ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດອັກເສບປອດ ໂຄວິດ-19 ໂດຍເລີ່ມຈາກບຸກຄົນ ແລະ ຄອບຄົວ, ຄະນະສະເພາະກິດໄດ້ ແນະນໍາວິທີການທີ່ສໍາຄັນຕ່າງໆ ເພື່ອນໍາໄປປະຕິບັດເພີ່ມຈາກຫຼາຍມາດຕະກາດທີ່ໄດ້ແຈ້ງໃນຜ່ານມາແລ້ວນັ້ນ.
ຂໍ້ແນະນໍາດັ່ງກ່າວລວມມີ: ໝັ່ນລ້າງມືໃຫ້ສະອາດທຸກຄັ້ງເມື່ອມີການສຳຜັດກັບວັດຖຸສິ່ງຂອງຢູ່ພາຍໃນເຮືອນ, ອະນາໄມເຮືອນໃຫ້ສະອາດ, ຢູ່ໃນເຮືອນໃຫ້ມີອາກາດລ່ວງດີໂດຍເປີດປະຕູ ແລະ ປ່ອງຢ້ຽມອອກເພື່ອລະບາຍອາກາດ, ໝັ່ນອະນາໄມຂ້າເຊື້ອ ໂດຍການທຳຄວາມ ສະອາດໂຕະຕັ່ງ ສິ່ງຂອງໃນເຮືອນເປັນປະຈຳ ທຸກໆມື້, ປະຕິບັດມາລະຍາດໃນການໄອ, ຈາມ, ໄອໃສ່ກົກແຂນ ຫຼື ໃຊ້ເຈ້ຍອະນາໄມ ແລະ ຖີ້ມໃສ່ຖັງທີ່ມີຝາປິດ.
ພ້ອມກັນນີ້ ກໍ່ພັກຜ່ອນໃຫ້ພຽງພໍ, ອອກກຳລັງກາຍຢູ່ໃນເຮືອນໃຫ້ສະໝໍ່າສະເໝີ, ກິນອາຫານສະອາດ ສຸກດີ ແລະ ຢູ່ໃນຄວາມຮ້ອນ, ນອນໃຫ້ຫຼັບສະບາຍ.
ປະຕິບັດການຕິດຕາມວັດແທກອຸນຫະພູມຂອງຕົນ ແລະ ຄົນພາຍໃນຄອບຄົວໃຫ້ເປັນປະຈຳໃນ ແຕ່ລະວັນ ເຊົ້າ-ແລງ ຖ້າມີໄຂ້ຕ້ອງໄປພົບແພດໝໍ ແລະ ໂທປຶກສາ 165, 166 ເພື່ອຂໍຄໍາແນະນໍາ.
ປະຕິບັດການປ້ອງກັນຄົນໃນຄອບຄົວໃຫ້ດີ, ອອກໄປຂ້າງນອກຕ້ອງໃສ່ຜ້າອັດປາກ-ດັງ, ປະຕິບັດຫຼັກການອະນາໄມ, ການໄອ, ການຈາມ ບໍ່ຖົ່ມນ້ຳລາຍຄາຍຂີ້ກະເທີ່ຊະຊາຍ, ຖ້າຄົນໃນຄອບຄົວເປັນພະນັກງານແພດ ຈະຕ້ອງເຕືອນໃຫ້ລາວມີສະຕິໃນການປ້ອງກັນຕົນເອງຢ່າງເຄັ່ງຄັດ.
ກ່ອນຈະອອກຈາກເຮືອນຄວນປະຕິບັດດັ່ງນີ້: ໃຫ້ຈຳກັດຄົນໃນຄອບຄົວທີ່ຈະອອກໄປນອກ ໄປສະເພາະແຕ່ສິ່ງທີ່ຈຳເປັນ ເປັນຕົ້ນຊື້ເຄື່ອງ ອຸປະໂພກ ບໍລິໂພກ 1 ຫາ 2 ຄັ້ງ ຕໍ່ອາທິດ ຫຼື ການເຈັບເປັນ ແລະ ສິ່ງອື່ນໆທີ່ມີຄວາມຈຳເປັນແທ້, ເວລາອອກໄປກໍ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດເຊັ່ນ ໃສ່ຜ້າອັດປາກ-ດັງ, ຢູ່ຫ່າງກັນ 2 ແມັດ, ໝັ່ນລ້າງມື ແລະ ຂ້າເຊື້ອດ້ວຍນ້ຳຢາ ຫຼື ເຫຼົ້າ 70 ອົງສາຂຶ້ນໄປ.
ຂ່າວ: ວຽງຈັນທາຍ (ແຫຼ່ງຂໍ້ມູນ ຄະນະສະ ເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ ໂຄວິດ-19)
ພາບ ປະກອບ

