ແຂວງ ເຊກອງ ກຽມຄວາມພ້ອມໃນການປ້ອງກັນເຊື້ອຈຸລະໂລກສາຍພັນໃໝ່ 2019
ສາທາລະນະສຸກ ແຂວງເຊກອງ ໄດ້ມີການຝຶກອົບຮົມໃຫ້ວິຊາການແພດເພື່ອກະກຽມຄວາມພ້ອມໃນການປ້ອງກັນເຊື້ອຈຸລະໂລກສາຍພັນໃໝ່ 2019. ອີງຕາມແຫຼ່ງຂ່າວຈາກສື່ມວນຊົນທ້ອງຖິ່ນໃຫ້ຮູ້ວ່າ: ອາທິດຜ່ານມານີ້ ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງ ເຊກອງ ໄດ້ລົງຕິດຕາມຊຸກຍູ້ການກະກຽມຄວາມພ້ອມຂອງ ພະນັກງານໂຮງໝໍແຂວງ ໃນການກະກຽມຄວາມພ້ອມເພື່ອປ້ອງກັນການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019. ໃນໂອກາດດຽວກັນນັ້ນ, ທ່ານ ຖາວອນ ກໍ່ໄດ້ຕິດຕາມການສາທິດການສວມໃສ່ຊຸດອຸປະກອນການແພດໃນການປ້ອງກັນພະຍາດດັ່ງກ່າວຈາກທີມແພດໝໍ ທີ່ໄດ້ຮັບການຝຶກອົບຮົມມາແລ້ວ…


