວນຫຼາຍ. ທ່ານຈັນທະວົງ ລາຊາສົມບັດ ເຈົ້າໜ້າທີ່ຕຳຫຼວດສະເພາະກິດ ນະຄອນໄກສອນພົມວິຫານໄດ້ກ່າວວ່າ ອາຫານທະເລເກືອບທຸກຊະນິດ ເຊັ່ນ: ປາມຶກ, ກຸ້ງ, ຫອຍ, ປູ…