Vientiane Times Lao

ກະຊວງ ຮສສ ສະເໜີລັດຖະບານ ຊ່ວຍຜູ້ໄດ້ຮັບຜົນກະທົບຈາກໂຄວິດ-19

ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ (ຮສສ) ໄດ້ສະເໜີໃຫ້ລັດຖະບານພິຈາລະນາຊ່ວຍຜູ້ອອກແຮງງານທີ່ຢູ່ໃນລະບົບປະກັນສັງຄົມ ໃນພາກວິສາຫະກິດ ຜູ້ລະ 500,000 ກີບ/ເດືອນ ເພື່ອແກ້ໄຂຜົນກະທົບຈາກໂຄວິດ-19. ການສະເໜີດັ່ງກ່າວແມ່ນມີຈຸດປະສົງໃຫ້ລັດຖະບານພິຈາລະນາຊ່ວຍຜູ້ອອກແຮງງານ ຜູ້ທີ່ເປັນສະມາຊິກກອງທຶນປະກັນສັງຄົມ ຫຼື ຜູ້ອອກແຮງງານ ທີ່ຢູ່ໃນລະບົບປະກັນສັງຄົມ ໃນພາກວິສາຫະກິດ ທີ່ຖືກສັ່ງໃຫ້ຢຸດກິດຈະການເນື່ອງຈາກການລະບາດຂອງພະຍາດ ໂຄວິດ-19 ທີ່ບໍ່ໄດ້ຮັບເງິນເດືອນ…

ລັດຖະບານເລັ່ງແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19

ກອງປະຊຸມເພື່ອແກ້ໄຂຜົນກະທົບຈາກການລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຕໍ່ເສດຖະກິດລາວ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ເມສາ 2020 ທີ່ກະຊວງແຜນການ ແລະ ການລົງທຶນ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລືກ່ຽວກັບການຈັດຕັໍ້ງປະຕິບັດນະໂນບາຍ ແລະ ມາດຕະການທາງດ້ານເສດຖະກິດ ທີ່ລັດຖະ ບານໄດ້ແຈ້ງອອກເພືຶ່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19. ກອງປະຊຸມດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ທ່ານ…

ຊາວໜຸ່ມແຂວງຈຳປາສັກ ຮ່ວມປະດິດອຸປະກອນກັນລະອອງຈາກການໄອ,ຈາມ ເພື່ອແຈກຢາຍ

ຊາວໜຸ່ມອາສາສະໝັກ ແຂວງຈຳປາສັກ ຮ່ວມກັນປະດີດອຸປະກອນກັນລະອອງນ້ຳລາຍຈາກການໄອ, ຈາມ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອແຈກຢາຍ. ອີງຕາມແຫຼ່ງຂ່າວຈາກໜັງສືພິມຈໍາປາໃໝ່, ຄະນະບໍລິຫານງານຊາວໜຸ່ມແຂວງຈຳປາສັກ ໄດ້ເຊີນເອົາຊາວໜຸ່ມອາສາສະໝັກຈາກພະ ແນກການ 9 ເມືອງ ແລະ 1 ນະຄອນ, ສະຖາບັນການສຶກສາພາຍໃນແຂວງຮ່ວມປະດິດອຸປະກອນກັນລະອອງຈາກການໄອ, ຈາມ ແລະ ນ້ຳລາຍ ໃນວັນທີ…

ບໍ່ຄວນລົດລະໃນການຕ້ານໂຄວິດ-19 ເຖິງວ່າການລະບາດບໍ່ເພີ່ມຂຶ້ນໃນລາວ

ຄະນະສະເພາະກິດລາຍງານໃຫ້ຮູ້ໃນຕອນບ່າຍມື້ນີ້ວ່າ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຈາກຜົນກວດທັງໝົດ 16 ຄົນ, ແຕ່ບໍ່ຄວນລົດລະໃນການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ເຖິງວ່າສະພາບການລະບາດຢູ່ລາວບໍ່ເພີ່ມ ຂຶ້ນກໍ່ຕາມ ເພາະຢູ່ຫຼາຍປະເທດຍັງສືບຕໍ່ຮ້າຍແຮງຢູ່. ມີບາງປະເທດ ຈຳນວນຄົນຕິດເຊື້ອມື້ດຽວ ມີເຖິງ 24,718 ຄົນ ແລະ ເສຍຊີວິດ 1,507 ຄົນ…

ຜູ້ທີ່ມີພະຍາດຊໍາເຮື້ອຕ່າງໆ ບໍ່ຄວນຢູ່ບ່ອນຄົນແອອັດ ດົນເກີນ 30 ນາທີ ເພາະສ່ຽງຕໍ່ການຕິດເຊື້ອພະຍາດ

ເພື່ອເປັນການຫຼຸດຜ່ອນຄວາມສ່ຽງຈາກການຕິດເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຄະນະສະເພາະກິດ ໄດ້ແນະນໍາຫຼາຍມາດຕະການໃຫ້ທຸກຄົນປະຕິບັດຢ່າງເຂັ້ມງວດ. ພ້ອມທັງແນະນໍາໃຫ້ປ້ອງກັນຕົນເອງ, ປ້ອງກັນຄອບຄົວ ແລະ ຜູ້ທີ່ຮັກແພງ ໃກ້ຊິດ ຖືວ່າແມ່ນພັນທະ ແລະ ຄວາມຮັບຜິດຊອບຂອງທຸກຄົນ ແລະ ເປັນການປະກອບສ່ວນອັນສຳຄັນໃຫ້ແກ່ປະເທດຊາດເພື່ອຜ່ານວິກິດຂອງການລະບາດພະຍາດໂຄວິດ 19. ພ້ອມດຽວກັນ ກົມອະນາໄມ ແລະ ສົ່ງເສີມສຸກຂະພາບ ກະຊວງສາທາລະນະສຸກ…

