Vientiane Times Lao

ເສຍຊີວິດ 4, ຫາຍສາບສູນ 3 ຄົນ ຈາກເຫດນໍ້າປ່າໄຫຼພັດຍ້ອນຝົນຕົກໜັກ

ມີຜູ້ເສຍຊີວິດ 4 ຄົນ, ຫາຍສາບສູນ 3 ຄົນ ແລະ ບາດເຈັບ 1 ຄົນ ເມືອງຊຽງເງິນ, ແຂວງຫຼວງພະບາງ ໃນເວລາປະມານ 8 ໂມງເຊົ້າຂອງວັນທີ 24 ເມສາ 2020 ເນື່ອງຈາກຝົນຕົກໜັກ ຫຼາຍຊົ່ວໂມງຕິດຕໍ່ກັນ.…

ປະຊາຊົນເຂດພາກເໜືອ ແລະ ພາກກາງ ກຽມຮັບມືກັບພະຍຸລະດູຮ້ອນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງການດ່ວນໃນວັນທີ 24 ເມສາ 2020 ວ່າ: ນັບແຕ່ມື້ນີ້ ຫາວັນທີ 26 ເມສາ 2020, ປະຊາຊົນເຂດພາກເໜືອ ແລະ ພາກກາງ ກຽມຮັບມືກັບພະຍຸລະດູຮ້ອນ. ພະຍຸລະດູຮ້ອນດັ່ງກ່າວ ເນື່ອງຈາກວ່າບໍລິເວນຄວາມກົດດັນສູງຂອງອາກາດເຢັນທີ່ມີກໍາລັງແຮງປານກາງຫາແຮງຈາກປະເທດຈີນແຜ່ລົງມາປົກ ຄຸມເຂດພາກເໜືອລົງຫາພາກກາງ…

ມື້ອື່ນອາດຈະມີຜູ້ອອກໂຮງໝໍຕື່ມ ຖ້າຜົນກວດຄັ້ງທີ 2 ບໍ່ພົບເຊື້ອພະຍາດໂຄວິດ-19

ຄະນະສະເພາະກິດ ໄດ້ແຈ້ງໃຫ້ຊາບໃນການຖະແຫຼງຂ່າວໃນຕອນບ່າຍວັນທີ 24 ເມສາ 2020 ນີ້ວ່າ ອາດຈະມີຜູ້ໄດ້ອອກໂຮງໝໍຕື່ມອີກໃນມື້ອື່ນ ຖ້າຜົນກວດຄັ້ງສຸດທ້າຍ ໃນມື້ນີ້ຫາກບໍ່ພົບເຊື້ອພະຍາດ ໂຄວິດ-19. ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ກ່າວຕໍ່ສື່ມວນຊົນໃນມື້ນີ້ວ່າ ປະຈຸບັນ ຍັງເຫຼືອມີຜູ້ຕິດເຊື້ອນອນຕິດຕາມປິ່ນປົວຢູ່ໂຮງໝໍທັງໝົດ…

ກຸ່ມບໍລິສັດລ້ອງແຈ້ງພັດທະນາ ສະໜັບສະໜູນວຽກງານຕ້ານພະຍາດໂຄວິດ-19

ກຸ່ມບໍລິສັດລ້ອງແຈ້ງພັດທະນາ ໄດ້ສະໜັບສະໜູນການຂົນສົ່ງຜູ້ອອກແຮງງານລາວ ທີ່ກັບມາແຕ່ປະເທດໄທ ໄປສູນຈໍາກັດບໍລິເວນ ຢູ່ບັນດາແຂວງຕ່າງໆ ໃນລະຫວ່າງ ວັນທີ 21-22 ເມສາ 2020 ຜ່ານມານີ້ ລວມມີ ແຂວງວຽງຈັນ, ໄຊຍະບູລີ, ຫຼວງພະບາງ, ອຸດົມໄຊ, ຫົວພັນ ແລະ ຊຽງຂວາງ. ນອກຈາກບໍລິການຂົນສົ່ງກຸ່ມແຮງງານດັ່ງກ່າວໂດຍບໍ່ເສຍຄ່າແລ້ວ,…

ໂຮງໝໍແຂວງອັດຕະປືໄດ້ຮັບອຸປະກອນການແພດເພື່ອຕ້ານພະຍາດ ໂຄວິດ-19

ອໍານາດການປົກຄອງແຂວງອັດຕະປື ບໍ່ດົນມານີ້ໄດ້ຈັດຊື້ເຄື່ອງຊ່ວຍຫາຍໃຈ ຈໍານວນ 1 ເຄື່ອງມອບໃຫ້ໂຮງໝໍ ແຂວງອັດຕະປື ລວມມູນຄ່າ 390 ລ້ານກີບ.  ຈຸດປະສົງການຈັດຊື້ເຄື່ອງດັ່ງກ່າວແມ່ນນໍາໃຊ້ເຂົ້າໃນວຽກງານການປິ່ນປົວຄົນເຈັບ ທີ່ມີບັນຫາທາງລະບົບຫາຍໃຈ ແລະ ເພື່ອກຽມພ້ອມ ໃນການຮັບມືກັບພະຍາດອັກເສບປອດ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19 ທີ່ອາດຈະເກີດຂຶ້ນ. ມາຮອດປະຈຸບັນ ຢູ່…

