ເປີດການຮຽນ-ການສອນ ຫຼັກສູດຮຽນໃໝ່ ສາຂາ ປັນຍາປະດິດ (AI) ຢູ່ ມະຫາວິທະຍາໄລ ແຫ່ງຊາດລາວ

ມະຫາວິທະຍາໄລ ແຫ່ງຊາດລາວ (ມຊ) ແລະ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຄຸນມິງ, ສປ ຈີນ ໄດ້ຮ່ວມກັນເປີດສອນຫຼັກສູດຮຽນໃໝ່ ສາຂາວິຊາ ປັນຍາປະດິດ (AI), ລະດັບປະລິນຍາຕີ. ປັດຈຸບັນກຳລັງເປີດລົງທະບຽນຮັບນັກສຶກສາໃໝ່ ສົກຮຽນ 2025-2026, ເລີ່ມເປີດແຕ່ມື້ນີ້…

ປິດຊົ່ວຄາວ! ບາງຊ່ວງຂອງເສັ້ນທາງຖະໜົນ ໄກສອນພົມວິຫານ ແລະ ຖະໜົນ 13 ໃຕ້ 

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຈະປິດການສັນຈອນຊົ່ວຄາວ ຊ່ອງທາງຈະລາຈອນ ບາງຊ່ວງຂອງເສັ້ນທາງ ຖະໜົນໄກສອນພົມວິຫານ ແຕ່ຈຸດສີ່ແຍກໄຟແດງ 450 ປີ ໄປຫາ ເຂດບ້ານ ສະພັງເມິກປະມານ 50 ແມັດ ໃນວັນເສົາ ວັນທີ 30 ສິງຫາ…

ກະຊວງ ປ້ອງກັນປະເທດ ຄັດເລືອກເອົາຄູອາສາສະໝັກເຂົ້າເປັນລັດຖະກອນ

ກະຊວງ ປ້ອງກັນປະເທດ ມີແຜນຈະຮັບເອົາຄູອາສາສະໝັກ ຈຳນວນ 2,000 ຄົນ ເຂົ້າເປັນພະນັກງານລັດຖະກອນປ້ອງກັນຊາດ (ທະຫານ), ເຖິງແມ່ນວ່າຈະເປັນທະຫານ, ແຕ່ຈະເຮັດໜ້າທີ່ໃນການສິດສອນ ແລະ ໄດ້ຮັບນະໂຍບາຍຕ່າງໆ ຄືກັບຄູທົ່ວໄປ. ການຄັດເລືອກເອົາຄູອາສາສະໝັກເຂົ້າເປັນລັດຖະກອນ, ແມ່ນຈະເລັ່ງໃສ່ໂຮງຮຽນເປົ້າໝາຍ ໃນເຂດຊົນນະບົດ ທີ່ຂາດແຄນຄູສອນ. ສະຫາຍ ພັນໂທ ຄຳພົດ…

ນະຄອນຫຼວງວຽງຈັນ ກຳນົດສັນຍາລັກ ແລະ ສັດນຳໂຊກ ງານກິລາແຫ່ງຊາດ ຄັ້ງທີ XII

ນະຄອນຫຼວງວຽງຈັນ ກຳນົດສັນຍາລັກ (Logo) ແມ່ນພຣະທາດຫຼວງວຽງຈັນ ແລະ ສັດນຳໂຊກ (Mascot ) ແມ່ນ ນົກຍູງ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025 ຊຶ່ງບາງປະເພດກິລາ ແມ່ນຈະເລີ່ມແຂ່ງມາແຕ່ວັນທີ…

ເທສະການຄໍາລາວຈັດຂຶ້ນເພື່ອ ສົ່ງ ເສີມອຸດສາຫະກຳຄຳລາວໃຫ້ເຕີບໃຫຍ່ຂະຫຍາຍຕົວ

ເທສະການຄຳລາວຄັ້ງທຳອິດໃນລາວຈະຈັດຂຶ້ນໃນລະຫວ່າງວັນທີ 5-7 ກັນຍາ 2025 ທີ່ຈະມາເຖິງນີ້ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ເພື່ອເປັນການສ້າງກິດຈະກໍາສຳຄັນ ເພື່ອຊຸກຍູ້ສົ່ງເສີມ ໃຫ້ຂະແໜງການ ອຸດສາຫະກຳຄຳລາວເຕີບໃຫຍ່ຂະຫຍາຍ ຕົວ, ຄາດວ່າຈະມີຈຳນວນຜູ້ເຂົ້າຮ່ວມ ທັງພາຍໃນ ແລະ ຕ່າງປະເທດປະມານ 30.000 ຄົນ. ທ່ານ ຈັນທອນ ສິດທິໄຊ…

ຈະເລີ່ມທົດລອງການລົງທະບຽນ ເດີນທາງເຂົ້າ-ອອກປະເທດລາວຜ່ານລະບົບອອນລາຍຢູ່ 4 ດ່ານສາກົນ

ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ຈະເລີ່ມທົດລອງການລົງທະບຽນ ເດີນທາງເຂົ້າ-ອອກປະເທດລາວຜ່ານລະບົບອອນລາຍໂດຍຜ່ານ ເວັບໄຊ: www.immigration.gov.la, ນັບແຕ່ວັນທີ 01 ກັນຍາ 2025ເປັນຕົ້ນໄປ ແລະ ໃນຕົ້ນປີ 2026 ແມ່ນຈະສິ້ນສຸດການທົດລອງ ໂດຍຈະເລີ່ມຕົ້ນຈັດຕັ້ງປະຕິບັດ ໃຫ້ຄົນຕ່າງປະເທດ ລົງທະບຽນ ເດີນທາງເຂົ້າ-ອອກ ຜ່ານລະບົບອອນລາຍ…

ຫຼາຍວຽກງານທີ່ສໍາຄັນຖືກຍົກມາຄົ້ນຄວ້າ ແລະ ປຶກສາຫາລືທີ່ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ

ຫຼາຍວຽກງານທີ່ສໍາຄັນຖືກຍົກມາຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາທີ່ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ທີ່ໄດ້ຈັດຂຶ້ນໃນຕອນເຊົ້າ ມື້ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ;…

ມອບພາຫະນະ ແລະ ອຸປະກອນຮັບໃຊ້ ໃຫ້ອົງການກາແດງແຂວງໄຊສົມບູນ

ອົງການກາແດງແຫ່ງຊາດລາວ ມອບພາຫະນະ ປະເພດລົດຕູ້ 1 ຄັນ ມູນຄ່າ  37,500 ໂດລາ, ອຸປະກອນຮັບໃຊ້ ປະເພດຄອມພິວເຕີ 2 ເຄື່ອງ ແລະ ອຸປະກອນການແພດ ອີກຈໍານວນໜຶ່ງ ໃຫ້ແກ່ອົງການກາແດງແຂວງໄຊສົມບູນ ເພື່ອນຳໃຊ້ໃນການເຄື່ອນໄຫວວຽກງານການປຸກລະດົມຮັບບໍລິຈາກເລືອດພາຍໃນແຂວງໄຊສົມບູນ. ການມອບພາຫະນະ ແລະ ອຸປະກອນຮັບໃຊ້…