Vientiane Times Lao

ຫຼາຍວຽກງານທີ່ສໍາຄັນຖືກຍົກມາຄົ້ນຄວ້າ ແລະ ປຶກສາຫາລືທີ່ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ

ຫຼາຍວຽກງານທີ່ສໍາຄັນຖືກຍົກມາຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາທີ່ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ທີ່ໄດ້ຈັດຂຶ້ນໃນຕອນເຊົ້າ ມື້ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ;…

ມອບພາຫະນະ ແລະ ອຸປະກອນຮັບໃຊ້ ໃຫ້ອົງການກາແດງແຂວງໄຊສົມບູນ

ອົງການກາແດງແຫ່ງຊາດລາວ ມອບພາຫະນະ ປະເພດລົດຕູ້ 1 ຄັນ ມູນຄ່າ  37,500 ໂດລາ, ອຸປະກອນຮັບໃຊ້ ປະເພດຄອມພິວເຕີ 2 ເຄື່ອງ ແລະ ອຸປະກອນການແພດ ອີກຈໍານວນໜຶ່ງ ໃຫ້ແກ່ອົງການກາແດງແຂວງໄຊສົມບູນ ເພື່ອນຳໃຊ້ໃນການເຄື່ອນໄຫວວຽກງານການປຸກລະດົມຮັບບໍລິຈາກເລືອດພາຍໃນແຂວງໄຊສົມບູນ. ການມອບພາຫະນະ ແລະ ອຸປະກອນຮັບໃຊ້…

ຈົ່ງມີສະຕິລະມັດລະວັງ ຝົນຕົກເປັນວົງກວ້າງ ອາດຈະເກີດໄພພິບັດ ນ້ຳຖ້ວມຊູ ດິນເຈື່ອນ  ໄລຍະນີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນມາຍັງປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ສະພາບຝົນຕົກໜັກ ຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີດີນເຈື່ອນ, ນ້ຳຖ້ວມຊຸ, ນ້ຳຖ້ວມຍື່ງ ແລະ ນ້ຳຖ້ວມອັ່ງໃນຕົວເມືອງ.ເນື່ອງຈາກລົມພາຍຸໄຕ້ຝຸ່ນຄາຈິກິ (KAJIKI) ກໍາລັງເຄື່ອນທີ່ຢູໃກ້ແຄມຝັ່ງທະເລທາງພາກກາງຂອງປະເທດຫວຽດນາມ, ມີທິດທາງເຄື່ອນທີ່ໄປທາງທິດຕາເວັນຕົກ – ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 20…

ເຕືອນໄພສັງຄົມ! ກົນອຸບາຍໃໝ່ມິດສາຊີບ ປອມຕົວເປັນຜູ້ສະໝັກງານ ຫຼອກເອົາເງິນ

ໜັງສືພິມວຽງຈັນທາຍ ໄດ້ຮັບການເປີດເຜີຍຈາກເຈົ້າຂອງຮ້ານອາຫານແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ (ບໍ່ປະສົງອອກນາມ) ກ່ຽວກັບປະສົບການທີ່ຖືກກຸ່ມມິດສາຊີບໃຊ້ກົນອຸບາຍໃໝ່  ຫຼອກລວງໃຫ້ໂອນເງິນຄ່າເດີນທາງ, ໂດຍອ້າງວ່າຈະມາສະໝັກເປັນພະນັກງານ, ສ້າງຄວາມເສຍຫາຍ ແລະ ຖືເປັນບົດຮຽນສຳຄັນໃຫ້ແກ່ສັງຄົມ. ຜູ້ປະສົບເຫດໄດ້ເລົ່າລາຍລະອຽດຕໍ່ນັກຂ່າວວຽງຈັນທາຍວ່າ: ເມື່ອບໍ່ດົນມານີ້ ທາງຮ້ານໄດ້ມີການປະກາດຮັບສະໝັກພະນັກງານຜ່ານຊ່ອງທາງສື່ສັງຄົມອອນລາຍ. ຫຼັງຈາກປະກາດໄປໄດ້ບໍ່ດົນ, ໄດ້ມີບຸກຄົນຈຳນວນ 2 ຄົນ ຕິດຕໍ່ເຂົ້າມາສະແດງຄວາມສົນໃຈຂໍສະໝັກວຽກ. ເພື່ອສ້າງຄວາມໜ້າເຊື່ອຖື, ພວກກ່ຽວໄດ້ສົ່ງຮູບຖ່າຍບັດປະຈຳຕົວມາໃຫ້ທາງເຈົ້າຂອງຮ້ານກວດສອບ. ໃນລະຫວ່າງການສອບຖາມຂໍ້ມູນເພີ່ມເຕີມຜ່ານທາງໂທລະສັບ,…

ລາວ ໄດ້ປະຕິບັດໜ້າທີ່ເປັນປະເທດ ປະສານງານພາກພື້ນອາຊີຕາເວັນອອກໃຫ້ແກ່ກົນໄກການຮ່ວມມື FEALAC ແຕ່ປີ 2017-2024

