ຄອນເສີດເປຍໂນ ເພື່ອລະດົມທຶນ ຖືກໂຈະເພື່ອປ້ອງກັນ COVID-19

ຄອນເສີດເປຍໂນ ຂອງນັກເປຍໂນຄົນຝຣັ່ງ ແຟຣງ ແປັຣກເຣ ທີ່ມີແຜນຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນໃນເດືອນນີ້ ເພື່ອລະດົມທຶນໃຫ້ແກ່ໂຄງການນັກອອກແບບໜຸ່ມນ້ອຍ ຖືກໂຈະ ເພື່ອເປັນການປ້ອງກັນການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19). ຜູ້ກໍ່ຕັ້ງໂຄງການລາວແຟຊັ້ນວິກ ປະທານໂຄງການນັກອອກແບບໜຸ່ມນ້ອຍຂອງລາວ ນາງ ປານີ ໄຊຍະວົງ ແຈ້ງໃຫ້ຮູ້ວ່າເນື່ອງຈາກມີການລະບາດຂອງພະຍາດ COVID-19 ຢູ່ຫຼາຍປະເທດ ແລະ ເພື່ອຫຼີກເວັ້ນຈາກການຕິດເຊື້ອດັ່ງກ່າວ…

ລັດຖະບານລາວສົ່ງໂທລະ​ເລກ ສະແດງຄວາມເຫັນໃຈ ສ.ເກົາຫລີ

ພະນະທ່ານ ບຸນ​ຍັງ ວໍລະ​ຈິດ ປະທານປະ​ເທດ  ແຫ່ງ ສປປ ​ລາວ ໄດ້ສົ່ງໂທລະ​ເລກສະແດງຄວາມເຫັນໃຈ ເຖິງ ພະນະທ່ານ ມູນ ແຈ ອິນ ປະທານາທິບໍດີ ແຫ່ງ ສ.ເກົາຫລີ ເພື່ອສະແດງຄວາມເປັນຫ່ວງ ຕໍ່ກັບສະພາບການແຜ່ລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019. ໂທລະ​ເລກສະແດງຄວາມເຫັນໃຈດັ່ງກ່າວ…

ອຸຕຸນິຍົມ ເຕືອນ: ລະວັງພະຍຸລະດູຮ້ອນ ໃນລະຫວ່າງວັນທີ 11-14 ເດືອນມີນາ ນີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດວ່າ: ນັບແຕ່ມື້ນີ້ ຈົນຮອດ ວັນທີ 14 ມີນາ 2020 ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ແລະ ໝາກເຫັບຕົກ ໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ໃນໄລຍະນີ້, ຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ…

ມີຜູ້ເສຍຊີວິດ 13 ຄົນ ຈາກເຫດການຜິດປົກກະຕິ ຢູ່ແຂວງສາລະວັນແມ່ນບໍ່ມີມູນຄວາມຈິງ

ມີກຸ່ມຄົນທີ່ບໍ່ຫວັງດີຕໍ່ ສປປ ລາວ ໄດ້ປ່ອຍຂ່າວ ຜ່ານ ເຟສບຸກ ໃນວັນທີ 9 ມີນາ ທີ່ຜ່ານມາວ່າ: ໄດ້ມີເຫດຜິດປົກກະຕິໃນໄລຍະ 15 ວັນ (ເກີດມີການລະບາດຂອງພະຍາດ) ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 13 ຄົນ ຢູ່ ບ້ານໜອງແຕ່ງ ເມືອງຄົງເຊໂດນ…

ລັດຖະບານໄດ້ເອົາໃສ່ເປັນພິເສດຕໍ່ນັກສຶກສາລາວ ທີ່ເມືອງອູຮັນ

ລັດຖະບານ ກໍ່ຄືກະຊວງສຶກສາທິການ ແລະ ກິລາ, ກະຊວງການຕ່າງປະເທດ ຂອງ ສປປ ລາວ ແລະ ສປ ຈີນ ແມ່ນໄດ້ເອົາໃຈໃສ່ເປັນພິເສດຕໍ່ນັກສຶກສາລາວ ທີ່ຍັງຢູ່ເມືອງອູຮັນ ແຂວງ ຫູເປີຍ ໃນການປ້ອງກັນການຕິດພະຍາດ COVID-19. ກະຊວງສຶກສາທິການ ແລະ ກິລາ…

ລົດເມໂດຍສານຫວຽດນາມປີ້ນ ຢູ່ ສປປ ລາວ ເສຍຊີວິດຄາທີ່ 2 ຄົນ

ເກີດເຫດລົດເມໂດຍສານ ຈາກປະເທດຫວຽດນາມ ປີ້ນລົງຂ້າງທາງບໍລິເວນເສັ້ນທາງຫຼວງໃນເຂດເມືອງນາກາຍ ແຂວງຄໍາມ່ວນ ມີຜູ້ເສຍຊີວິດ 2 ຄົນ ໃນມື້ວານນີ້ ວັນທີ 9 ເດືອນ ມີນາ. ທ່ານ ພັນໂທ ສຸລິພົນ ສົມບັດຖາວອນ, ຫົວໜ້າຫ້ອງການຕຳຫຼວດ ປກສ  ແຂວງ ຄໍາມ່ວນ…

