Vientiane Times Lao

​ປະ​ຊາ​ຊົນ​ລາວ​ບໍ່​ຕ້ອງ​ແຕກ​ຕື່ນ​ກ່ຽວ​ກັບ​ພະ​ຍາດ​ໂຄວິດ-19 ເພາະ​ລັດ​ຖະ​ບານ ໄດ້​ມີ​ມາດ​ຕະ​ການ​​ປ້ອງ​ກັນ ແລະ ຮອງ​ຮັບ​ແລ້ວ

ເຖິງ​ແມ່ນ​ວ່າ ສ​ປ​ປ ລາວ​ຈະກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ ​ໂຄວິດ-19 ເປັນ​ຈຳ​ນວນ​ຫຼາຍ​ໃນ​ແຕ່​ລະ​ວັນ​ກໍ່​ຕາມ,  ແຕ່​ ຜູ້​ຕິດ​ເຊື້ອ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ກໍ​ລະ​ນີ​ນຳ​ເຂົ້າ​ສາ​ມາດ​ປ້ອງ​ກັນ​ພະ​ຍາດ​ດັ່ງ​ກ່າວ​ໄດ້ຊຶ່ງ​ຕ່າງ​ຈາກ​ການ​ຕິດ​ເຊື້ອ​ໃນ​ຊຸມ​ຊົນ​ທີ່ຍາກ​ຈະ​ປ້ອງ​ກັນ ແລະ ຖື​ວ່າ​ເປັນ​ຂ່າວ​ດີ​ເພາະ ​ນະ​ຄອນ​ຫຼວງວຽງ​ຈັນ​ບໍ່​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ​ໃນ​ຊຸມ​ຊົນມາ​ແລ້ວ 8 ວັນ. ກ່ຽວ​ກັບ​ພະ​ຍາດ​ໂຄວິດ-19, ປະ​ຊາ ​ຊົນ​ລາວ​ບໍ່​ຕ້ອງ​ແຕກ​ຕື່ນ​ເພາະ​ລັດ​ຖະ​ບານ​ໄດ້​ມີ​ ມາດ​ຕະ​ການ​ຕ່າງໆ​ໃນ​ກາ​ນປ້ອງ​ກັນ ແລະ ຮອງ​ຮັບ​ແລ້ວ​ ພຽງ​ແຕ່ຂໍການ​ຮ່ວມ​ມື​ຈາກ​ທຸກ​ຊັ້ນ​ຄົນ​ໃນສັງ​ຄົມໃຫ້ ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ດັ່ງ​ກ່າວ…

​ເມືອງ​ສອງ​ຄອນ​ພົບ​ແຮງ​ງານ​ລາວ​ລັກ​ລອບ​ເຂົ້າ​ເມືອງ​ແບບ​ຜິດ​ກົດ​ໝາຍ 1 ຄົນ

ອຳ​ນາດ​ການ​ປົກ​ຄອງ​ເມືອງ​ສອງ​ຄອນ ແຂວງ​ສະ​ຫວັນ​ນະ​ເຂດ ແຈ້ງ​ໃຫ້​ຮູ້​ວ່າ: ນັບ​ແຕ່​​ມີ​ການ​ປ້ອງ​ກັນ​ການລັກ​ລອບຂອງ​ແຮງ​ງານ​ລາວ​​ກັບ​ຄືນ​ປະ​ເທດແບບ​ຜິດ​ກົດ​ໝາຍ ຮອດ​ປັດ​ຈຸ​ບັນ ພາຍ​ໃນ​ເມືອງ​ສອງ​ຄອນ​ພົບ​ພຽງ 1 ຄົນ​ເປັນ​ເພດ​ຍິງ ​ທີ່​ມີ​ການ​ລັກ​ລອບ​ເຂົ້າ​ມາ ຍ້ອນ​ວ່າ​ຜູ້​ກ່ຽວບໍ່​ຢາກ​ເຂົ້າ​ສູນ​ຈຳ​ກັດ​ບໍ​ລິ​ເວນ ໂດຍ​ວ່າ​ຈ້າງ​ຄົນ​ຮູ້​ຈັກເປັນ​ເພດ​ຊາຍ​ເອົາ​ເຮືອ ​​ກາບ​ໄປ​ຮັບ​ຢູ່​ເບື້ອງ​ຝັ່ງ​ໄທໃນ​ເວ​ລາ​ກາງ​ຄືນ.  ທ່ານ ສິ​ລິ ບົວ​ພັນ ຮອງ​ເລ​ຂາ​ພັກ​ເມືອງ ທັງ​ເປັນ​ປະ ​ທານກວດ​ກາ​ພັກ​-ລັດ​ເມືອງ​ສອງ​ຄອນ​ໄດ້​ກ່າວ​ຕໍ່​ທີມ​ງານ​ວຽງ​ຈັນ​ທາຍເມື່ອ​ວັນ​ທີ 12 ກ​ໍ​ລະ​ກົດ…