ຂອບການຮ່ວມມື ອາຊີຕາເວັນອອກ-ອາເມລິກາລາຕິນ (FEALAC) ສ້າງຕັ້ງຂຶ້ນໃນປີ 1999 ໂດຍມີຈຸດປະສົ່ງ ເພື່ອເຊື່ອມໂຍງບັນດາປະເທດ ໃນພາກພື້ນອາຊີຕາເວັນອອກ-ອາເມລິກາຕິນ ເຂົ້າຫາກັນ  ເຊິ່ງມີປະເທດສະມາຊິກທັງໝົດ 36 ປະເທດ ແລະ ສປປ ລາວ ໄດ້ປະຕິບັດໜ້າທີ່ເປັນປະເທດປະສານງານພາກພື້ນອາຊີຕາເວັນອອກໃຫ້ແກ່ກົນໄກການຮ່ວມມືດັ່ງກ່າວ ແຕ່ປີ 2017-2024. ໃນວັນທີ 22…

ບຸນຫໍ່ເຂົ້າປະດັບດິນເປັນໜຶ່ງໃນຫຼາຍບຸນຂອງຊາວພຸດ

ບຸນຫໍ່ເຂົ້າປະດັບດິນ ເປັນໜຶ່ງໃນຮີດຄອງປະເພນີຂອງຊາວພຸດທີ່ເຄີຍສືບທອດປະຕິບັດກັນມາຈົນເທົ່າທຸກວັນນີ້. ບຸນຫໍ່ເຂົ້າປະດັບດິນຍັງນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ. ເມື່ອຮອດມື້ແຮມ 14 ຄໍ່າເດືອນ 9 ລາວຂອງທຸກໆປີ ຫຼື ເອີ້ນວ່າບຸນເດືອນເກົ້າ ຊຶ່ງປີນີ້ແມ່ນກົງກັບວັນທີ 23 ສິງຫາ 2025. ບຸນຫໍ່ເຂົ້າປະດັບດິນ ຍັງເປັນບຸນເຮັດເພື່ອອຸທິດສ່ວນບຸນກຸສົນໃຫ້ຜີເຜດ…

ສໍາມະນາ ເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ການສໍາມະນາເພື່ອລະນຶກການຕ້ານຟາດຊິດໂລກ ໄດ້ຮັບໄຊຊະນະ ຄົບຮອບ 80 ປີ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ພາຍໃຕ້ຫົວຂໍ້ “ຮ່ວມກັນກ້າວເດີນຕາມເສັ້ນທາງສັນຕິພາບ” ຈັດຂຶ້ນໃນວັນທີ 22 ສິງຫາ 2025 ທີ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ,…

ເພາະກາຍລາວ ຍາດໄດ້ 2 ຫຼຽນຄຳ ແລະ 2 ຫຼຽນເງິນ ໃນລາຍການຊິງແຊ້ມອາຊຽນ ຄັ້ງທີ 19 ທີ່ປະເທດໄທ

ໃນວັນທີ 21 ສິງຫາ 2025 ຜ່ານມານີ້, ນັກກິລາເພາະກາຍທີມຊາດລາວ ໄດ້ລົງແຂ່ງ 5 ຄົນ 5 ລາຍການ ຄື: Men’s Bodybuilding 70 kg, Men’s Athletic Physique up…

ມອບ-ຮັບລໍ້ເລື່ອນສຳລັບຄົນພິການ ຈໍານວນ 182 ຄັນ

ພິທີມອບ-ຮັບ ລໍ້ເລື່ອນສຳລັບຄົນພິການ-ເສຍອົງຄະ ແລະ ຜູ້ອາຍຸສູງ ຈໍານວນ 182 ຄັນ ລວມມູນຄາ 270 ລ້ານກີບ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ກະຊວງການຕ່າງປະເທດ ແລະ ສະຖານກົງສຸນໃຫ່ຍແຫ່ງ ສປປ ລາວ ປະຈໍາເຂດປົກຄອງພິເສດຮົງກົງ, ມາກາວ ສປ ຈີນ.…

ຈະຖືກງົດໃຊ້ໄຟຟ້າຊົ່ວຄາວຖ້າຜູ້ຊົມໃຊ້ບໍ່ຈ່າຍຄ່າໄຟຟ້າກ່ອນວັນທີ 25 ຂອງທຸກໆເດືອນ

ລັດວິສາຫະກິດໄຟຟ້າລາວໃຫ້ຮູ້ວ່າ: ການຈ່າຍເງິນຄ່າໄຟຟ້າ ແມ່ນພັນທະຂອງຜູ້ຊົມໃຊ້ຕ້ອງໄດ້ປະຕິບັດ ແລະ ຕ້ອງຈ່າຍກ່ອນວັນທີ 25 ຂອງທຸກໆເດືອນ ຫຼື ຕາມວັນທີ ທີ່ຂຽນບອກໃນບິນໄຟຟ້າທີ່ເຮົາໄດ້ຮັບ ບໍ່ໃຫ້ມີໜີ້ຄ້າງ ຖ້າບໍ່ດັ່ງນັ້ນທ່ານກໍຈະຖືກງົດໃຊ້ໄຟຟ້າຊົ່ວຄາວ. ໃນກໍລະນີທີ່ທ່ານຖືກງົດໃຊ້ໄຟຟ້າຊົ່ວຄາວຄວນເຮັດແນວໃດ? 1. ຜູ້ຊົມໃຊ້ໄຟຟ້າຕ້ອງຈ່າຍເງິນຄ່າໄຟຟ້າທັງໝົດທີ່ລະບຸໄວ້ໃນບິນເສຍກ່ອນ.​ 2. ຜູ້ຊົມໃຊ້ໄຟຟ້າຕ້ອງຈ່າຍເງິນຄ່າເຊື່ອມຕໍ່ໄຟຟ້າຄືນຕາມລະບຽບດັ່ງລຸ່ມນີ້: – ໝໍ້ໄຟ 1…