ລາວ-ລັດເຊຍ ເພີ່ມທະວີການຮ່ວມມືຂົງເຂດເສດຖະກິດ-ການຄ້າ, ການລົງທຶນ
ລາວ ແລະ ລັດເຊຍ ໄດ້ເປັນເອກະພາບກັນກ່ຽວກັບທິດທາງເພື່ອສືບຕໍ່ຊຸກຍູ້ການຮ່ວມມືຂອງບັນດາຂະແໜງການໃຫ້ຫຼາຍຂຶ້ນກ່ວາເກົ່າ, ໃນນັ້ນສຳຄັນແມ່ນຂົງເຂດເສດຖະກິດ-ການຄ້າ ແລະ ການລົງທຶນ. ພ້ອມກັນນັ້ນ ກໍ່ເພີ່ມທະວີຊຸກຍູ້ການແລກປ່ຽນທາງດ້ານວັດທະນາທຳ-ສັງຄົມ, ການທ່ອງທ່ຽວ ແລະ ການໄປມາຫາສູ່ຂອງປະຊາຊົນສອງຊາດ. ອີງຕາມແຫຼ່ງຂ່າວຈາກກະຊວງການຕ່າງປະ ເທດໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 3-4 ມີນາ 2020 ທີ່ນະຄອນຫຼວງມົດສະກູ ໄດ້ຈັດກອງປະຊຸມປຶກສາຫາລືດ້ານການເມືອງ…