Vientiane Times Lao

ກອງກວດກາປ່າໄມ້ ແຂວງຄໍາມ່ວນ ໄດ້ທໍາລາຍ ສັດປ່າ 22 ຊະນິດ

ເຈົ້າໜ້າທີ່ກອງກວດກາປ່າໄມ້ ຮ່ວມກັບເຈົ້າໜ້າທີ່ ປກສ, ປກຊ, ພາສີ, ອົງການໄອຍະການປະຊາຊົນ ໂດຍສະເພາະແມ່ນໂຄງການ P-WEN AND D-WEN ຂອງແຂວງຄໍາມ່ວນໄດ້ທໍາລາຍ (ຝັງດິນ) ສັດປ່າທີ່ຢຶດມາໄດ້ຈໍານວນ 22 ຊະນິດ ມີ 178 ໂຕ ລວມນໍ້າໜັກ ຫຼາຍກ່ວາ…

ປກສ ແຂວງບໍ່ແກ້ວ ຢຶດຢາບ້າໄດ້ 6 ລ້ານເມັດ

ເຈົ້າໜ້າທີ່ ປກສ ແຂວງ ບໍ່ແກ້ວຢຶດຢາເສບຕິດປະເພດຢາບ້າທັງໝົດ 3.000 ມັດ, ເທົ່າກັບ 6.000.000 ເມັດ (6 ລ້ານເມັດ), ນໍ້າໜັກ 600 ກິໂລກຼາມ ໃນມື້ວານນີ້ (18/8/2025) ໂດຍຊຸກເຊື່ອງຢູ່ໃນລົດກະບະຣີໂວ້ສີຂາວ ບໍ່ຕິດປ້າຍທະບຽນ ແຕ່ຜູ້ຂັບຂີ່ລົດຄັນດັ່ງກ່າວໄດ້ເອົາຕົວຫຼົບໜີ. ກ່ອນຈະຢຶດຢາບ້າຈໍານວນດັ່ງກ່າວໄດ້ຍ້ອນເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ…

 ສະເຫຼີມສະຫຼອງວັນຊາດຫວຽດນາມໄປກັບຂໍ້ສະເໜີພິເສດສຳລັບທຸກຖ້ຽວບິນຂອງສາຍການບິນ Vietjet

*ບິນຈາກນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນໃນລາຄາເລີ່ມຕົ້ນພຽງແຕ່ 0 USD ພ້ອມນ້ຳໜັກກະເປົາຟຣີ 20 ກິໂລ (ນະຄອນຫຼວງວຽງຈັນ, ວັນທີ 19 ສິງຫາ 2025) – ສາຍການບິນ Vietjet ຂໍເຊີນຊວນນັກທ່ອງທ່ຽວຊາວລາວໄປສຳຫຼວດປະເທດຫວຽດນາມ ດ້ວຍລາຄາສຸດພິເສດໄດ້ໃນທົ່ວເຄືອຂ່າຍການບິນຂອງສາຍການບິນ, ລວມທັງເສັ້ນທາງນະຄອນຫຼວງວຽງຈັນ –…

6 ນັກກິລາຄົນພິການ ຮ່ວມງານກິລາຫູໜວກອາຊຽນ ຄັ້ງທີ 2 ທີ່ປະເທດອິນໂດເນເຊຍ

6 ນັກກິລາຄົນພິການທີມຊາດລາວ ພ້ອມດ້ວຍຄະນະໄດ້ອອກເດີນທາງໃນວັນທີ 18 ສິງຫາ 2025 ທີ່ສະໜາມບິນສາກົນ ວັດໄຕ ເພື່ອເຂົ້າຮ່ວມການແຂ່ງຂັນງານກິລາຫູໜວກອາຊຽນ ຄັ້ງທີ 2 ຈະຈັດຂຶ້ນໃນລະຫວ່າງວັນທີ 20-26 ສິງຫາ 2025 ທີ່ນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ. ໃນການເຂົ້າຮ່ວມແຂ່ງຂັນງານກິລາຄົນພິການຫູໜວກອາຊຽນ ຄັ້ງທີ 2…

ປະຊາຊົນ ໃນ 5 ແຂວງເປົ້າໝາຍ ໄດ້ຮັບຜົນປະໂຫຍດ ຈາກໂຄງການສົ່ງເສີມການນຳໃຊ້ພະລັງງານສະອາດ

ປະຊາຊົນ ໃນ ນະຄອນຫຼວງວຽງຈັນ ແລະ ໃນບັນດາ ແຂວງ ຊຽງຂວາງ, ຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ ໄດ້ຮັບການສົ່ງເສີມ ແລະ ເຂົ້າເຖິງການນຳໃຊ້ເຕົາປະຢັດ ແລະ ພະລັງງານສະອາດ, ພາຍໃຕ້ໂຄງການ “ໂຄງການສົ່ງເສີມການນຳໃຊ້ເຕົາປະຢັດ ແລະ ພະລັງງານສະອາດ”.…

