Visit BigblueAgency
ລາຄາຊີ້ນໝູຂຶ້ນຮອດ 55.000 ກີບຕໍ່ກິໂລແລ້ວຢູ່ນະຄອນຫຼວງວຽງຈັນ

ລາຄາຊີ້ນໝູຂຶ້ນຮອດ 55.000 ກີບຕໍ່ກິໂລແລ້ວຢູ່ນະຄອນຫຼວງວຽງຈັນ

ເຖິງແມ່ນວ່າອັດຕາເງິນເຟີ້ຫຼຸດລົງແຕ່ຄວາມຫຍຸ້ງຍາກທາງດ້ານການເງິນຍັງຄົງມີຢູ່, ປະຊາຊົນຊາວນະຄອນຫຼວງວຽງຈັນຫຼາຍ ຄົນກ່າວວ່າລາຍໄດ້ຂອງເຂົາເຈົ້າບໍ່ໄດ້ເພີ່ມຂຶ້ນ ແຕ່ວ່າລາຄາສິນຄ້າເກືອບວ່າທຸກປະເພດພັດເພີ່ມຂຶ້ນ ໂດຍໄດ້ເຮັດໃຫ້ເຂົາເຈົ້າມີ ຄວາມ ກັງວົນກຽ່ວກັບຄ່າຄອງຊີບໃນປັດຈຸ ບັນ ຍົກຕົວຢ່າງ: ຊີ້ນໝູທີ່ເປັນອາຫານ ຫຼັກ ສຳລັບຄົວເຮືອນ ລາຄາໄດ້ເພີ່ມຂຶ້ນກາຍ 50.000 ກີບຕໍ່ກິໂລແລ້ວ, ເຖິງແມ່ນວ່າລັດຖະບານ, ໂດຍ ກະຊວງອຸດສາຫະກໍາ ແລະ ການຄ້າຈະ ພະຍາຍາມຕັ້ງລາຄາຊີ້ນໝູປະເພດ 1 ຢູ່ຕະຫຼາດໄວ້ໂດຍບໍ່ໃຫ້ຂາຍເກີນ 45.000 ກີບກໍ່ຕາມ ແຕ່ກໍຍັງບໍ່ສາມາດຄວບຄຸມໄດ້, ນອກນັ້ນຍັງມີປາ, ຊິ້ນງົວ, ຊິ້ນຄວາຍ ແລະ ສິນຄ້າປະເພດອື່ນໆ…ລາຄາກໍຍັງສືບຕໍ່ເພີ່ມຂຶ້ນ.
ອີງຕາມຫ້ອງການສະຖິຕິແຫ່ງຊາດລາວແຈ້ງໃຫ້ຮູ້ວ່າ: ດັດຊະນີລາຄາຜູ້ບໍລິໂພກ (CPI) ຢືນຢູ່ທີ່ 113.95 ຈຸດໃນເດືອນມັງກອນ 2021 ເຊິ່ງສະແດງໃຫ້ເຫັນເຖິງອັດຕາເງິນເຟີ້ 2,01 ເປີເຊັນຕໍ່ປີ, ເຊິ່ງຫຼຸດລົງຈາກ 3,19 ເປີເຊັນໃນເດືອນທັນວາ 2020. ການຂຶ້ນລາຄາອາຫານ ແລະ ການອ່ອນຄ່າຂອງເງິນກີບທຽບໃສ່ເງິນບາດໄທ ແລະ ເງິນໂດລາສະຫະລັດແມ່ນປັດໄຈໜຶ່ງໃນບັນດາຕົວຂັບເຄື່ອນຫຼັກທີ່ເຮັດໃຫ້ໄພເງິນເຟີ້.

ຂ່າວ: ວຽງຈັນທາຍ

ພາບ: ຄໍາພັນ

Related Articles

Leave a Reply