ສະພາແຫ່ງຊາດຮຽກຮ້ອງ ໃຫ້ມີ ການດຳເນີນການທີ່ເຂັ້ມແຂງຂຶ້ນ ຕໍ່ກັບສິ່ງທ້າທາຍທາງດ້ານ ເສດຖະກິດ-ສັງຄົມ
ສະພາແຫ່ງຊາດໄດ້ຮຽກຮ້ອງໃຫ້ ລັດຖະບານເພີ່ມຄວາມພະຍາຍາມເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການເງິນຂອງປະເທດ, ປັບປຸງຄຸນນະພາບຊີວິດຂອງປະຊາຊົນ ແລະ ຮັບປະກັນການບັງຄັບໃຊ້ກົດໝາຍຢ່າງຍຸຕິທຳ ແລະ ມີປະສິດທິຜົນ. ສະມາຊິກສະພາໄດ້ມີການຮຽກຮ້ອງດັ່ງກ່າວໃນກອງປະຊຸມສະໄໝສາມັນຄັ້ງທີ 10 ຂອງສະພາແຫ່ງຊາດຊຸດທີ 9, ເຊິ່ງໄດ້ເປີດຂຶ້ນໃນວັນຈັນພາຍໃຕ້ການເປັນປະທານຂອງ ທ່ານ ດຣ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ໂດຍໃນມື້ເປີດກອງປະຊຸມໄດ້ມີການເຂົ້າຮ່ວມຂອງ…

