ອົງການກອຍກາ ຊ່ວຍພັດທະນາການທ່ອງທ່ຽວທາງປະຫວັດສາດຢູ່ຊຽງຂວາງ
ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຊຽງຂວາງ ໄດ້ມີການຮີບໂຮມເອົາວັດຖຸພັນ ສິ່ງເສດເຫຼືອຈາກສົງຄາມເຊັ່ນ ໝາກແຕກ, ລູກລະເບີດ, ລູກປືນໃຫຍ່ ເຂົ້າມາສະສົມໄວ້ໃນຫໍພິພິດຕະພັນເພື່ອພັດທະນາເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດ. ການພັດທະນາສະຖານທີ່ທ່ອງ ທ່ຽວແຫ່ງໃໝ່ນີ້ມີບົດບາດສຳຄັນໃນການສົ່ງເສີມການຕະຫຼາດ ແລະ ບູລະນະຜະລິດຕະພັນ ການທ່ອງທ່ຽວທາງປະຫວັດສາດ ເພື່ອແນໃສ່ເປັນການ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ມາທ່ຽວຊົມແຂວງຊຽງຂວາງນັບມື້ນັບຫຼາຍຂຶ້ນ…

