ລັດປັບລາຄານໍ້າມັນແອັດຊັງພິເສດ ແລະ ທໍາມະດາ ລົງ 170 ກີບ/ລິດ ແລະ ກາຊວນ 240 ກີບ/ລິດ ເລີ່ມມື້ອື່ນ

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການໃນວັນທີ 17 ກັນຍາ 2020 ເຖິງ ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັດ, ບໍລິສັດນໍ້າມັນເຊື້ອໄຟ, ຜູ້ປະກອບການ, ບັນດາປໍ້ານໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ໃຫ້ປັບລາຄານໍ້າມັນທຸກປະເພດລົງເລີ່ມມື້ອື່ນວັນທີ 18 ກັນຍາ  ນັບແຕ່ເວລາ 6 ໂມງ…

ສ.ປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ເຫັນດີ ສ້າງຕັ້ງກອງທຶນສຸກເສີນອາຊຽນ ເພື່ອຮັບມືກັບ ໂຄວິດ-19

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ, ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມ​ ລັດ​ຖະ​ມົນ​​ຕີຕ່າງ​ປະ​ເທດ ອາ​ຊຽນ-ຈີນ, ອາ​ຊຽນ-ຍີ່ປຸ່ນ ແລະ ອາຊຽນ-ສ. ເກົາຫຼີ ( ແບບທາງໄກ) ຫວ່າງບໍ່ດົນຜ່ານມານີ້ ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ,…

ເມຍທີ່ສູນຫາຍໃນເວລາໄປຫາປາກັບຜົວຢູ່ບ້ານນາໄຫ-ນາໂນຍັງບໍ່ຮູ້ຊາຕາກໍາ

ທີມງານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງປະເທດລາວ 1623 ແຈ້ງຕໍ່ທີມງານວຽງຈັນທາຍຕອນເຊົ້າວັນທີ 17 ກັນຍານີ້ວ່າ: ປະຈຸບັນນີ້ກຽມນັກປະດານໍ້າໄປຄົ້ນຫາສົບຍິງອາຍຸປະມານ 15 ປີ ທີ່ສູນຫາຍໃນເວລາໄປຫາປາກັບຜົວຢູ່ບ້ານນາໄຫ-ນາໂນ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນເປັນເທື່ອທີສອງ, ເຫດສູນຫາຍດັ່ງກ່າວແມ່ນໃນເວລາປະມານ 20 ໂມງ 00 ຂອງມື້ວັນທີ 16 ກັນຍາທີ່ຜ່ານມາ ຢູ່ ຂົວຂອງເສັ້ນທາງ…

ໂຄງການປັບປຸງສະໜາມບິນຫ້ວຍຊາຍ ຖືກໂຈະໃນໄລຍະລະດູຝົນ

ໂຄງການປັບປຸງ ຍົກລະດັບສະໜາມບິນ ຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຖືກໂຈະ ນັບແຕ່ເດືອນສິງຫາ 2020 ແລະ ຍັງຈະສືບຕໍ່ໂຈະການກໍ່ສ້າງ ຈົນກ່ວາສະພາບອາກາດຈະປົກກະຕິ, ຊຶ່ງໂຄງການດັ່ງກ່າວໄດ້ເລີ່ມແຕ່ເດືອນ ກັນຍາ 2018, ມາຮອດເດືອນ ກໍລະກົດ 2020 ຜ່ານມານີ້ ການກໍ່ສ້າງໄດ້ມີຄວາມຄືບໜ້າແລ້ວ ເກືອບ 60%,…

ປະຊາຊົນ 15 ແຂວງພາກເໜືອ, ກາງ ແລະ ໃຕ້ ກຽມຮັບມືກັບພະຍຸໝູູນເຂດຮ້ອນໂນອິນຫົວທີ 11

ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ອອກແຈ້ງການດ່ວນມື້ວານນີ້ວັນທີ 16 ກັນຍາ ເຖິງປະຊາຊົນທີ່ອາໄສຢູ່ເຂດພາກເໜືອ, ພາກກາງ ແລະ ພາກໃຕ້ ໃຫ້ກຽມຮັບມືກັບພະຍຸໝູນລະດູຮ້ອນ ໂນອິນຫົວທີ 11 ທີ່ຈະພັດຜ່ານປະເທດລາວນັບແຕ່ວັນທີ່ 18 ຫາ 20 ກັນຍານີ້ ຊຶ່ງຈະມີຝົນຕົກໜັກ, ລົມແຮງ, ຟ້າຮ້ອງ…

ກະຊວງ ໄປສະນີ, ໂທລະຄົມມະ ນາຄົມ ແລະ ການສື່ສານມອບອຸປະກອນ ປ້ອງກັນໂຄວິດ-19 ໃຫ້ໂຮງຮຽນ ເຂດຫ່າງໄກສອກຫຼີກ

ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ມອບອຸປະກອນປ້ອງກັນໂຄວິດ-19 ໃຫ້ກະຊວງສຶກສາທິການ ແລະ ກິລາ ເພື່ອ ເປັນການປະກອບສ່ວນຊວ່ຍເຫຼືອ, ແຈກຢາຍໃຫ້ບັນດາໂຮງຮຽນທີ່ຢູ່ເຂດຫ່າງ ໄກສອກຫຼີກ ໃນຂອບເຂດທົ່ວປະເທດ ໃນສົກຮຽນ 2020-2021 ເພື່ອແນໃສ່ປ້ອງ ກັນການລະບາດເຊື້ອພະຍາດ ໂຄວິດ-19 ໃນ…

ບາງທ້ອງຖິ່ນເຂດພາກກາງ ແລະ ພາກໃຕ້ກຽມຮັບມືກັບຝົນ ຕົກໜັກ ລົມພັດແຮງ ຊຶ່ງ ອາດເກີດນ້ຳຖ້ວມຊູ ແລະ ດິນເຈື່ອນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດນັບແຕ່ວັນທີ 17 ຫາ 20 ກັນຍາ 2020 ນີ້ວ່າ, ຝົນຈະສືບຕໍ່ຕົກເປັນບໍລິເວນກ້ວາງ ໃນບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ ພ້ອມຈະມີລົມພັດແຮງເປັນບາງໂອກາດ, ຍ້ອນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກຳລັງແຮງຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ໂດຍສະເພາະ ຝົນອາດຈະຕົກໜັກຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້. ສະນັ້ນ,…

ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ເປັນເລຂາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບອີກໜຶ່ງສະໄໝ

ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຊຸດ​ໃໝ່ ຈຳນວນ 27 ສະຫາຍ ໃນ​ຈຳນວນ​ຜູ້​ລົງ​ສະໝັກ 31 ສະຫາຍ, ໄດ້ມີການເລືອກ​ຕັ້ງທີ່ກອງປະຊຸມໃຫ່ຍຜູ້ແທນ ຄັ້ງທີ V ຂອງອົງຄະນະພັກ ກະຊວງ​ປ້ອງ​ກັນ​ຄວາມສະ ຫງົບ (ປກ​ສ) ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍເປັນ​ປະທານ​ຂອງ ​ເລຂາ ທິການ​ສູນ​ກາງ​ພັກ, ເລຂາ​ຄະນະພັກ​ກະຊວງ, ລັດຖະມົນຕີ​ກະຊວງ…

ການລະບາດຂອງພະຍາດໂຄວິດ-19 ຢູ່ທົ່ວໂລກຍັງສືບຕໍ່ເພີ່ມຂຶ້ນ

ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຍັງຄຸມເຂັ້ມກ່ຽວກັບການປ້ອງກັນພະຍາດໂຄວິດ-19 ຢູ່ແຕ່ລະຈຸດຂອງປະເທດລາວໂດຍສະເພາະການ ກວດກາຄົນເຂົ້າ-ອອກ ຢູ່ດ່ານຕ່າງໆທີ່ຍັງອະນຸຍາດໃຫ້ເປີດຢູ່ ໂດຍສະເພາະຢູ່ດ່ານສາກົນຕ່າງໆ ໂດຍມີການແທກອຸນຫະພູມຮ່າງກາຍ ທຸກໆຄົນທີ່ເຂົ້າ-ອອກ ແລະ ໄດ້ເກັບຕົວຢ່າງມາກວດ ແລ້ວນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກ່ວາຈະຄົບກຳນົດ 14 ວັນ. ສະເພາະການແຜ່ລະບາດຂອງພະຍາດໂຄວິດ-19 ໃນໂລກ ຍັງໝ້າເປັນຫ່ວງ, ອິງຕາມແຈ້ງການຂອງ…

ລັດປັບລາຄາຊີ້ນໝູຂາຍຍ່ອຍປະເພດ 1 ແລະ 2 ຂຶ້ນຕື່ມອີກ

ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງໄດ້ ແຈ້ງການຂຶ້ນລາຄາຊິ້ນໝູທຸກປະເພດປະມານ 3000-4000 ກີບເມື່ອບໍ່ດົນມານີ້ ເຖິງຫົວໜ້າຫ້ອງ ການອຸດ ສາຫະກໍາ ແລະ ການຄ້າ 9 ຕົວເມືອງ, ຫົວໜ່ວຍທຸລະກິດຕະຫຼາດ, ບັນດາຟາມລ້ຽງໝູ, ຜູ້ປະກອບການຊື້ສັດ-ຂາຍຊີ້ນ (ນາຍຮ້ອຍ), ຜູ້ຈໍາໜ່າຍຊີ້ນໝູໃນຕະຫຼາດ ໃຫ້ປັບຂຶ້ນລາຄາຊີ້ນໝູທຸກປະເພດນັບແຕ່ວັນທີ 15…