ເຈົ້າໜ້າທີ່ມອບເຄື່່ອງທີ່ຖືກລັກຄືນໃຫ້ເຈົ້າຂອງ

ເຈົ້າໜ້າທີ່ແກ້ໄຂປະກົດການຫຍໍ້ທໍ້ ແຂວງບໍລິຄໍາໄຊ ໄດ້ມອບເຄື່່ອງທີ່ຖືກລັກ ລວມມູນຄ່າ 500 ລ້ານກ່ວາກີບຄືນໃຫ້ເຈົ້າຂອງຊັບທີ່ເມືອງຄໍາເກີດ ແຂວງ ບໍລິຄໍາໄຊ ເມື່ອບໍ່ດົນມານີ້. ເຄື່ອງຂອງກາງທີ່ນໍາມາມອບຄືນໃຫ້ເຈົ້າຂອງໃນຄັ້ງນີ້ລວມມີ ໂທລະພາບ 12 ໜ່ວຍ, ສາຍໄຟຟ້າ, ອຸປະກອນໄຟຟ້າ, ສາຍທອງແດງ, ແຜ່ນທອງເຫຼືອງ ນໍ້າໜັກ 2.062 ກິໂລກຣາມ,…

ຜູ້ຊົມໃຊ້ໄຟຟ້າ ຫຼຸດ 150 kWh ລາຄາຈະຫລຸດ 50% ຖ້າທຽບກັບຜູ້ຊົມໃຊ້ເກີນ 150 kWh

ຈາກກະແສສັງຄົມທີ່ໄດ້ມີການໂຈມຕີຢ່າງໜັກໜ່ວງກ່ຽວກັບລາຄາໄຟຟ້າທີ່ແພງກ່ຽວກັບການປັບລາຄາໂຄງສ້າງໃໝ່ນີ້ໂດຍເລີ່ມແຕ່ເດືອນ ພຶດສະພາ 2020 ນີ້, ບາງຄົນກໍ່ມີຄໍາຖາມວ່າ ປະເທດລາວເປັນປະເທດ ທີ່ມີເຂື່ອນໄຟຟ້າທີ່ຜະລິດໄຟຟ້າຫຼາຍເປັນຫຍັງລາຄາຄື ແພງແທ້. ຫຼ້າສຸດ, ລັດວິສາຫະກິດໄຟຟ້າລາວ ໄດ້ອອກມາຊີ້ແຈງຜ່ານທາງໂທລະພາບແຫ່ງຊາດມື້ວານນີ້ວ່າ ຜູ້ຊົມໃຊ້ໄຟຟ້າທຸກໆຄົນ ແມ່ນໄດ້ຮັບການເກື້ອກູນຈາກລັດຖະບານແລ້ວກ່ຽວກັບການປັບປຸງໂຄງສ້າງຄາລາໄຟຟ້າໃໝ່ ທີ່ມີລາຄາດຽວ ຄື 710 ກີບ/kWh ແຕ່ວ່າຜູ້ທີ່ມີລາຍຮັບຕ່ຳທີ່ມີຈຳນວນຫຼາຍກວ່າ 80% ຂອງຜູ້ຊົມໃຊ້ໄຟ້ຟາທັງໝົດທົ່ວປະເທດ…

ແຜ່ນດິນໄຫວ 2.3 ຣິກເຕີ ຢູ່ເມືອງໄຊສະຖານ ແຂວງໄຊຍະບູລີ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານໃຫ້ຊາບໃນມື້ນີ້ວ່າ ເກີດແຜ່ນດິນໄຫວ ໃນເວລາ 04 ໂມງ 48 ນາທີ ຂອງວັນທີ 22 ພຶດສະພາ 2020 ໂດຍໄດ້ພົບສັນຍານການເກີດແຜ່ນດິນໄຫວ ຈໍານວນ 1 ຄັ້ງ ບໍລິເວນເຂດບ້ານສີໄຊທອງ, ເມືອງ…

ຜູ້ຕິດເຊື້ອໂຄວິດ-19 ທີ່ຍັງເຫຼືອ 5 ຄົນ ຈະໄດ້ສືບຕໍ່ຕິດຕາມອາການ, ເພາະຜົນກວດຍັງເປັນບວກ

