ເມືອງໂຂງລົບລ້າງການຫາປາດ້ວຍມອງ ແລະ ຫຼີ່ 

ອໍານາດການປົກຄອງເມືອງໂຂງແຂວງຈໍາປາສັກສາມາດລົບລ້າງ ຫຼື ຢຸດຕິການຫາປາຂອງປະຊາຊົນ ຫຼື ຊາວປະມົງດ້ວຍການໃສ່ມອງ ແລະ ການເຮັດຫຼີ່ເພື່ອໂຕ່ງເອົາປາຢູ່ຕາມສາຍນໍ້າຕ່າງໆພາຍໃນເມືອງໂຂງໄດ້ເເລ້ວ ເມື່ອບໍ່ດົນມານີ້ພາຍຫຼັງທີ່ພະຍາຍາມມາແຕ່ ປີ 2009 ແຕ່ຊາວປະມົງຍັງສາມາດຫາປາດ້ວຍແຫ ແລະ ການໃສ່ເບັດໄດ້ເປັນປົກກະຕິ. ຄວາມພະຍາຍາມຂອງອໍານາດການປົກຄອງເມືອງໂຂງກ່ຽວກັບການລົບລ້າງເລື່ອງດັ່ງກ່າວນີ້ ກໍ່ເພື່ອເປັນການອະນຸລັກສັດນໍ້າ ໂດຍສະເພາະປາ ຍ້ອນວ່າການໃຊ້ມອງເອົາປາ ແລະ ການໃຊ້ຫຼີ່ຈະເຮັດໃຫ້ປາດັບສູນ. ຕາມການສໍາຫຼວດຢູ່ຕາມສາຍນໍ້າຕ່າງໆພາຍໃນເມືອງໂຂງມີສາຍພັນປາຫຼາຍກວ່າ…

ທ່ຽວຊົມດອກຊາກຸຣະບານທີ່ເມືອງວຽງໄຊ ແຂວງຫົວພັນໃນຍຸກລາວທ່ຽວລາວ 

ສວນຊາກຸຣະມິດຕະພາບລາວ-ຍີ່ປຸ່ນ ທີ່ເມືອງວຽງໄຊ  ແຂວງຫົວພັນກໍາລັງກາຍເປັນແຫຼ່ງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວພາຍໃນປະເທດ ຍ້ອນວ່າຕົ້ນດອກສະກຸຣະທີ່ປູກຢູ່ສວນດັ່ງກ່າວເລີ່ມອອກດອກແລ້ວໂດຍໄດ້ມີນັກທ່ອງທ່ຽວລາວ ແລະ ຕ່າງປະເທດຈໍານວນຫຼາຍໄດ້ແວ່ທ່ຽວຊົມ ໂດຍສະເພາະແວ່ຖ່າຍຮູບເພື່ອເປັນທີ່ລະນຶກ. ສວນຊາກຸຣະແຫ່ງນີ້ໄດ້ເປີດເປັນແຫຼ່ງທ່ອງທ່ຽວ ແລະ ມີການປູກຊາກຸຣະ ໃນເດືອນ ກຸມພາ 2015 ທີ່ຜ່ານມາ ຊຶ່ງລັດຖະບານຍີ່ປຸ່ນມອບເປັນຂອງຂວັນໃຫ້ແກ່ ສປປ ລາວ ເນື່ອງໃນວັນສະເຫຼີມສະຫຼອງການທູດລະຫວ່າງລາວ ແລະ ຍີ່ປຸ່ນ ຊຶ່ງມີຫຼາຍກວ່າ…

ເມືອງໂຂງ ຈະຈັດງານບຸນປະເພນີ ຊ່ວງເຮືອ ແນໃສ່ໂຄສະນາການທ່ອງ ທ່ຽວພາຍໃນເມືອງ

ເມືອງໂຂງ ແຂວງ ຈໍາປາສັກ ກຽມຈັດງານປະເພນີບຸນຊ່ວງເຮືອ ລະຫວ່າງວັນທີ 11-12 ທັນວາ 2020 ທີ່ຈະມາເຖິງນີ້, ແນໃສ່ອະນຸຮັກຮີດຄອງປະເພນີ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ ໃຫ້ດໍາລົງຄົງຢູ່ນໍາຊາວລາວຕະຫຼອດໄປ, ພ້ອມກັນນັ້ນ ກໍເພື່ອໂຄສະນາການທ່ອງທ່ຽວພາຍໃນເມືອງໂຂງ ທີ່ມີແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ, ວັດທະນະທໍາ ແລະ ທໍາມະຊາດ ຫຼາຍກວ່າ 30…

ຄະນະສະເພາະກິດໃຫ້ໂອກາດຜູ້ທີ່ສົ່ງຄົນຈີນ 2 ຄົນທີ່ຕິດເຊື້ອພະຍາດໂຄວິດ-19 ໄປແຂວງຫຼວງນໍ້າທາເປັນມື້ສຸດທ້າຍ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ຕາມຫາຜູ້ທີ່ສົ່ງຊາຍຊາວຈີນ 2 ຄົນທີ່ຕິດເຊື້ອພະຍາດໂຄວິດ-19 ໄປແຂວງຫຼວງນໍ້າທາ ໃນວັນທີ 27 ພະຈິກ 2020 ທີ່ຜ່ານມາຍ້ອນວ່າບຸກຄົນດັ່ງກ່າວອາດຕິດເຊື້ອພະຍາດໂຄວິດ-19 ຈາກຊາຍຈີນ 2 ຄົນດັ່ງກ່າວ ແລະ…

