ຄ່າບໍລິການໂດຍສານລົດເມຈະຍັງບໍ່ມີການປ່ຽນແປງເຖິງວ່າລາຄານ້ຳມັນຈະສູງຂຶ້ນ
ຄ່າບໍລິການລົດເມສາຍຕ່າງໆຢູ່ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ແມ່ນຈະຍັງບໍ່ມີການປ່ຽນແປງ ເຖິງວ່າລາຄານ້ຳມັນຈະມີການປັບຂຶ້ນ ຢ່າງຕໍ່ເນື່ອງ. ທ່ານ ທະນົງສີ ເດດວົງສອນ ຫົວໜ້າຂະແໜງແຜນການ ແລະ ການຂົນສົ່ງ ຂອງລັດວິສາຫະກິດ ລົດເມນະຄອນຫຼວງ ໄດ້ໃຫ້ສຳພາດຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ບໍລິສັດຈະພະຍາຍາມຮັກສາລາຄາປີ້ ຫຼື ຄ່າບໍລິການລົດເມໂດຍສານ ບໍ່ໃຫ້ມີການປ່ຽນແປງ ເຖິງແມ່ນວ່າຕົ້ນທຶນຂອງບໍລິສັດຈະສູງຂຶ້ນກໍ່ຕາມ…

