Vientiane Times Lao

ແຂວງຈຳປາສັກຕ້ອງການຄວາມຊ່ວຍເຫຼືອ ໃນການຮອງຮັບຜູ້ຕິດຊື້ອໂຄວີດ-19

ພະແນກສາທາລະນະສຸກແຂວງຈໍາປາສັກແຈ້ງໃຫ້ຮູ້ວ່າ: ປັດຈຸບັນນີ້ ແຂວງຈໍາປາສັກພົບບັນຫາເລື່ອງ ສະຖານທີ່ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ແລະ ສູນຈໍາກັດບໍລິເວນບໍ່ພຽງພໍຍ້ອນວ່າມີແຮງງານ ລາວເດີນທາງກັບຄືນປະເທດໂດຍຜ່ານດ່ານສາກົນວັງເຕົ່າ-ຊ່ອງເມັກເປັນຈໍານວນຫຼາຍໃນແຕ່ລະວັນຊຶ່ງກໍາລັງເລັ່ງກະກຽມສະຖານທີ່ຫຼາຍແຫ່ງເພື່ອເປັນໂຮງໝໍພາກສະໜາມໃນການປິ່ນປົວຜູ້ຕິດເຊື້ອພະຍາດດັ່ງກ່າວ ແລະ ເປັນສູນຈໍາກັດບໍລິເວນ 14 ວັນ ສໍາລັບແຮງງານທີ່ກັບຄືນປະເທດ, ດັ່ງນັ້ນຕຽງນອນ, ເສື່ອ, ຜ້າຫົ່ມ, ມຸ້ງ, ສາດ ແລະ ໝອນຖືວ່າເປັນສິ່ງ ຈໍາເປັນທີ່ສຸດທີ່ຕ້ອງການການຊ່ວຍເຫຼືອຈາກສູນ…

ເຈົ້າໜ້າທີ່ແຂວງອຸດົມໄຊຈັບຊາຍສອງຄົນທີ່ຮັບຈ້າງຂົນເຮໂຣອິນ 70 ແທ່ງ

ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊ ແຈ້ງໃຫ້ຮູ້ວ່າ: ເຈົ້າໜ້າທີ່ໜ່ວຍສະເພາະກິດ ທີ່ປະຈໍາຢູ່ຈຸດກວດກາ ກິໂລແມັດທີ 24 ແຂວງອຸດົມໄຊໄດ້ສະກັດກວດຄົ້ນ ລົດວີໂກ້ ໝາຍເລກທະ ບຽນ ກກ 4708 ອຸດົມໄຊ ທີ່ເປັນເປົ້າໝາຍຂົນສົ່ງຢາເສບຕິດປະເພດເຮໂຣອິນ ເມື່ອມໍ່ໆມານີ້…

ມື້ນີ້ລາວມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 69 ຄົນ, ແຕ່ນະຄອນຫຼວງວຽງຈັນບໍ່ມີ

ສປປ ລາວ ຍັງກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນຈໍານວນຫຼາຍ ແລະ ຕົວເລກຜູ້ຕິດເຊື້ອໄດ້ເພີ່ມຂຶ້ນ ໃນແຕ່ລະວັນ,  ສະເພາະວັນທີ 7 ກໍລະກົດ 2021 ໄດ້ ກວດພົບຜູ້ຕິດເຊື້ອເພີ່ມໃໝ່ເຖິງ 69 ຄົນ ຈາກການເກັບ ຕົວຢ່າງກວດຫາເຊື້ອຈໍານວນ1.610 ຄົນໃນຂອບເຂດ ທົ່ວປະເທດ.  ຜູ້ຕິດເຊື້ອໃໝ່ດັ່ງກ່າວແມ່ນຢູ່ແຂວງຫຼວງນໍ້າທາ 1…

ແຜ່ນດິນໄຫວ 16 ຄັ້ງຢູ່ເມືອງເງິນ ແຂວງໄຊຍະບູລີ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງ ໃຫ້ຮູ້ວ່າ:  ໄດ້ພົບສັນຍານການເກີດແຜ່ນດິນ ໄຫວຢູ່ສະເພາະເມືອງ ເງິນ ແຂວງໄຊຍະບູລີ ຈໍານວນ 16 ຄັ້ງ ໃນວັນທີ 7ແລະ 8 ກໍລະກົດ 2021 ນີ້ ເຊີ່ງມີຂະໜາດສັ່ນສະເທືອນແຮງ ສຸດແມ່ນ…

ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ລາວເພີ່ມຂຶ້ນ ແຕ່ປ້ອງກັນໄດ້ເພາະເປັນກໍລະນີນໍາເຂົ້າ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ວ່າ:​ເມື່ອເບີ່ງຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວໃນໄລຍະນີ້ພົບວ່າ ຜູ້ຕິດເຊື້ອພະ ຍາດໂຄວິດ-19 ມີຈໍານວນເພີ່ມຂຶ້ນໂດຍສະເພາະຢູ່ບັນ ດາແຂວງທີ່ມີຊາຍແດນຕິດກັບປະເທດໄທເຊັ່ນ: ແຂວງຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ ຍ້ອນວ່າປະເທດໄທໄດ້ມີການປິດໂຮງງານ ແລະ ຮ້ານອາ ຫານຫຼາຍແຫ່ງຢູ່ເຂດທີ່ມີການລະບາດຂອງພະຍາດໂຄວິດ-19…