ລາວພົບຜູ້ຕິດເຊື້ອຄວິດ-19 ໃໝ່ອີກ 2 ກໍລະນີ ຊຶ່ງເປັນນັກສຶກສາລາວ ແລະ ນັກບິນ ສັນຊາດຣັດເຊຍ

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນລາວ ໃນຕອນເຊົ້າວັນທີ 7 ທັນວາ 2020 ນີ້ວ່າ:  ລາວ ພົບຜຸ້ຕິດເຊື້ອພະຍາດໂຄວິດ-19…

ທະຫານຊາຍແດນ 121 ຈັບຜູ້ຕ້ອງຫາ 3 ຄົນ ພ້ອມຂອງກາງສານຢາເສບຕິດນໍ້າໜັກ 7. 250 ກິໂລ ຢູ່ ແຂວງບໍ່ແກ້ວ

ທະຫານຊາຍແດນ 121 ທີ່ຂື້ນກັບກອງບັນຊາການທະຫານແຂວງບໍ່ແກ້ວໄດ້ອອກລາດຕະເວນ ຕາມຊາຍແດນລາວ-ມຽນມາ ໃນວັນທີ 4 ທັນວາ 2020 ທີ່ຜ່ານມາພາຍຫຼັງທີ່ໄດ້ຮັບລາຍງານຈາກ ຄະນະສະເພາະກິດກອງບັນຊາການທະຫານແຂວງ ບໍ່ແກ້ວວ່າຈະມີການຂົນສານຢາເສບຕິດ ມາຈາກ ປະເທດເພື່ອນບ້ານເຂົ້າມາ ສປປ ລາວ, ຕໍ່ມາໃນເວລາປະມານ 23 ໂມງ 00 ນາທີ…

ງານຕະຫຼາດນັດແຮງງານ 2020 ຈະຈັດຂຶ້ນທ້າຍເດືອນນີ້

ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ (ຮສສ.ນວ) ຈະຈັດງານຕະຫຼາດນັັດແຮງງານຂຶ້ນ ໃນລະຫວ່າງວັນທີ 18-21 ທັນວາ 2020 ທີ່ພະແນກ ຮຮສ. ນວ ແລະ ຄາດວ່າ ຈະມີຜູ້ເຂົ້າຮ່ວມງານຈໍານວນ 5. 000 ຄົນ ຊຶ່ງຈະມີທັງຜູ້ມາທ່ຽວຊົມ…

ນັກລົງທຶນ ສສ ຫວຽດນາມເປັນອັນດັບ 3 ຂອງການລົງທຶນຕ່າງປະເທດຢູ່ລາວ

ກະຊວງແຜນການ ແລະ ການລົງທຶນ ແຈ້ງໃຫ້ຮູ້ວ່າ: ມາຮອດປະຈຸບັນ, ການລົງທຶນຂອງບັນດາວິສາຫະກິດຂອງຫວຽດນາມຢູ່ລາວ ລວມມູນຄ່າສູງເຖິງ 4,1 ຕື້ ໂດລາສະຫະລັດ ຈັດຢູ່ໃນອັນດັບ 3 ຂອງນັກລົງທຶນຕ່າງປະເທດທີ່ມາລົງທຶນຢູ່ ສປປ ລາວ ແລະ ມູນຄ່າການຄ້າສອງຝ່າຍ ​ໃນ 10 ​ເດືອນ…

ລາວ ແລະ ຫວຽດນາມ ໄດ້ລົງນາມເອກະສານຮ່ວມມືຂອງສອງປະເທດ ຈຳນວນ 18 ສະບັບ

ລາວ ແລະ ຫວຽດນາມ ໄດ້ລົງນາມເອກະສານຮ່ວມມືຂອງສອງປະເທດ ຈຳນວນ 18 ສະບັບທີ່ ກອງປະຊຸມ ຄັ້ງທີ 43 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ. ຫວຽດນາມ…

ນາງ ບຸນພະສອນ ບຸດດາລາ ໄດ້ເປັນນາງສາວລາວປີ 2020

ຈົບໄປແລ້ວສໍາລັບງານການປະກວດນາງສາວລາວ ຫຼື Miss Laos ໃນຄ່ຳຄືນວັນທີ 5 ທັນວາ 2020​ ທີ່ຜ່ານມາ ທີ່ໂຮງແຮມ ແລນມາກ ແມ່ຂອງ ຊຶ່ງຜົນການປະກວດ ປະກົດວ່າຜູ້ຊະນະເລີດໄດ້ເປັນນາງສາວລາວ ປີ 2020 ໄດ້ແກ່ ນາງ ບຸນພະສອນ ບຸດດາລາ…