ສະຫວັນນະເຂດ ໃຫ້ຄວາມສໍາຄັນການແຍກປ່ຽວຜູ້ເດີນທາງມາຈາກເຂດ ໂຄວິດ-19 ລະບາດ
ແຂວງສະຫວັນນະເຂດ ໃຫ້ຄວາມສໍາຄັນໃນການແຍກປ່ຽວຊາວຜູ້ອອກແຮງງານລາວ ທີ່ເດີນທາງກັບຈາກປະເທດໄທ ເພື່ອຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ-19. ສູນແຍກປ່ຽວຢູ່ເມືອງພີນ ແລະ ເມືອງເຊໂປນ ແມ່ນສູນໜຶ່ງໃນຫຼາຍໆສູນ ຢູ່ແຂວງສະຫວັນນະເຂດ ທີ່ເປັນບ່ອນພັກຊົ່ວຄາວສໍາລັບຊາວ ຜູ້ອອກແຮງງານລາວ ພາຍຫຼັງທີ່ກັບມາຈາກປະເທດໄທ ນັບແຕ່ວັນທີ 24 ມີນາ 2020 ເຖິງປະຈຸບັນ. ທ່ານ ສັນຕິພາບ ພົມວິຫານ…

