ຂໍ້ແນະນຳທີ່ຄວນປະຕິບັດເພື່ອປ້ອງກັນພະຍາດ ໂຄວິດ-19
ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດອັກເສບປອດ ໂຄວິດ-19 ໂດຍເລີ່ມຈາກບຸກຄົນ ແລະ ຄອບຄົວ, ຄະນະສະເພາະກິດໄດ້ ແນະນໍາວິທີການທີ່ສໍາຄັນຕ່າງໆ ເພື່ອນໍາໄປປະຕິບັດເພີ່ມຈາກຫຼາຍມາດຕະກາດທີ່ໄດ້ແຈ້ງໃນຜ່ານມາແລ້ວນັ້ນ. ຂໍ້ແນະນໍາດັ່ງກ່າວລວມມີ: ໝັ່ນລ້າງມືໃຫ້ສະອາດທຸກຄັ້ງເມື່ອມີການສຳຜັດກັບວັດຖຸສິ່ງຂອງຢູ່ພາຍໃນເຮືອນ, ອະນາໄມເຮືອນໃຫ້ສະອາດ, ຢູ່ໃນເຮືອນໃຫ້ມີອາກາດລ່ວງດີໂດຍເປີດປະຕູ ແລະ ປ່ອງຢ້ຽມອອກເພື່ອລະບາຍອາກາດ, ໝັ່ນອະນາໄມຂ້າເຊື້ອ ໂດຍການທຳຄວາມ ສະອາດໂຕະຕັ່ງ ສິ່ງຂອງໃນເຮືອນເປັນປະຈຳ ທຸກໆມື້, ປະຕິບັດມາລະຍາດໃນການໄອ,…