ການຫັນໂຮງໝໍ “ກຸ້ມຕົນເອງ” ແມ່ນຫຍັງ? ຈະເຮັດໃຫ້ຄ່າປິ່ນປົວແພງຂຶ້ນ ຫຼື ບໍລິການດີຂຶ້ນບໍ່?
ຫຼາຍຄົນອາດຈະເຄີຍໄດ້ຍິນຄຳວ່າ “ການຫັນໂຮງໝໍເປັນກຸ້ມຕົນເອງ” ແລ້ວສົງໄສວ່າຜົນປະໂຫຍດແທ້ໆຈະຕົກຢູ່ກັບໃຜ? ມື້ນີ້ພວກເຮົາຈະມາສະຫຼຸບ 7 ປະເດັນສຳຄັນໃຫ້ເຂົ້າໃຈແບບງ່າຍໆດັ່ງນີ້: 1. “ການຫັນໂຮງໝໍເປັນກຸ້ມຕົນເອງ” ແມ່ນຫຍັງ? ແມ່ນການໃຫ້ໂຮງໝໍມີສິດ ບໍລິຫານໄດ້ບາງສ່ວນ ເຊັ່ນ: ການບໍລິຫານງົບປະມານ, ການບໍລິຫານພະນັກງານ, ການປັບປຸງການບໍລິການ, ແລະການຕັດສິນບາງວຽກໄດ້. 2. ເຮັດເພື່ອຫັຍງ? ເພື່ອຍົກລະດັບຄຸນະພາບການປິ່ນປົວນັບມື້ດີຂື້ນ, ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງສັງຄົມ…