ພູຂ້ອງ ເປັນແຫຼ່ງທ່ອງທ່ຽວ ມໍລະດົກ ວັດທະນະທຳ–ທຳມະຊາດ ຢູ່ແຂວງຈຳປາສັກ

“ພູຂ້ອງ” ຕັ້ງຢູ່ໃນ ເຂດປ່າສະຫງວນແຫ່ງຊາດພູຊຽງທອງໃນເຂດບ້ານໃໝ່ສິງສຳພັນ ແລະ ບ້ານສຸລະ ເມືອງຊະນະສົມບູນ ແຂວງຈຳປາສັກເປັນປ່າດົງດິບທີ່ອຸດົມສົມບູນ ມີທັງພູຜາ ແລະ ຖ້ຳນ້ອຍ ທີ່ເໝາະສຳລັບຜູ້ທີ່ຮັກການຜະຈົນໄພ ແລະ ຢາກສຳຜັດອາກາດບໍລິສຸດ ຫຼື ອາດເວົ້າໄດ້ວ່າເປັນແຫຼ່ງທ່ອງທ່ຽວມໍລະດົກວັດທະນະທຳ–ທຳມະຊາດ. ບໍ່ພຽງແຕ່ທຳມະຊາດງົດງາມ, ບ້ານດັ່ງກ່າວຍັງເປັນດິນແດນທີ່ຮັກສາປະເພນີ ແລະ ວັດທະນະທຳທ້ອງຖິ່ນໄວ້ຢ່າງດີ. ນັກທ່ອງທ່ຽວສາມາດໄປສຳຜັດບັນດາງານປະເພນີ…

ຈັບຕົວໄດ້ແລ້ວ! ຊາຍໜຸ່ມ ກໍ່ເຫດທຸບແວ່ນລົດ ເພື່ອລັກເອົາພຣະໃນລົດ ຢູ່ເມືອງໄຊເສດຖາ

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ລາຍງານວ່າ: ວັນທີ 18 ສິງຫາ 2025 ເວລາ 13:00 ໂມງ  ເຈົ້າໜ້າທີ່ໜ່ວຍສະເພາະກິດ ກອງບັນຊາການ ປກສ ເມືອງໄຊເສດຖາ ໄດ້ສົມທົບກັບອຳນາດການປົກຄອງບ້ານຫົວຂົວ ເຂົ້າກັກຕົວທ້າວ ວິນລີ້ ອາຍຸ…

ລາວໂທລະຄົມ ສະໜັບສະໜູນດ້ານໂທລະຄົມ ໃຫ້ກັບສະຫະພັນບານເຕະແຫ່ງຊາດລາວ ໄລຍະເວລາ 3 ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ໃຫ້ການສະໜັບສະໜູນດ້ານໂທລະຄົມ ເພື່ອທໍາການຖ່າຍທອດສົດການແຂ່ງຂັນບານເຕະ ໃຫ້ກັບສະຫະພັນບານເຕະແຫ່ງຊາດລາວ ໄລຍະເວລາ 3 ປີ. ພິທີເຊັນສັນຍາການສະໜັບສະໜູນດ້ານໂທລະຄົມ ຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2025 ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ວີເພັດ ສີຫາຈັກຣ…

ປ່ອຍຍຸງໂວບັກເຄຍຈະຊ່ວຍຫຼຸດຜ່ອນ ຄວາມສາມາດຂອງຍຸງລາຍ ໃນການສົ່ງຕໍ່ເຊື້ອພະຍາດ ສູ່ຄົນ

ກະຊວງສາທາລະນະສຸກ, ກົມຄວບຄຸມພະຍາດຕິດຕໍ່ ແລະ ອົງການ Save the Children International ປະຈຳລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ໂຄງການຍຸງລາຍໂລກ ໄດ້ຈັດກິດຈະກຳປ່ອຍຍຸງລາຍ Wolbachia ຈໍານວນຫຼາຍກວ່າ 130 ລ້ານໂຕ ເມື່ອມໍ່ໆມານີ້ຢູ່ ນະຄອນຫຼວງວຽງຈັນ. ຍຸງໂວບັກເຄຍ…

ຈະຈັດກິດຈະກຳຍ່າງ ເພື່ອສຸຂະພາບ ເຊົ້າວັນເສົານີ້ ທີ່ເດີ່ນທາດຫຼວງ

ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບພາກສ່າວກ່ຽວຂ້ອງ ຈະໄດ້ຈັດກິດຈະກຳຍ່າງ ເພື່ອສຸຂະພາບ ເນື່ອງໃນໂອກາດສະ​ເຫຼີ​ມສະຫຼອງວັນສືມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025). ກິດຈະກຳຍ່າງ ຄັ້ງນີ້ ຈະຈັດຂຶ້ນໃນວັນທີ 16 ສິງຫາ…