ກົມອຸຕຸນິຍົມ ແລະ ອຸທົກກະສາດແຈ້ງໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 18-21 ກຸມພາ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດ ແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນເປັນຕົ້ນ ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ອາກາດຈະໜາວເຢັນລົງ 1 ຫາ 3 ອົງສາ ພ້ອມມີ ໝອກປົກຄຸມໃນຕອນເຊົ້າຢູ່ທົ່ວທຸກພາກຂອງປະ ເທດ, ທັງນີ້ກໍ ຍ້ອນວ່າມວນອາກາດໜາວເຢັນ ຈາກປະເທດຈີນຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວອີກເທື່ອ ໃໝ່ ຊຶ່ງຂໍ້ມູນດັ່ງກ່າວນີ້ ເປັນການຄາດຄະເນ ສະພາບ ອາກາດໃນໄລຍະວັນທີ 15 ຫາ 21 ກຸມພາ 2021 ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ.
ຂ່າວ: ວຽງຈັນທາຍ