ມື້ນີ້ລາວກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 89 ຄົນ

ຄະ​ນະ​ສະ​ເພາະ​ກິດ​ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ​ໂຄວິດ-19 ແຈ້ງໃຫ້​ຮູ້​ວ່າ: ​ໃນວັນ​ທີ11 ກໍ​ລະ​ກົດ 2021ນີ້ ສ​ປ​ປ ລາວກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ​ເພີ່ມ​ທັງ​ໝົດ 89 ຄົນ ໃນ​ນັ້ນກວດ​ພົບ​ຜູ້​ຕິດ​ເຊື້ອ​ຢູ່​ ນະ​ຄອນ​ຫຼວງວຽງ​ຈັນ 17 ຄົນ (ກໍ​ລະ​ນີ​ນຳ​ເຂົ້າ), ແຂວງວຽງ​ຈັນ 2…

ລາວຈະປ່ອຍສັດນ້ຳ-ສັດປ່າລວມ 58 ລ້ານໂຕສູ່ທຳມະຊາດ

ຂະ​ແໜງ​ລ້ຽງ​ສັດ ແລະ ການ​ປະ​ມົງ ກະ​ຊວງ​ກະ​ ສິ​ກຳ ແລະ ປ່າ​ໄມ້​ແຈ້ງໃຫ້​ຮູ້​ວ່າ: ໄດ້ກຽມ​ສັດ​ນ້ຳ- ສັດ​ປ່າ ລວມ​ມີປາປາກ, ປາສ້ອຍ, ປາກົດ, ປາຊວາຍ, ກົບ, ອ່ຽນ, ເຕົ່າ ແລະ ສັດ​ປ່່າ ​ອື່ນ​​ໆບໍ່​ຕ່ຳ​ກວ່າ 58…

ມື້​ນີ້​ລາວກວດ​ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 93 ຄົນ

ແຂວງ​ສະ​ຫວັນ​ນະ​ເຂດ ແລະ ແຂວງ​ຈຳ​ປາ​ສັກ ຍັງ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ເປັນ​ຈຳ​ນວນ​ຫຼາຍ​ໃນ​ແຕ່​ລະ​ວັນ ໂດຍກວດ​ພົບ​ຈາກ​ແຮງ​ງານລາວ​ທີ່​ກັບ​ຄືນ​ປະ​ເທດ ຊຶ່ງ​ເມື່ອ​ວັນ​ທີ 10 ກໍ​ລະ​ກົດ 2021 ນີ້ ສ​ປ​ປ ລາວກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ​ເພີ່ມ​ທັງ​ໝົດ 93 ຄົນ ໃນ​ນັ້ນ ກວດ​ພົບ​ຜູ້​ຕິດ​ເຊື້ອ​ຢູ່​ແຂວງບໍ່​ແກ້ວ 2 (ກໍ​ລະ​ນີ​ນຳ​ເຂົ້າ), ຄຳ​ມ່ວນ…

ເກີດ​ແຜ່ນ​ດິນ​ໄຫວ 1 ຄັ້ງ ຢູ່​ເມືອງ​ໄຊ​ສະ​ຖານ ແຂວງ​ໄຊ​ຍະ​ບູ​ລີ

ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ​ແຈ້ງ​ໃຫ້​ຮູ້​ວ່າ: ເມື່ອ​ວັນ​ທີ 10 ກໍ​ລະ​ກົດ 2021 ນີ້​ເວ​ລາ​ປະ​ມານ 00:07 ໂມງ ໄດ້​ພົບ​ສັນ​ຍານ​ການ​ເກີດ​ແຜ່ນ​ດິນ​ໄຫວ​ຈຳ​ນວນ​ 1 ຄັ້ງຢູ່​ບໍ​ລິ​ເວນ​ບ້ານ​ເສົາ​ດຽວ ເມືອງ​ໄຊ​ສະ​ຖານ ແຂວງ​ໄຊ​ຍະ​ບູ​ລີ ໂດຍ​ມີ​ຄວາມ​ແຮງ​ສັ່ນ​ສະ​ເທືອນ​ວັດ​ແທກ​ໄດ້ 2.2 ຣິກ​ເຕີ ແຕ່​ບໍ່​ມີ​ລາຍ​ງານ​ຜົນ​ເສຍ​ຫາຍ. ເມື່ອ​ວັນ​ທີ…

ເປັນ​ຫຍັງ​ແຮງ​ງານ​ລາວ​ຈຶ່ງ​ລັກ​ລອບ​ກັບ​ຄືນ​ປະ​ເທດ?