ສະຖານທີ່ປິ່ນປົວຢູ່ແຂວງຈຳປາສັກອາດບໍ່ພຽງພໍ ຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19

ພະ​ແນກ​ສາ​ທາ​ລະ​ນະ​ສຸກ ແຂວງ​ຈຳ​ປາ​ສັກແຈ້ງ​ໃຫ້​ຮູ້​ວ່າ: ການ​ທີ່​ແຮງ​ງານ​ລາວ​ໄດ້​ກັບ​ຄືນ​ມາ​ປະ​ເທດ​ເປັນ​ຈຳ​ນວນ​ຫຼາຍໃນ​ແຕ່​ລະ​ວັນ​ໂດຍ​ຜ່ານ​ດ່ານ​ສາ​ກົນວັງເຕົ່າ-ຊ່ອງເມັກ ແຂວງ​ຈຳ​ປາ​ສັກ ​ ແລະ ໄດ້ກວດພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ໃນ​ແຕ່​ລະ​ວັນ​ເປັນ​ຈຳ​ນວນ​ຫຼາຍ​​ນັ້ນໄດ້​ເຮັດ​ໃຫ້ 3 ສະຖານທີ່ທີ່ໃຊ້ປິ່ນປົວຜູ້ຕິດ ເຊື້ອໃກ້​ຈະເຕັມແລ້ວ ແລະ ກຽມຈະນຳໃຊ້ຫໍພັກວິທະຍາໄລການເງິນພາກໃຕ້ເປັນໂຮງໝໍພາກສະໜາມ ອີກແຫ່ງໜຶ່ງ ແຕ່​ອາດ​ຈະ​ຍັງ​ບໍ່​ພຽງ​ພໍ​ຖ້າ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ ເພີ່ມ​ຂຶ້ນ​ຄື​ປັດ​ຈຸ​ບັນ​ນີ້. ທ່ານ ດຣ ວຽງສີ ສຸພັກດີ…

ລັດ​ຈະ​ປັບ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ທຸກ​ຊະ​ນິດ​ຂຶ້ນ​ເລີ່ມ​ມື້​ອື່ນ

ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ໄດ້​ອອກ​ແຈ້ງ​ການ​ເມື່ອ​ວັນ​ທີ 7 ກໍ​ລະ​ກົດ 2021 ນີ້​ເຖິງ​ສະ​ມາ​ຄົມ​ນ້ຳ​ມັນ​ເຊື້ອ​ໄຟ ແລະ ອາຍ​ແກ໊ດ, ບໍ​ລິ​ສັດ​​ນ້ຳ​ມັນ​ເຊື້ອ​ໄຟ ແລະ ບັນ​ດາ​ປ້ຳ​ຂາຍຍ່ອຍ​ນ້ຳ​ມັນ​ເຊື້ອ​ໄຟ​ທຸກ​ຊະ​ນິດ​ໃຫ້​ຊາບບວ່າ: ນັບ​ແຕ່​ເວ​ລາ 6 ໂມງ 00 ຂອງວັນ​ທີ 8 ກໍ​ລະ​ກົດ 2021…

ທ່ານ ເຊຣເກ ລາວະຣົບ ແລະ ຄະນະເຂົ້າຢ້ຽມຂ່ຳ​ນັບ​ຄະ​ນະ​ນຳ​ຂັ້ນ​ສູງຂອງ ລາວ

ທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ແລະ ຄະນະໄດ້ຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 6-7 ກໍລະກົດ 2021  ໂດຍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ…

12 ແຂວງ ແລະ ນະ​ຄອນ​ຫຼວງວຽງ​ຈັນ​ ກຽມ​ຮັບ​ມື​ກັບ​ພາ​ຍຸລູກ​ໝູນ​ເຂດ​ຮ້ອນ​ດີ​ເປຼ​ຊັນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້​ອອກ​ແຈ້ງ​ການ​ດ່ວນ​ເມື່ອວັນທີ 7 ກໍລະກົດ 2021 ນີ້, ເຖິງ​ປະ​ຊາ​ທີ່​ອາ​ໄສ​ຢູ່ ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ,…

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດ ໂຄວິດ-19 ເພີ່ມ 44 ຄົນ

ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 44 ຄົນ ເມື່ອວັນທີ 7 ກໍລະກົດ 2021 ນີ້ ຈາກຜູ້ເຂົ້າກວດວິເຄາະທັງໝົດ 2.184 ຄົນໃນຂອບເຂດທົ່ວປະເທດເມື່ອວັນທີ 6 ກໍລະກົດ 2021 ທີ່ຜ່ານມາ. ຜູ້ຕິດເຊື້ອທີ່ກວດພົບໃໝ່ດັ່ງກ່າວແມ່ນຢູ່ນະຄອນຫຼວງ ວຽງຈັນ…