ນາປີແຂວງຄໍາມ່ວນຖືກນໍ້າຖ້ວມ ແລະ ສັດຕູພືດທໍາລາຍ ເສຍຫາຍເບື້ອງ ຕົ້ນ 197 ເຮັກຕາ
ແຂວງຄໍາມ່ວນໄດ້ຮັບຜົນກະທົບຢ່າງໜັກຈາກສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ນາປີຖືກນໍ້າຖ້ວມ ແລະ ສັດຕູພືດລະບາດ ທໍາລາຍເນື້ອທີ່ການຜະລິດຂອງປະຊາຊົນໄປແລ້ວເບື້ອງຕົ້ນ 197 ເຮັກຕາ, ສ້າງຄວາມເປັນຫ່ວງໃຫ້ແກ່ຊາວກະສິກອນໃນພື້ນທີ່. ຕາມການເປີດເຜີຍຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນ, ໃນລະຫວ່າງວັນທີ 1 ຫາ 23 ກໍລະກົດ 2025, ເຈົ້າໜ້າທີ່ໄດ້ລົງຕິດຕາມ ແລະ…