ດື່ມສິ່ງມຶນເມົາແມ່ນ ສາເຫດຕົ້ນຕໍເຮັດໃຫ້ເກີດອຸບັດເຫດ ຢູ່ແຂວງຫຼວງນໍ້າທາ

ດື່ມສິ່ງມຶນເມົາແມ່ນ ສາເຫດຕົ້ນຕໍເຮັດໃຫ້ເກີດອຸບັດເຫດ ຢູ່ແຂວງຫຼວງນໍ້າທາ

ອຸບັດເຫດໃນປີ 2020 ທີ່ເກີດຂຶ້ນ ບົນທ້ອງຖະໜົນພາຍໃນແຂວງຫຼວງນໍ້າທາ ສ່ວນໃຫຍ່ແມ່ນ​ເກີດ​ຈາກ​ການ​ດື່ມ​ສິ່ງ​ມຶນ​ເມົາ ແລ້ວ​ຂັບຂີ່ໄວເກີນກໍານົດ 337 ຄັ້ງ, ບໍ່ປ່ອຍສິດ 47 ຄັ້ງ, ແຊງບໍ່ຮັບປະກັນ 13 ຄັ້ງ, ປ່ຽນທິດທາງ 11ຄັ້ງ ແລະ ອື່ນໆ.

ຫົວໜ້າ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງຫຼວງນໍ້າທາ, ທ່ານ ພັທ ລາດສະຫວາງ ປຣະຈິດທໍາ ໄດ້ລາຍງານຫວ່າງບໍ່ດົນມານີ້ ວ່າ: ສໍາລັບປີ 2020 ຜ່ານມາ ທົ່ວແຂວງຫຼວງນໍ້າທາ ມີອຸບັດເຫດເກີດຂຶ້ນທັງໝົດ 408 ຄັ້ງ ເສຍຊິວິດ 35 ຄົນ, ໃນນີ້ ເກີດຢູ່ ຫຼວງນໍ້າທາ 87 ຄັ້ງ, ເມືອງວຽງພູຄາ 80 ຄັ້ງ, ເມືອງສິງ 62 ຄັ້ງ, ເມືອງລອງ 30 ຄັ້ງ ແລະ ເມືອງນາແລ 4 ຄັ້ງ.

ການເກີດອຸ­ບັດ­ເຫດ​ເຮັດໃຫ້ມີ​ຄົນ​ບາດ­ເຈັບ​ທັງ​ໝົດ 621 ຄົນ ແລະ ໃນນັ້ນມີ​ພາຫະນະ​ເປ່ເພ 718 ຄັນ, ຊຶ່ງຜູ້ເຂົ້າຮ່ວມເກີດອຸບັດເຫດ ສ່ວນໃຫຍ່ ແມ່ນປະຊາຊົນ 149 ຄົນ, ນັກຮຽນ-ນັກສຶກສາ 130 ຄົນ ພ້ອມນັ້ນ ຍັງມີພະນັກງານ-ລັດຖະກອນ, ນັກທຸລະກິດ ແລະ ຄ້າຂາຍ ຈໍານວນໜຶ່ງອີກ.

ເພື່ອເຮັດໃຫ້ອຸບັດເຫດຫຼຸດລົງ, ພະແນກຕໍາຫຼວດຈະລາຈອນ ປກສ ແຂວງຫຼວງນໍ້າ ຈະໄດ້ສືບຕໍ່ລົງໂຄສະນາກົດລະບຽບຈາລະຈອນຢູ່ຕາມໂຮງຮຽນ, ຕາມສຳນັກງານ ອົງການຕ່າງໆ, ສືບຕໍ່ລົງເຄື່ອນໄຫວຕັ້ງຈຸດກວດກາບ່ອນທີ່ມີການສັນຈອນແອອັດ ເພື່ອເຮັດໃຫ້ການເກີດອຸບັດເຫດຫຼຸດໜ້ອຍລົງ.

ແຫຼ່ງຂໍ້ມູນ: ປກສ

ຮູບ: ໜ່ວຍກູ້ໄຟ

Related Articles

Leave a Reply