37 ຄົນເສຍຊີວິດຍ້ອນ ອຸບັດເຫດຕາມທ້ອງ ຖະໜົນ ໃນເດືອນມິຖຸນາ ທີ່ຜ່ານມາ
ກົມຕໍາຫຼວດຈະລາຈອນໃຫ້ຮູ້ວ່າ: ສະເພາະເດືອນມິຖຸນາ 2021 ທີ່ຜ່ານມາປະຊາຊົນລາວເສຍຊີວິດທັງໝົດ 37 ຄົນ, ບາດເຈັບ 429 ຄົນ ແລະ ພາຫະນະເປ່ເພ 563 ຄັນ ຈາກອຸບັດເຫດທີ່ເກີດຂຶ້ນຕາມທ້ອງຖະໜົນທັງໝົດ 326 ຄັ້ງໃນຂອບເຂດທົ່ວປະເທດ ຊຶ່ງສາເຫດຫຼັກທີ່ກໍ່ໃຫ້ເກີດອຸບັດເຫດຍ້ອນຂັບຂີ່ດ້ວຍຄວາມໄວເກີນກໍານົດ, ຮອງລົງມາແມ່ນເກີດຈາກດື່ມ ສິ່ງ ມືນເມົາແລ້ວຂັບ.…