ຄະນະສະເພາະກິດ ຖະແຫຼງໃຫ້ຊາບໃນຕອນບ່າຍຂອງວັນທີ 21 ພຶດສະພາ 2020 ວ່າ ມື້ວານນີ້ ໄດ້ເກັບຕົວຢ່າງມາກວດວິເຄາະເປັນຄັ້ງທີສອງຕິດຕໍ່ກັນພາຍໃນ 24 ຊົ່ວໂມງ ຈໍານວນ 2 ຄົນ ຈາກທັງໝົດ 5 ຄົນ ທີ່ນອນຕິດຕາມອາການ ແລະ ປີ່ນປົວຢູ່ໂຮງໝໍມິດຕະພາບ ເຊິ່ງຜົນຍັງເປັນບວກ…

ແຮງງານລາວ ອາດຈະພົບຄວາມຫຍຸ້ງຍາກຫຼາຍຂຶ້ນໃນການດຳລົງຊີວິດ ຍ້ອນຖືກເລີກຈ້າງ

ຜູ້ອອກແຮງງານລາວ ຢູ່ພາຍໃນປະເທດ ແລະ ຜູ້ກັບມາຈາກປະເທດໄທ ອາດຈະພົບບັນຫາດ້ານເສດຖະກິດຄອບຄົວ ເພາະວ່າຖືກເລີກຈ້າງ ຍ້ອນຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19. ຜູ້ປະກອບການຈຳນວນຫຼາຍພາຍໃນປະເທດລວມທັງເຂດເສດຖະກິດພິເສດ ຍັງບໍ່ທັນມີແຜນທິ່ຊັດເຈນໃນການຮັບເອົາແຮງງານລາວກຸ່ມດັ່ງກ່າວເຂົ້າເຮັດວຽກ. ປະຈຸບັນ ເຖິງແມ່ນວ່າລັດຖະບານໄດ້ຮ່ວມມືກັບຂະແໜງການທີ່ກ່ຽວຂ້ອງເພື່ອທວງໃຫ້ຜູ້ປະກອບການທຸກຂະແໜງວິຊາຊີບຕ້ອງປະຕິບັດຕາມແຈ້ງການຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຄະນະສະເພາະກິດ ໃນການຮັບເອົາແຮງງານລາວກຸ່ມດັ່ງກ່າວເຂົ້າເຮັດວຽກນຳບໍລິສັດຂອງຕົນ. ທ່ານ ນາງ ອານຸສອນ…

ຕະຫຼາດຂົວດິນຢຸດການນໍາໃຊ້ຖົງພລາສຕິກ ໂດຍໃຫ້ນໍາໃຊ້ຖົງທີ່ເຮັດດ້ວຍເຈ້ຍ

ຕະຫຼາດຂົວດິນ ຫຼື ຕະຫຼາດໜອງຈັນ ຢຸ່ນະຄອນຫຼວງວຽງຈັນ ເປັນໜຶ່ງໃນຕະຫຼາດຕົວແບບຂອງປະເທດລາວ ທີ່ລິເລີ່ມຢຸດການນໍາໃຊ້ຖົງຢາງພລາສຕິກ ເພື່ອເປັນການຮັກສາສະພາບແວດລ້ອມ ໂດຍໃຫ້ແມ່ຄ້າ-ພໍ່ຄ້າຊາວຂາຍຫັນມາໃຊ້ຖົງເຈ້ຍແທນໃນການໃສ່ເຄື່ອງໃຫ້ຜູ້ຊື້ ແຕ່ກໍ່ຍັງມີສິນຄ້າບາງປະເພດທີ່ຍັງອະນຸຍາດໃຫ້ໃຊ້ຢູ່. ມາດຕະການຢຸດໃຊ້ຖົງຖົງຢາງພລາສຕິກຢ່າງເດັດຂາດແມ່ນນັບແຕ່ວັນທີ 17 ພຶດສະພາ 2020 ທີ່ຜ່ານມາ ຫຼັງຈາກທີ່ມີການເລີ່ມທົດລອງມາແຕ່ວັນທີ 16 ມັງກອນ 2020. ທ່ານ ໄພທອງ…

ໄຊສົມບູນ ສຳເລັດການທົບທວນໂຄງການປູກຝັງ-ລ້ຽງສັດຄົບວົງຈອນ

ອຳນາດການປົກຄອງ ແຂວງໄຊສົມບູນ ຫັວງວ່າໂຄງການປູກ ຝັງ-ລ້ຽງສັດ ຄົບວົງຈອນຈະສາມາດພັດທະນາເສດຖະກິດ-ສັງ ຄົມຂອງທ້ອງຖິ່ນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນພາຍຫັຼງສຳເລັດການລົງເກັບກຳຂໍ້ມູນໂຄງການດັ່ງກ່າວ. ທ່ານ ລູຊີ ຢໍລໍເຍັຍລົງ ຫົວໜ້າ ພະແນກກະສິກຳ ແຂວງໄຊສົມບູນ ໄດ້ກ່າວໃນພິທິເປີດກອງປະຊຸມເພື່ອທົບທວນຜົນສຳເລັດການລົງເກັບກຳຂໍ້ມູນໃນໂຄງການປູກຝັງ-ລ້ຽງສັດ ພາຍໃນແຂວງ, ເຊິ່ງໄດ້ຈັດຂຶ້ນໃນວັນ ທີ 20 ພຶດສະພາ…