ຈໍານວນຜູ້ຕິດເຊື້ອໂຄວິດ-19 ບໍ່ພົບກໍລະນີໃໝ່ເປັນມື້ທີ 7

ມາ​ຮອດ​ມື້ນີ້ຄົບ 1 ອາທິດແລ້ວທີ່ຈໍານວນຜູ້ຕິດເຊື້ອໂຄວິດ-19 ຢຸດຢູ່ທີ 19 ຄົນເທົ່າເດີມ ຖືວ່າເປັນຂ່າວດີອີກມື້ໜຶ່ງ ຢູ່ ສປປ ລາວ ແລະ ທຸກຄົນກໍ່ຫວັງວ່າຈະໄດ້ຮັບຂ່າວດີເຊັ່ນນີ້ຕະຫຼອດໄປ. ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນ…

ທີມແພດໝໍ ຈະສືບຕໍ່ຕິດຕາມ ຄົ້ນຫາຜູ້ສົງໄສທີ່ຈະຕິດເຊື້ອ ໂຄວິດ-19

ເຖິງວ່າສະພາບການຕິດເຊື້ອຢູ່ປະເທດຂອງເຮົາໄດ້ເວັ້ນໄລຍະຫ່າງມາໄດ້ 6 ວັນແລ້ວ ແລະ ຜູ້ຕິດເຊື້ອທີ່ປິ່ນປົວກໍ່ໄດ້ອອກໂຮງໝໍ 2 ຄົນແລ້ວ ແຕ່ທີມແພດໝໍຈະບໍ່ໄດ້ລົດລະການເຝົ້າລະວັງຕິດຕາມ ຄົ້ນຫາຜູ້ສົງໄສທີ່ຈະຕິດເຊື້ອ. ຜູ້ຊ່ຽວຊານມີການວິເຄາະວ່າເຊື້ອພະຍາດອາດຈະຍັງຢູ່ນຳຄົນເຈັບທີ່ບໍ່ມີອາການສະແດງອອກ ໃນ 49 ວັນ. ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ…

ພົບສັນຍານການເກີດແຜ່ນດິນໄຫວ 2.9 ຣິກເຕີ ເມືອງ ໄຊສະຖານ ແຂວງ ໄຊຍະບູລີ

ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະ​ສາດ ລາຍ​ງານ​ໃນ ມື້ນີ້ ​ວ່າ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວ ຈຳນວນ 1 ຄັ້ງ ຢູ່ບໍລິເວນ ເຂດບ້ານສັນແຕ, ເມືອງໄຊສະຖານ ແຂວງໄຊຍະບູລີ ໃນເວລາ 22 ໂມງ 38 ນາທີ…

ໂຮງໝໍແຂວງຈໍາປາສັກ ມີເຄື່ອງກວດຫາເຊື້ອໂຄວິດ-19 ສໍາລັບ 4 ແຂວງພາກໃຕ້ແລ້ວ

ໂຮງໜໍແຂວງຈຳປາສັກ ຮ່ວມກັບຊ່ຽວຊານຈາກກະຊວງສາທາລະນະສຸກ, ຊ່ຽວຊານແພດ ທີ່ມາຈາກ ສປ ຈີນ ແລະ ຊ່ຽວຊານຈາກອົງການອະນາໄມໂລກ ເມື່ອບໍ່ດົນມານີ້ ໄດ້ທຳການຕິດຕັ້ງປະກອບເຄື່ອງກວດຫາເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທີ່ໂຮງໝໍແຂວງຈຳປາສັກ. ອີງຕາມແຫຼ່ງຂໍ້ມູນຈາກໂຮງໝໍແຂວງຈໍາປາສັກ ເຄື່ອງກວດດັ່ງກ່າວ ເປັນເຄື່ອງໃຫຍ່ ທີ່ສາມາດກວດໄດ້ເຖີງ 92 ຕົວຢ່າງ ອ່ານຜົນພາຍໃນເວລາ…

ຜູ້ຕິດເຊື້ອ 17 ຄົນ ທີ່ຍັງປີ່ນປົວຢູ່ໂຮງໝໍ ມີອາການຂັ້ນເບົາບາງ

ຄະນະສະເພາະກິດ ໄດ້ຖະແຫຼງໃຫ້ຮູ້ໃນມື້ວານນີ້ວ່າ ປະຈຸບັນຍັງມີຜູ້ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທີ່ປີ່ນປົວຢູ່ໂຮງໝໍ 17 ຄົນ ເຊິ່ງທັງໝົດມີອາການຄົງຕົວຂັ້ນເບົາບາງ, ພາຍຫຼັງ 2 ຄົນ ຫາຍດີ ແລະ ໄດ້ກັບບ້ານແລ້ວ. ປະຈຸບັນມີ 03 ຄົນຢູ່ໂຮງໝໍແຂວງຫຼວງພະບາງ ແລະ 14…