ກຽມຊີມລົດຊາດອາຫານພື້ນເມືອງລາວໃນເທດສະການອາຫານລາວປີ2021

ເທດສະການອາຫານລາວ ປະຈຳ ປີ 2021 ຈະຈັດຂຶ້ນໃນລະຫວ່າງ ວັນທີ 23-27 ກຸມພາ ນີ້ ຢູ່ເດີ່ນສວນເຈົ້າອານຸວົງນະຄອນຫຼວງວຽງຈັນ, ຊຶ່ງຈະມີອາຫານທີ່ເປັນເອກະລັກພື້ນເມືອງລາວ ຈາກທົ່ວປະເທດ ກຽມພ້ອມໃຫ້ບັນດາທ່ານ ຊີມລົດຊາດ, ນອກຈາກນັ້ນ ຍັງມີສິນຄ້າຈາກປະເທດອາຊຽນ-ສະຖານທູດຕ່າງໆ ຈາກ 9 ປະເທດ ປະຈຳ…

ລັດຖະບານໄທຊ່ວຍເຫຼືອ ເຈວລ້າງມື 5.000 ລິດໃຫ້ 4 ແຂວງພາກໃຕ້

ກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທປະຈຳແຂວງສະຫວັນນະເຂດ ຮ່ວມກັບບໍລິສັດນ້ຳຕານມິດລາວ ແລະ ໂຮງງານປຸ໋ຍສະຫວັນໄດ້ມອບເຈວລ້າງມືຈຳນວນ 5.000 ລິດ ໃຫ້ 4 ແຂວງພາກໃຕ້ຂອງລາວ ເພື່ອເປັນການສະເຫຼີມສະຫຼອງ ການສ້າງຕັ້ງສາຍພົວພັນການ ທູດລາວ-ໄທ ຄົບຮອບ 70 ປີ (19/12/1950-19/12/ 2020). ເຈວລ້າງມືດັ່ງກ່າວໄດ້ມອບໃຫ້ ແຂວງສະຫວັນນະເຂດ 1.000…

ອັດຕະປືມີຄວາມພ້ອມແລ້ວໃນການຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ 2

ທ່ານເພັດແກ້ວ ຄໍາປັນຍາ ປະທານສະພາປະຊາຊົນ ແຂວງອັດຕະປື ໃຫ້ຮູ້ວ່າ: ປັດຈຸບັນ ຄະນະກໍາມະການຈັດການເລືອກຕັ້ງເຂດທີ 17 ແຂວງອັດຕະປືມີຄວາມພ້ອມແລ້ວໃນການຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ທີ່ຈະໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2021 ທີ່ຈະມາເຖິງນີ້ໃນຂອບເຂດທົ່ວປະເທດ ໂດຍຈະໃຊ້ຄະນະຮັບຜິດຊອບທັງໝົດ…

ເມືອງສອງຄອນ ເປັນເມືອງສ່ຽງສູງທີ່ຈະມີການລັກລອບກັບຄືນປະເທດຂອງຄົນລາວຈາກໄທ

ອໍານາດການປົກຄອງແຂວງສະຫວັນນະເຂດແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ເມືອງສອງຄອນ ແຂວງສະຫວັນນະເຂດ ແມ່ນ ເມືອງທີ່ມີຄວາມສ່ຽງທີ່ຈະມີການລັກລອບກັບຄືນມາ ປະເທດຂອງຄົນລາວທີ່ໄປເຮັດວຽກຢູ່ໄທ ເພື່ອໜີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ຢູ່ໄທ.  ທ່ານ ລຳຄູນ ວໍລະວົງ ເຈົ້າເມືອງ ສອງຄອນ ໄດ້ລາຍງານສະພາບການລັກລອບກັບຄືນມາປະເທດຂອງຄົນລາວທີ່ໄປເຮັດວຽກຢູ່ໄທຕໍ່ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ແລະ ຄະນະທີ່ລົງຕິດຕາມສະພາບການສະກັດກັ້ນ…

ເຊກອງກຽມພັດທະນາໂຮງງານປຸງແຕ່ງພຶດກະສິກໍາຮັບໃຊ້ 4 ແຂວງພາກໃຕ້

ອໍານາດການປົກຄອງແຂວງເຊກອງໃຫ້ຮູ້ວ່າທາງແຂວງກຽມພັດທະນາຂົງເຂດອຸດສາຫະກໍາ-ການຄ້າ ແລະ ການບໍລິການຫຼາຍດ້ານເພື່ອຍູ້ເສດຖະກິດຂອງແຂວງ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໂດຍສະເພາະການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ເຂດຫ່າງໄກສອກຫຼິກ. ທ່ານເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ເປົ້າໝາຍສູ້ຊົນຢູ່ແຂວງເຊກອງໃນປີ 2021 ນີ້ ຫຼື ໃນອະນາຄົດຂ້າງໜ້າແມ່ນຈະເລັ່ງຂະຫຍາຍໂຮງງານປຸງແຕ່ງພຶດກະສິກໍາຮັບໃຊ້ 4 ແຂວງພາກໃຕ້ ເປັນຕົ້ນແມ່ນໂຮງງານມັນຕົ້ນ, ໂຮງງານປຸງແຕ່ງຫົວອາຫານສັດ, ໂຮງງານອົບກາເຟ, ໂຮງງານຜະລິດນໍ້າຕານໃຫ້ເພີ່ມຂຶ້ນໃນແຕ່ລະປີ. ທ່ານເຫຼັກໄຫຼໄດ້ກ່າວຕື່ມວ່າ:…

