Vientiane Times Lao

ທາງ 42 ເສັ້ນ ແລະ ຂົວ 10 ແຫ່ງ ຢູ່ແຂວງເຊກອງເປ່ເພຍ້ອນນ້ຳຖ້ວມ

ແຂວງເຊກອງຕ້ອງການງົບປະມານຫຼາຍກວ່າ 170 ຕື້ກີບ ເພື່ອ ຟື້ນຟູຜົນກະທົບຈາກໄພນ້ຳຖ້ວມເມື່ອເດືອນກັນຍາທີ່ຜ່ານມາ ເຊິ່ງ ຕ້ອງການຫຼາຍກວ່າໝູ່ແມ່ນຂະແໜງໂຍທາທິການ ແລະ ຂົນສົ່ງ, ເຊິ່ງມີມູນຄ່າປະມານ 105 ຕື້ກີບ ຍ້ອນວ່າເສັ້ນທາງສຳຄັນຫຼາຍເສັ້ນເປ່ເພ. ທ່ານ ຄຳສອນ ກັນຍາ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນຮອງປະທານຄວບຄຸມໄພພິບັດ…

ປະຊາຊົນຫຼາຍພັນຄົນຮ່ວມໃສ່ບາດພະສົ່ງ 5 ແຜ່ນດິນ

ປະຊາຊົນລາວໂດຍສະເພາະຊາວນະຄອນຫຼວງວຽງຈັນເກືອບ 5,000 ຄົນໄດ້ເຂົ້້າຮ່ວມໃສ່ບາດເຮັດບຸນໃນໂຄງການທຳມະຍາດຕຣາ 5 ແຜ່ນດິນ ເຊົ້າມື້ນີ້ 26/10/2019 ທີ່ວັດທາດຫຼວງ. ປະຊາຊົນລາວເປັນຈຳນວນຫຼວງຫຼາຍທີ່ມີຄວາມເຫຼື້ອມໃສສັດທາຕໍ່ພະພຸດທະສາສະໜາ ໄດ້ເຂົ້າຮ່ວມພິທີດັ່ງກ່າວໃສ່ບາດໃຫ້ແກ່ພະສົ່ງຈຳນວນ 300 ອົງ ຈາກປະເທດ ກຳປູເຈຍ, ຫວຽດນາມ, ມຽນມາ, ໄທ ແລະ ລາວ ຕາມແຄມທາງຖະໜົນ…

ລາວກຽມສະຫຼອງໃນວັນແຮງງານສາກົນ

ສປປ ລາວ ຈະຈັດງານສະເຫຼີມສະຫຼອງການ ຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ ສ້າງຕັ້ງອົງການແຮງງານສາກົນຄົບຮອບ 55 ປີ ແລະ ວັນການສ້າງຕັ້ງອົງການແຮງງານສາ ກົນຄົບຮອບ 100 ປີ ໃນກາງເດືອນພະຈິກ ທີ່ຈະມາຮອດນີ້. ທ່ານ ປອ.…

ບໍລິຄຳໄຊສັ່ງປິດໂຮງງານປຸງແຕ່ງໄມ້ 23 ແຫ່ງ ເພື່ອປະຕິບັດຄຳສັ່ງເລກທີ15/ນຍ 

ພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊໄດ້ແຈ້ງໃຫ້ຮູ້ວ່າ: ທາງແຂວງໄດ້ມີການສັ່ງຍຸບໂຮງງານປຸງແຕ່ງໄມ້ແລ້ວຈຳນວນ 23 ແຫ່ງ ເຮັດໃຫ້ ໂຮງງານປຸງແຕ່ງໄມ້ຈາກ 84 ແຫ່ງທົ່ວແຂວງຍັງເຫຼືອ 61ແຫ່ງ ໃນປັດຈຸບັນ ແຕ່ໂຮງ ງານເຫຼົ່ານີ້ຍັງຈະໄດ້ດັດສົມອີກເທື່ອໝຶ່ງເພື່ອໃຫ້ໂຮງງານເຄື່ອນໄຫວຖືກຕ້ອງຕາມ ລະບຽບກວ່າເກົ່າ.  ທ່ານ ພອນສະຫວັນ ຫອມລັດບຸນລັດ ຫົວໜ້າພະແນກກະສິກຳ ແລະ…

ການກໍ່ສ້າງເສັ້ນທາງລົດໄຟຟ້າລາວ-ຈີນຢູ່ຫລວງນ້ຳທາ ຈະເລີ່ມວາງລາງໃນປີ ໜ້າ

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຂວງຫລວງນ້ຳທາໄດ້ລາຍງານວ່າ ປີ 2020 ຈະເລີ່ມວາງລາງລົດໄຟ ແລະ ຄາດວ່າຈະຕິດຕັ້ງລະບົບໄຟຟ້າ ໃຫ້ສຳເລັດປີ2021. ປະຈຸບັນການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຈຸດຜ່ານແຂວງຫລວງນ້ຳທາມີຄວາມຄືບໜ້າຢ່າງຕໍ່ເນື່ອງເປັນຕົ້ນແມ່ນການເຈາະອຸມົງ, ການກໍ່ສ້າງເສົາຂົ ແລະ ຈະເລີ່ມວາງຂາງຂົວ ໃນເດືອນພະຈິກ ຈະມາເຖິງນີ້ ຄາດວ່າທ້າຍປີນີ້ຈະສຳເລັດໜ້າວຽກພື້ນຖານໂຄງລ່າງດ້ານຕ່າງໆໂດຍພື້ນຖານ. ທ່ານຈັນທະຈອນ ແກ້ວລະຄອນ ຫົວໜ້າປະສານງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຂວງຫລວງນ້ຳທາໃຫ້ສຳພາດຕໍ່ຊື່ມວນຊົນໃນໄລຍະບໍ່ດົນມານີ້ວ່າ ໂຄງການກໍ່ສ້າງທາງລົດໄຟຟ້າລາວ-ຈີນຈຸດຜ່ານແຂວງຫລວງນ້ຳທາໂດຍລວມແລ້ວແມ່ນສຳເລັດຕາມແຜນທີ່ວາງໄວ້…