ແຂວງ ເຊກອງ ກຽມຄວາມພ້ອມໃນການປ້ອງກັນເຊື້ອຈຸລະໂລກສາຍພັນໃໝ່ 2019

ສາທາລະນະສຸກ ແຂວງເຊກອງ ໄດ້ມີການຝຶກອົບຮົມໃຫ້ວິຊາການແພດເພື່ອກະກຽມຄວາມພ້ອມໃນການປ້ອງກັນເຊື້ອຈຸລະໂລກສາຍພັນໃໝ່ 2019. ອີງຕາມແຫຼ່ງຂ່າວຈາກສື່ມວນຊົນທ້ອງຖິ່ນໃຫ້ຮູ້ວ່າ: ອາທິດຜ່ານມານີ້ ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງ ເຊກອງ ໄດ້ລົງຕິດຕາມຊຸກຍູ້ການກະກຽມຄວາມພ້ອມຂອງ ພະນັກງານໂຮງໝໍແຂວງ ໃນການກະກຽມຄວາມພ້ອມເພື່ອປ້ອງກັນການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019. ໃນໂອກາດດຽວກັນນັ້ນ, ທ່ານ ຖາວອນ ກໍ່ໄດ້ຕິດຕາມການສາທິດການສວມໃສ່ຊຸດອຸປະກອນການແພດໃນການປ້ອງກັນພະຍາດດັ່ງກ່າວຈາກທີມແພດໝໍ ທີ່ໄດ້ຮັບການຝຶກອົບຮົມມາແລ້ວ…

ບຸນປີໃໝ່ລາວປີນີ້ ຢູ່ນະຄອນຫຼວງພະບາງ ຈະໃຫຍ່ ຫຼື ນ້ອຍ ຍັງຖ້າຄໍາຕອບຈາກລັດຖະບານ

ການຈັດງານສະເຫຼີມສະຫຼອງບຸນປີໃໝ່ລາວ 2563 ຢູ່ ນະຄອນຫຼວງພະບາງ ປີນີ້ອາດຈະບໍ່ຄຶກຄື້ນຄືທຸກໆ ປີທີ່ຜ່ານມາຍ້ອນພະຍາດຈຸລະໂລກສາຍພັນໃໝ່ 2019 ກໍາລັງລະບາດຢູ່ຫຼາຍປະເທດໃນທົ່ວໂລກ.  ທ່ານ ໄຊຍະແສງ ພັນທະວົງ ຫົວໜ້າໜ່ວຍງານຄົ້ນຄວ້າວຽກລັດ ຂອງນະຄອນຫຼວງພະບາງ ໄດ້ກ່າວຕໍ່ທີມງານວຽງຈັນທາຍ ມື້ເຊົ້າວັນທີ 10 ມີນາ 2020 ນີ້ ວ່າ:…

ລາວມີແຜນຈະສ້າງເຂື່ອນໄຟຟ້ານໍ້າຂອງຢູ່ຈຸດແຂວງຫຼວງພະບາງ

ການສ້າງເຂື່ອນໄຟຟ້ານໍ້າຂອງຢູ່ແຂວງຫຼວງພະບາງ ຄາດວ່າຈະສ້າງສໍາເລັດໃນປີ 2027, ປະຈຸບັນນີ້ໄດ້ສໍາເລັດການສຶກສາບົດວິພາກ ເສດຖະກິດ-ເຕັກນິກ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ທ່ານ ຈັນສະແຫວງ ບຸນຍົງ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ໄດ້ກ່າວ ໃນບໍ່ດົນມານີ້ວ່າ: ປະຈຸບັນນີ້ລາວເຮົາໄດ້ກະກຽມທີ່ຈະສ້າງເຂື່ອນພະລັງງານນໍ້າຢູ່ຈຸດແມ່ນໍ້າຂອງ ແຂວງຫຼວງພະບາງ. ໂຄງການດັ່ງກ່າວເປັນໂຄງການທີ່ນອນຢູ່ໃນແຜນພັດທະນາເຂື່ອນຕາມລໍາແມ່ນໍ້າຂອງ, ໂດຍມີທີ່ຕັ້ງຢູ່ຫຼັກກິໂລແມັດທີ…

ບັນດາໂຮງຮຽນຕ່າງໆຍັງບໍ່ທັນມີຄຳສັ່ງໃຫ້ປິດເພື່ອປ້ອງກັນການແຜ່ລະບາດ ຂອງ COVID-19

ບັນດາໂຮງຮຽນໃນທົ່ວປະເທດຍັງບໍ່ທັນມີຄຳສັ່ງໃຫ້ປິດການຮຽນເພື່ອປ້ອງກັນການແຜ່ລະບາດຂອງພະຍາດ COVID-19 ເທື່ອ, ເຖິງ ແມ່ນວ່າຈະມີຄໍາສັ່ງຈາກຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ອອກມາເມື່ອບໍ່ດົນມານີ້ກໍ່ຕາມ. ແຈ້ງການໄດ້ລະບຸວ່າ: ໃຫ້ປະຊາຊົນບັນດາເຜົ່າທົ່ວປະເທດພິຈາລະນາການໂຈະ ຫຼື ເລື່ອນຊົ່ວຄາວໃນການຈັດງານປະເພນີ, ການສັງສັນ ແລະ ກິດຈະກຳ ທີ່ມີຄົນເຂົ້າຮ່ວມຫຼາຍ. ປ.ອ…