Visit BigblueAgency
ປະ­ຊາ­ຊົນ​ຈຳ­ນວນໜຶ່ງ​ບໍ່​ຍອມ­ຮັບ​ຄ່າ​ຊົດ​ເຊີຍຈາກໂຄງ­ການ​ກໍ່­ສ້າງ​ທາງ​ດ່ວນ ໝາຍ​ເລກ 1 ​

ປະ­ຊາ­ຊົນ​ຈຳ­ນວນໜຶ່ງ​ບໍ່​ຍອມ­ຮັບ​ຄ່າ​ຊົດ​ເຊີຍຈາກໂຄງ­ການ​ກໍ່­ສ້າງ​ທາງ​ດ່ວນ ໝາຍ​ເລກ 1 ​

​​ປະ­ຊາ­ຊົນຈຳ­ນວນໜຶ່ງທີ່ດິນຖືກໂຄງການກໍ່­ສ້າງທາງດ່ວນ ນະຄອນຫຼວງວຽງຈັນ ໝາຍເລກ 1 ຍັງບໍ່ຍອມ­ຮັບຄ່າຊົດເຊີຍທີ່ຄິດ­ໄລ່ໃຫ້, ເຊິ່ງເຈົ້າຂອງໂຄງການຈະຕ້ອງໄດ້ສືບຕໍ່ໄກ່ເກ່ຍ.  

ທ່ານ ພຶດ­ສະ­ພາ ພູມມະສັກ ປະ­ທານບໍ­ລິ­ສັດ ທາງດ່ວນວຽງຈັນ ໝາຍເລກ 1 ຈໍາ­ກັດຜູ້ດຽວໄດ້ກ່າວລາຍງານຄວາມຄືບໜ້າຂອງໂຄງການດັ່ງກ່າວ ຕໍ່ ທ່ານ ປອ ສິນລະວົງ ຄຸດໄພ­ທູນ ເຈົ້າຄອງນະຄອນ­ຫຼວງວຽງຈັນ ພ້ອມດ້ວຍຄະ­ນະ ທີ່ໄດ້ລົງ ຕິດ­ຕາມຄວາມຄືບໜ້າໂຄງການດັ່ງກ່າວໃນບໍ່ດົນມານີ້ວ່າ ໜ້າວຽກຂອງໂຄງການໂດຍລວມແມ່ນສໍາເລັດໄປຕາມແຜນ ແລະ ຈະສໍາເລັດການກໍ່ສ້າງຕາມແຜນການທີ່ວາງໄວ້ຢ່າງແນ່ນອນຄືໃນປີ 2023, ໜ້າວຽກທີ່ຫຍຸ້ງ­ຍາກ ແລະ ຍັງບໍ່ສາ­ມາດຈັດຕັ້ງປະ­ຕິ­ບັດໄດ້ແມ່ນການໄກ່ເກ່ຍຈ່າຍຄ່າຊົດເຊີຍທີ່ດິນໃຫ້​​ປະ­ຊາ­ຊົນຈຳ­ນວນໜຶ່ງທີ່ຖືກໂຄງການ ທີ່ຍັງບໍ່ຍອມ­ຮັບຄ່າຊົດເຊີຍທີ່ຄິດ­ໄລ່ໃຫ້ ແລະ ບັນ­ຫາອື່ນໆອີກຈຳ­ນວນໜຶ່ງ.

ໂຄງ­ການກໍ່­ສ້າງທາງດ່ວນ ນະຄອນຫຼວງວຽງຈັນ ໝາຍເລກ 1 ໂດຍນັບແຕ່ເຂດເສດ­ຖະ­ກິດສະ­ເພາະບຶງທາດຫຼວງ ຫາ ເສັ້ນ­ທາງເລກທີ 13 ໃຕ້ ຊຶ່ງເປັນໄລ­ຍະທີ 1 ມີຄວາມຍາວທັງໝົດ 13,13 ກິ­ໂລ­ ໂດຍມີໄລ­ຍະການກໍ່­ສ້າງ 36 ເດືອນ ເລີ່ມລົງ­ມືກໍ່­ສ້າງແຕ່ວັນທີ 20 ກຸມ­ພາ 2020  ແລະ ຈະສຳ­ເລັດວັນທີ 20 ກຸມ­ພາ 2023 ຫຼື 3 ປີ, ປັດ­ຈຸ­ບັນນີ້ໄດ້ສຸມໃສ່ວຽກງານ ຊົດເຊີຍທີ່ດິນໂດຍສຳ­ເລັດເປັນຈຳ­ນວນຫຼາຍ ແລະ ວຽກບຸກ­ເບີກແລວທາງ.

ການສ້າງທາງດ່ວນວຽງຈັນ ໝາຍເລກ 1  ແມ່ນມີຈຸດ­ປະ­ສົງເພື່ອຫຼຸດ­ຜ່ອນຄວາມແອອັດການສັນ­ຈອນໃນນະຄອນຫຼວງວຽງຈັນ ແລະ ໃຫ້ປະ­ຊາ­ຊົນມີເສັ້ນ­ທາງໄປມາທີ່ສະ­ດວກສະ­ບາຍ ຊຶ່ງແມ່ນພະແນກແຜນ­ການ ແລະ ການລົງ­ທຶນ ນະຄອນຫຼວງວຽງຈັນ ເປັນເຈົ້າຂອງໂຄງ­ການ ແລະ ບໍ­ລິ­ສັດ ທາງດ່ວນວຽງຈັນ ໝາຍເລກ 1 ຈຳ­ກັດຜູ້ດຽວເປັນຜູ້ຮັບເໝົາ.

ຂ່າວ: ວຽງຈັນທາຍ

ພາບ: Vientianemai.net

Related Articles

Leave a Reply