ສວນຊາ 400 ປີ ແຂວງຜົ້ງສາລີ ເປີດໃຫ້ນັກ ທ່ອງທ່ຽວຢ້ຽມຊົມ

ສວນຊາ 400 ປີ ຕັ້ງຢູ່ເຂດບ້ານກໍແມນ ເມືອງ ແລະ ແຂວງຜົ້ງສາລີ ຫ່າງຈາກ ເທດສະບານແຂວງປະມານ 15 ກິໂລແມັດໄດ້ເປີດໃຫ້ນັກທ່ອງທ່ຽວ ແລະ ປະຊາຊົນທົ່ວໄປໄດ້ທ່ຽວຊົມ, ໄດ້ຊີມ, ໄດ້ສໍາພັດຕົວຈິງກັບຕົ້ນຊາ ແລະ ຜູ້ຜະລິດຊາຢູ່ທີ່ນັ້ນ. ປະຊາຊົນບ້ານກໍແມນໄດ້ປະກອບອາຊີບປູກ ແລະ ຂາຍຊາເປັນອາຊີບຫຼັກ…

ຫຼາຍແຂວງສຳເລັດການແຂ່ງຂັນຊ່ວງເຮືອບຸນອອກພັນສາ 2019

ບຸນອອກພັນສາປະວໍລະນາ ພສ 2562 ຢູ່ຫຼາຍແຂວງໄດ້ຈັດ ຂຶ້ນຢ່າງຄຶກຄື້ນໂດຍມີກິດຈະກໍາຕ່າງໆ ເຊັ່ນແຂ່ງຂັນຊ່ວງເຮືອ, ວາງສະແດງຜະລິດຕະພັນຫັດຖະກໍາ ແລະ ກະສີກໍາພື້ນບ້ານ ຕ່າງໆ ເພື່ອໃຫ້ຜູ້ໄປງານບຸນໄດ້ຊື້ໄປບໍລິໂພກ ແລະ ເປັນທີ່ລະລຶກ. ຢູ່ແຂວງໄຊຍະບູລີ ມີເຮືອເຂົ້າຮ່ວມແຂ່ງຂັນ 3 ປະເພດຄື: ເຮືອໄວປະເພນີເພດຍິງ ມີ 16…

ອັດຕະປື: ມູນຄ່າເສັ້ນທາງເສຍຫາຍ 58 ກວ່າຕື້ກີບຍ້ອນນໍ້າຖ້ວມ

ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປືໄດ້ແຈ້ງໃຫ້ຮູ້ວ່າ: ປະຈຸບັນ ນີ້ເສັ້ນທາງຫຼວງແຫ່ງຊາດທີ່ຜ່ານ ແຂວງອັດຕະປື ແລະ ເສັ້ນທາງພາຍໃນ ແຂວງສາມາດສັນຈອນໄດ້ປົກກະຕິແລ້ວ ແຕ່ຍັງມີຄວາມຫຍຸ້ງຍາກ ແລະ ບໍ່ສະດວກ ເປັນບາງບ່ອນຍ້ອນມີຂຸມຫຼາຍ, ບາງບ່ອນ ຍັງມີຂີ້ຕົມ, ບາງບ່ອນດິນລົ່ມ ແລະ ສົ້ນຂົວ…

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຊີ້ນຳ ວຽກງານຟື້ນຟູພາຍຫຼັງນ້ຳຖ້ວມຢູ່ແຂວງຄຳມ່ວນ

ວັນທີ 2 ຕຸລາ 2019 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ ລົງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຄຳມ່ວນ ໂດຍໄດ້ຮັບການຕ້ອນຮັບ ແລະ ຟັງການລາຍງານກ່ຽວກັບແຜນການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ໂດຍສະເພາະ ໄດ້ຮັບຟັງການລາຍງານ…

ເຄແອນບີ ເຟີນີເຈີເລັ່ງຍົກລະດັບສີມື ນາຍຊ່າງໃຫ້ທຽບທັນກັບສາກົນ

ປະຈຸບັນ ຂະແໜງເຟີນິເຈີ ໄດ້ມີການພັດທະ ນາທັງປະລິມານ ແລະ ຄຸນນະພາບ ໂດຍສະເພາະ ການອອກແບບລວດລາຍຕ່າງໆທີ່ມີຫຼາກຫຼາຍ ສີສັນ ແລະ ສວຍງາມ. ນອກນັ້ນຍັງມີການແຂ່ງ ຂັນກັນທາງດ້ານສືມືທີ່ມີຄວາມປານີດ ແລະ ສະດຸດຕາ, ເຊິ່ງເຮັດໃຫ້ຜູ້ຊົມໃຊ້ທັງພາຍໃນ ແລະ ຕ່າງປະ ເທດໄດ້ມີທາງເລືອກສິນຄ້າທີ່ຄຸນ ນະພາບທີ່ແຕກຕາງກັນກ່ຽວກັບສີມືຂອງ…