ສະຫວັນນະເຂດ ຈະສ້າງວັງສະຫງວນແຫ່ງທໍາອິດຢູ່ຕາມແຄມນ້ຳຂອງໂດຍກວມເອົາ 10 ບ້ານ

ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດໃຫ້ຮູ້ວ່າ: ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ ຈະສ້າງວັງສະຫງວນຢູ່ຕາມແຄມນ້ຳຂອງຊຶ່ງຈະເປັນວັງສະຫງວນແຫ່ງທໍາ ອິດທີ່ຢູ່ລຽບແຄມຂອງ ພາຍຫຼັງ ທີ່ມີວັງສະຫງວນ 100 ກວ່າວັງແລ້ວນັບແຕ່ປີ 1990 ທີ່ຜ່ານມາແຕ່ເປັນວັງທີ່ສ້າງຢູ່ຕາມແມ່ນ້ຳສາຂາເທົ່ານັ້ນ. ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດໃຫ້ຮູ້ຕື່ມວ່າ:…

ພົບຢາບ້າຫຼາຍກວ່າ 1,5 ລ້ານເມັດ, ຢາໄອສ 9 ຖົງ ປິດສະໜາຢູ່ແຂວງສະຫວັນນະເຂດ

ຍັງມີການລັກລອບຂົນຢາເສບຕິດຢູ່ແຂວງສະຫວັນນະເຂດ ທ່າມກາງທີ່ມີການລາດຕະເວນປ້ອງກັນການລັກລອບເຂົ້າມາຂອງຜູ້ໄປແຮງງານຢູ່ໄທແບບຜິດກົດໝາຍເພື່ອໜີພະຍາດໂຄວິດ-19  ເພາະເມື່ອບໍ່ດົນມານີ້, ທະຫານຊາຍແດນ 324 ແຂວງສະຫວັນນະເຂດ ພົບຢາບ້າຫຼາຍກວ່າ 1,5 ລ້ານເມັດ ແລະ ຢາໄອສ໌ 9 ຖົງທີ່ບັນຈຸຢູ່ ໃນເປົາ 7 ເປົາ ໂດຍຊຸກເຊື່ອງໄວ້ປ່າກ້ອງກົກໄຄ້ ແຄມນໍ້າຂອງເຂດບ້ານຫ້ວຍໄຜ່ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ…

ສາທາລະນະສຸກ ແຂວງວຽງຈັນ ຈະປະກາດ 5 ຈາກ 11 ໂຮງຫມໍເມືອງພາຍໃນແຂວງເປັນໂຮງຫມໍ 5 ດີ 1 ພໍໃຈ

ພະແນກສາທາລະນະສຸກ ແຂວງວຽງຈັນ ກຽມ ຈະປະກາດໂຮງໝໍເມືອງ 5 ເມືອງ ຄື: ເມືອງຊະ ນະຄາມ, ວັງວຽງ, ກາສີ, ໂພນໂຮງ ແລະ ໂຮງໝໍ ເມືອງແມດ ເປັນໂຮງໝໍ 5 ດີ 1 ພໍໃຈໃນໄວໆ…

ນາຍົກເນັ້ນໃຫ້ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການເງິນເລັ່ງປັບປຸງຫຼາຍດ້ານ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວເນັ້ນທີ່ກອງປະຊຸມສະຫຼຸບວຽກງານແຜນການ-ການລົງທຶນ ແລະ ການເງິນ ປະຈໍາ ປີ 2020 ແລະ ທິດທາງ ປະຈໍາປີ 2021 ທີ່ໄດ້ຈັດຂຶ້ນໃນວັນທີ 5 ກຸມພາ 2021 ນີ້ທີ່ ຫໍປະຊຸມແຫ່ງຊາດວ່າ:  ຢາກໃຫ້ກະຊວງແຜນການ…

ກອງທຶນບ້ານອອມ ເມືອງອານຸວົງເປີດໃຫ້ບໍລິການແລ້ວ

ປະຊາຊົນຜູ້ທຳການຜະລິດ, ລ້ຽງສັດ, ຄ້າຂາຍ ແລະ ບໍລິການ ຈະເຂົ້າເຖິງແຫຼ່ງທຶນໄດ້ງ່າຍ ແລະ ດອກເບ້ຍຕໍ່າ ຈາກການບໍລິການກອງທຶນບ້ານອອມ ເມືອງອານຸວົງ ແຂວງ ໄຊສົມບູນ, ໂດຍຂຶ້ນກັບກອງທຶນພັດທະນາໄຊສົມບູນ. ທ່ານ ມີໄຊ ໄຊຍະແສງ ຮອງຫົວໜ້າກອງທຶນພັດທະນາໄຊສົມບູນ ໄດ້ລາຍງານໃນພິທີເປີດບໍລິການກອງທຶນບ້ານອອມ ເມຶ່ອບໍ່ດົນມານີ້ວ່າ: ກອງທຶນພັດທະນາໄຊສົມບູນ…