ໂຮງຮຽນຫຼາຍແຫ່ງຢູ່ເຂດຊົນນະບົດຍັງຂາດອຸປະກອນປ້ອງກັນ ໂຄວິດ-19

ຫຼາຍໂຮງຮຽຮຽນ ໃນທົ່ວປະເທດ ສາມາດປະຕິບັດຕາມມາດຕະການຕ່າງໆໃນໄລຍະຜ່ອນຜັນຂອງຄະນະສະເພາະກິດ ໃນການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້, ແຕ່ບັນດາໂຮງຮຽນຢູ່ເຂດຫ່າງໄກສອກຫຼີກ ຍັງຂາດເຂີນອຸປະກອນການແພດ ສໍາລັບປ້ອງກັນພະຍາດດັ່ງກ່າວ. ທ່ານ ຮສ. ດຣ. ກອງ​ສີ​ ​ແສງ​ມະນີ ຮອງ​ລັດຖະມົນຕີ​ ກະຊວງ​ສຶກສາທິການ ​ແລະ ກິລາ ໄດ້ກ່າວໃນໂອກາດຖະແຫຼງຂ່າວຮ່ວມກັບຄະນະສະເພາະກິດ ໃນຕອນບ່າຍມື້ນີ້ວ່າ ພາຍຫຼັງທີ່ໄດ້ເປີດການຮຽນ…

ນໍ້າປະປາ ໄດ້ຫຼຸດຄ່າໃຊ້ນໍ້າລົງ 5% ໃຫ້ຜູ້ຊົມໃຊ້ປະເພດຄົວເຮືອນທົ່ວໄປ

ລັດວິສາຫະກິດນໍ້າປະປາ ນະຄອນຫຼວງ ໄດ້ອອກແຈ້ງການໃນວັນທີ 19 ພຶດສະພາ 2020 ວ່າ: ແຕ່ເດືອນພຶດສະພາ ຫາ ເດືອນກໍລະກົດ 2020 ຈະຫຼຸດຄ່ານໍ້າປະປາ ລົງ 5% ໃຫ້ຜູ້ຊົມໃຊ້ປະເພດຄົວເຮືອນທົ່ວໄປ (ລູກຄ້າປະເພດ I). ລັດວິສາຫະກິດນໍ້າປະປາ ນະຄອນຫຼວງ ຈະຫຼຸດຄ່າໃຊ້ນໍ້າລົງໃນຄັ້ງນີ້…

ການພັດທະນາພື້ນຖານໂຄງລ່າງ ນ້ຳຕົກຕາດແຊພະ-ແຊ ປ້ອງໄລ ຈະສໍາເລັດພາຍໃນ 3 ປີ

ນໍ້າຕົກຕາດເເຊພະ-ແຊປ້ອງໄລ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບຈາກສັນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ໃນໄລຍະທີ່ຜ່ານມາທີ່ມີມູນຄ່າເສຍຫາຍຫຼາຍກວ່າ 30 ຕື້ກີບ ກໍາລັງໄດ້ຮັບການພັດທະນາ. ປັດຈຸບັນນີ້ ຜູ້ສໍາປະທານແຫຼ່ງທ່ອງທ່ຽວດັ່ງກ່າວກໍາລັງເລັ່ງພັດທະນາພື້ນຖານໂຄງລ່າງ ໂດຍສະເພາະການສ້າງຕາຂ່າຍໄຟຟ້າເຂົ້າຫາແຫຼ່ງທ່ອງທ່ຽວ, ເສັ້ນທາງເຂົ້າອອກ, ສ້າງອ່າງເກັບນໍ້າຂະໜາດໃຫ່ຍ, ສ້າງຮ້ານອາຫານ, ລີສອດ, ບ້ານພັກ, ສວນດອກໄມ້, ນໍ້າພຸ, ສວນໄມ້ໃຫ້ໜາກ, ສະຖານທີ່ຈອດລົດ…