ລັດຖະບານຮຽກຮ້ອງທຸກຄົນບໍ່ໃຫ້ໄປປະເທດທີ່ມີການລະບາດຂອງ ໂຄວິດ-19
ກະຊວງສາທາລະນະສຸກໄດ້ອອກມາຮຽກ ຮ້ອງໃຫ້ປະຊາຊົນລາວ ທຸກຄົນຫຼີກເວັ້ນການເດີນທາງໄປປະເທດ ທີ່ມີການແຜ່ລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19) ຖ້າບໍ່ຈໍາເປັນ, ພາຍຫຼັງພະຍາດດັ່ງກ່າວມີຄວາມຮຸນແຮງ ແລະ ແຜ່ລາມໄປຫຼາຍປະເທດ. ດຣ ລັດຕະນະໄຊ ເພັດສຸວັນ, ຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໄດ້ແຈ້ງໃຫ້ຮູ້ວ່າ: ທຸກຄົນຄວນຫຼີກເວັ້ນການເດີນທາງໄປປະເທດທີ່ມີການແຜ່ລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019. ຖ້າຈໍາເປັນໄປປະເທດດັ່ງກ່າວ, ເມື່ອກັບມາປະເທດຂອງຕົນແລ້ວຄວນໄປພົບເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອກວດສຸຂະພາບ…

