ນາຍົກສັ່ງໃຫ້ທຸກໆອົງການຂອງລັດ, ປະຊາຊົນບັນດາເຜົ່າສະກັດກັ້ນ ແລະ ຕ້ານພະຍາດ COVID-19 ໃຫ້ໄດ້ຮັບຜົນ
ເຖິງວ່າມາຮອດປະຈຸບັນ ສປປ ລາວ ຍັງບໍ່ມີລາຍງານກໍລະນີຜູ້ຕິດເຊື້ອພະຍາດ COVID-19 ກໍ່ຕາມ ແຕ່ມັນກໍ່ໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ, ດັ່ງນັ້ນ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ທຸກພາກສ່ວນເອົາໃຈໃສ່ຈັດຕັ້ງປະຕິບັດບັນຫາສຳຄັນຮີບດ່ວນຕ່າງໆ. ບາງບັນຫາສຳຄັນຮີບດ່ວນຈຳນວນໜຶ່ງ ທີ່ ທ່ານ ນາຍົກ ໄດ້ຊີ້ນໍາໃນກອງປະຊຸມລັດຖະບານ…