ປັບລາຄານ້ຳມັນທຸກຊະນິດລົງ 400 ກີບ ເລີ່ມມື້ເຊົ້ານີ້

ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ໄດ້​ອອກ​ແຈ້ງ​ການ​ໃນ​ວັນ​ທີ 23 ເມ­ສາ 2020 ເລື່ອງ​ປັບ​ລົງລາຄາ​ຂາຍ­ຍ່ອຍ​ນ້ຳ­ມັນ​ເຊື້ອ​ໄຟ​ລົງ 400 ກີບ​/ລິດ ທຸກ​ຊະ­ນິດ ເລີ່ມມື້ເຊົ້ານີ້. ແຈ້ງການດັ່ງກ່າວ ໄດ້ລະບຸເຖິງ​ສະ­ມາ­ຄົມ ​ນ້ຳ­ມັນ​ເຊື້ອ​ໄຟ ແລະ ອາຍ​ແກ໊ດ, ບັນ­ດາ​ບໍ­ລິ­ສັດ​ນ້ຳ­ມັນ​ເຊື້ອ​ໄຟ ແລະ ປ້ຳ​ຂາຍ­ຍ່ອຍ​ນ້ຳ­ມັນ​ເຊື້ອ​ໄຟ…

ສະມາ​ຄົມ​ມິດຕະພາບ​ຫວຽດນາມ-ລາວ ​ມອບ​ເຄື່ອງ​ຊ່ວຍ​ເຫຼືອຕ້ານພະຍາດ ໂຄວິດ-19

​ສະມາຄົມ​ມິດຕະພາບຫວຽດນາມ-​ລາວ ​ໄດ້ມອບເຄື່ອງ​ຊ່ວຍ​ເຫຼືອ ເພື່ອເປັນການປ້ອງກັນການແຜ່ລະບາດຂອງ ພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຢູ່ ສປປ ລາວ. ພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນໃນວັນທີ 21 ເມສາ 2020 ຢູ່ທີ່ສະຖານ​ເອກ​ອັກຄະ​ລັດຖະທູດ ແຫ່ງ​ ສປປ ລາວ ປະຈຳ…

ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນມື້ທີ 11 ແລ້ວ

ຄະນະສະເພາະກິດ ລາຍງານໃນໂອກາດຖະແຫຼງຂ່າວຕອນບ່າຍມື້ນີ້ວ່າ ຢູ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ຈາກການເກັບຕົວຢ່າງມາກວດທັງໝົດ 67 ຄົນ. ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ແຈ້ງໃຫ້ຊາບຕື່ມອີກວ່າ ມາຮອດມື້ນີ້ ເປັນມື້ທີ…

ຜູ້ຕິດພະຍາດໂຄວິດ-19 ທີ່ປີ່ນປົວຢູ່ໂຮງໝໍແຂວງຫຼວງພະບາງ ໄດ້ອອກໂຮງໝໍແລ້ວ 2 ຄົນ

ຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ທີ່ໄດ້ຮັບການປີ່ນປົວຢູ່ໂຮງໝໍແຂວງຫຼວງພະບາງ ໄດ້ອອກໂຮງໝໍແລ້ວ 2 ຄົນໃນມຶື້ນີ້ ພາຍຫຼັງປີ່ນປົວຫາຍດີ ແລະ ໄປຕິດຕາມຕົນເອງຢູ່ເຮືອນພ້ອມທັງຈໍາກັດບໍລິເວນຕື່ມອີກ 14 ວັນ ກ່ອນຈະດໍາລົງຊີວິດປົກກະຕິໃນສັງຄົມ. ມາຮອດມື້ນີ້ ຢູ່ ສປປ ລາວ ປີ່ນປົວຜູ້ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຫາຍດີແລ້ວ 4…

ພາກທຸລະກິດທີ່ຈະດໍາເນີນກິດຈະການໃນຊ່ວງນີ້ ຕ້ອງຮັບປະກັນໃນການຕ້ານໂຄວິດ-19

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ອອກແຈ້ງການແນະນໍາໃນບໍ່ດົນມານີ້ເຖິງ ບັນດາໂຄງການ, ບໍລິສັດ ແລະ ໂຮງງານ ທີ່ຈໍາເປັນຕ້ອງໄດ້ເປີດກິດຈະການ ຫຼື ດໍາເນີນທຸລະກິດ ແມ່ນໃຫ້ປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດ. ບັນດາເງື່ອນໄຂປະກອບມີ: ໂຄງການ, ບໍລິສັດ ແລະ ໂຮງງານຕ້ອງມີພື້ນທີ່ເຮັດວຽກເປັນຂອບເຂດສະເພາະ (ມີບ່ອນເຮັດວຽກ, ບ່ອນພັກເຊົາໃນຂອບເຂດສະເພາະໄດ້ມາດຕະຖານໃຫ້ພະນັກງານ-ກໍາມະກອນຢ່າງພຽງພໍ),…