ນາງ ບຸນພະສອນ ບຸດດາລາ ໄດ້ເປັນນາງສາວລາວປີ 2020

ນາງ ບຸນພະສອນ ບຸດດາລາ ໄດ້ເປັນນາງສາວລາວປີ 2020

ຈົບໄປແລ້ວສໍາລັບງານການປະກວດນາງສາວລາວ ຫຼື Miss Laos ໃນຄ່ຳຄືນວັນທີ 5 ທັນວາ 2020​ ທີ່ຜ່ານມາ ທີ່ໂຮງແຮມ ແລນມາກ ແມ່ຂອງ ຊຶ່ງຜົນການປະກວດ ປະກົດວ່າຜູ້ຊະນະເລີດໄດ້ເປັນນາງສາວລາວ ປີ 2020 ໄດ້ແກ່ ນາງ ບຸນພະສອນ ບຸດດາລາ (ML4) ຕົວແທນນາງສາວຈາກນະຄອນຫຼວງວຽງຈັນ ໄດ້ຮັບມົງກຸດ ມູນຄ່າ 50 ລ້ານກີບ ພ້ອມສາຍສະພາຍ ນອກນັ້ນຍັງມີເງິນລ້າງວັນ 30 ລ້ານກີບ,​ ຄຳ 2 ບາດ ແລະ ທຶນການສຶກສາ 300 ລ້ານກີບ  ແລະ ອື່ນໆ.

ສຳລັບ ຮອງອັນດັບໜຶ່ງ ໄດ້ແກ່ ນາງ ພອນທິດາ ແກ້ວບຸນພັນ (ML5) ຕົວແທນຈາກນະຄອນຫຼວງວຽງຈັນ, ຮອງອັນດັບສອງໄດ້ແກ່ ນາງພິມມະສອນ ວໍລະສັກ (ML31) ຕົວແທນຈາກແຂວງໄຊຍະບູລີ, ຮອງອັນດັບສາມໄດ້ແກ່ນາງ ລັດດາວັນ ໄຊນາລໍ່ (ML22) ຕົວແທນຈາກແຂວງໄຊສົມບູນ, ຮອງອັນດັບສີ່ໄດ້ແກ່ ນາງ ພອນທະວີ ພິລາວົງ (ML23) ຕົວແທນຈາກນະຄອນຫຼວງວຽງຈັນ.

ງານປະກວດນາງສາວລາວ 2020 ໃນຄັ້ງນີ້ຈັດໂດຍ ບໍລິສັດຄົມປັນຍາ ອີເວັ້ນ ແອນອໍກະໄນ້ເຊີ້.

ຂໍ້ມູນຈາກ: Miss Laos

Related Articles

Leave a Reply