​ເປັນ​ຫຍັງແຮງ​ງານ​ລາວ​ທີ່​ໄປ​ເຮັດ​ວຽກ​ຢູ່​ປະ​ເທດ​ເພື່ອນ​ບ້ານ​​ໂດຍ​ສະ​ເພາະ​ຢູ່ປະ​ເທດໄທ​ຈຶ່ງ​ມີ​ການ​ລັກ​ລອບ​ກັບ​ຄືນ​ປະ​ເທດ​ແບບ​ຜິດ​ກົດ​ໝາຍ? ຄຳ​ຖາມ​ນີ້​ອາດ​ເປັນ​ຄຳ​ຖາມ​ທີ່​ສັງ​ຄົມ​ສົນ​ໃຈ ຊຶ່ງມື້​ນີ້​ໜັງ​ສື​ພິມ​ວຽງ​ຈັນ​ທາຍ​ມີ​ຄຳ​ຕອບ. ອີງ​ຕາມ​ຂໍ້​ມູນ​ຈາກ​ພະ​ແນກ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ​ຂອງ​ບັນ​ດາ​ແຂວງ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ປະ​ເທດ​ໄທ ເຊັ່ນ: ແຂວງ​ບໍ​ລິ​ຄຳ​ໄຊ, ຄຳ​ມ່ວນ, ສະ​ຫວັນ​ນະ​ເຂດ, ສາ​ລະ​ວັນ, ຈຳ​ປາ​ສັກ, ໄຊ​ຍະ​ບູ​ລີ, ນະ​ຄອນ​ຫຼວງວຽງ​ຈັນ  ແລະ ແຂວງ​ອື່ນໆ, ການທີ່ແຮງງານລາວ​ລັກ​ລອບກັບ​ຄືນ​ປະ​ເທດ​​ແບບ​ຜິດ​ກົດ​ໝາຍນັ້ນ ກໍຍ້ອນ​ວ່າ​ແຮງ​ງານ​ເຫຼົ່ານັ້ນ​ເປັນ​ແຮງ​ງານ ​ເຖື່ອນ​ໂດຍ​ບໍ່​ມີ​ເອກະ​ສານ​ຜ່ານ​ແດນໃດໆ  ຊຶ່ງ​ແຮ​ງ​ງານ​​…

ສາຍພັນເດວຕາຊຶ່ງເປັນສາຍພັນພະຍາດໂຄວິດ -19 ທີ່ຮ້າຍແຮງອາດມາລະບາດຢູ່ລາວ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ວ່າ: ສປປ ລາວໄດ້ກວດພົບຜູ້ຕິດເຊື້ອ ພະຍາດໂຄວິດ-19 ສາຍພັນເດວຕາແລ້ວ 9 ຄົນ ຈາກແຮງງານລາວທີ່ກັບຄືນປະເທດ ຊຶ່ງກວດພົບ ຢູ່ແຂວງຈໍາປາສັກ 3 ຄົນ, ສະຫວັນນະເຂດ 4 ຄົນ, ຄໍາມ່ວນ…

ສະຫວັນນະເຂດ ແລະ ຈໍາປາສັກ ມີຜູ້ຕິດ ເຊື້ອໂຄວິດ-19 ເປັນຈໍານວນຫຼາຍໃນແຕ່ລະວັນ

ມື້ວັນທີ 9 ກໍລະກົດ 2021 ນີ້, ສປປ ລາວມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 68 ຄົນໃນຂອບເຂດທົ່ວປະເທດ ຈາກຜູ້ເຂົ້າກວດວິເຄາະຫາເຊື້ອທັງໝົດ 1.460 ຄົນ (ນະຄອນຫຼວງ 333 ຄົນ) ຊຶ່ງຈໍານວນຜູ້ກວດພົບເຊື້ອໃໝ່ດັ່ງກ່າວແມ່ນຢູ່ນະຄອນຫຼວງວຽງຈັນ 7 ຄົນ (ກໍລະນີນໍາເຂົ້າ),…