ເຊກອງຈະເປີດດ່ານສາກົນແຫ່ງທຳອິດກັບປະເທດຫວຽດນາມໃນເດືອນໜ້າເພື່ອອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ

ເຊກອງຈະເປີດດ່ານສາກົນແຫ່ງທຳອິດກັບປະເທດຫວຽດນາມໃນເດືອນໜ້າເພື່ອອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ

ອໍານາດການປົກຄອງແຂວງເຊກອງໃຫ້ຮູ້ວ່າ: ແຂວງເຊກອງໄດ້ຍົກລະດັບດ່ານປະເພນີ ເປັນດ່ານສາກົນ ຊຶ່ງຈະເປັນດ່ານສາກົນທຳອິດກັບປະເທດຫວຽດນາມ ແລະ ຈະມີພິທີເປີດໃນວັນທີ 24 ມີນາ 2021 ທີ່ຈະມາເຖິງນີ້ເພື່ອອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ແລະ ການໄປມາຫາສູ່ຂອງປະຊາຊົນທັງສອງປະເທດ.

ທ່ານເຫຼັກໄຫຼ ສີວິໄລ ເຈົ້າ​ແຂວງ​ເຊກອງ ໄດ້ກ່າວຕໍ່ທີມງານ ວຽງຈັນທາຍເມື່ອບໍ່ດົນມານີ້ກຽ່ວກັບການເປີດດ່ານດັ່ງກ່າວວ່າ: ລັດຖະບານລາວ ແລະ ຫວຽດນາມໄດ້ຕົກລົງທີ່ຈະຍົກລະ ດັບດ່ານທ້ອງຖິ່ນດັກຕາອອກລະຫວ່າງແຂວງເຊກອງ ແລະ ແຂວງກວາງນາມ ປະເທດຫວຽດ ນາມ ໃຫ້ເປັນດ່ານສາກົນ. ການຍົກລະດັບດ່ານດັ່ງກ່າວໃນເບື້ອງຕົ້ນແມ່ນໄດ້ກຳນົດໃສ່ທ້າຍປີ 2020 ທີ່ຜ່ານມາ, ແຕ່ວ່າໄດ້ມີການເລື່ອນເວລາຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງດ່ານດັ່ງກ່າວຕັ້ງຢູ່ເມືອງດາກຈຶງ  ຫ່າງຈາກເທດສະບານແຂວງເຊກອງປະມານ 120 ກິໂລແມັດ, ປັດຈຸບັນ ການເດີນທາງໄປເມືອງດາກຈຶງກໍມີຄວາມສະດວກ ຍ້ອນໄດ້ມີການ ສ້າງຂົວຂ້າມແມ່ນໍ້າເຊກອງພ້ອມດ້ວຍເສັ້ນທາງປູຢາງເຂົ້າຫາເມືອງ.

ທ່ານເຫຼັກໄຫຼໄດ້ກ່າວຕື່ມວ່າ: ການຍົກລະດັບດ່ານທ້ອງຖິ່ນເປັນດ່ານສາກົນນີ້ຈະເຮັດໃຫ້ລົດ ບັນທຸກສິນຄ້າຜ່ານດ່ານຊາຍແດນສາກົນວັງເຕົ່າ – ຊ່ອງເມັກແຂວງ ຈໍາປາສັກໄປດ່ານຊາຍແດນແຂວງອັດຕະປືຂ້າມໄປປະເທດຫວຽດນາມ ມີຄວາມສະດວກສະບາຍ ແລະ ມີໄລຍະທາງສັ້ນລົງ, ຊຶ່ງ ການເດີນທາງລະຫວ່າງປະເທດໄທ ແລະ ຫວຽດນາມຜ່ານແຂວງເຊກອງໄລຍະທາງຈະສັ້ນ ກວ່າຍ້ອນ ວ່າໄລຍະທາງຈາກເຊກອງໄປຫາດານັງມີພຽງແຕ່ 230 ກິໂລແມັດ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply