ຮອງນາຍຍົກແນະນຳໃຫ້ສືບຕໍ່ພັດທະນາຕະຫຼາດທຶນໃນລາວ

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທັງເປັນປະ ທານຄະນະກໍາມະການຄຸ້ມຄອງຫຼັກຊັບ ໄດ້ເນັ້ນໃນກອງປະຊຸມ ຄະນະກໍາມະການ ຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ IV ປະຈໍາປີ 2019 ວ່າ ໃຫ້ສືບຕໍ່ເອົາໃຈໃສ່ພັດທະນາ ຕະຫຼາດທຶນລາວໃຫ້ມີປະສິດທິພາບ, ມີຄວາມໜ້າເຊື່ອຖື ແລະ…

4 ຄົນຕາຍຈາກ ອັກຄີໄພທີ່ເກີດຂຶ້ນ 197 ຄັ້ງ ໃນທົ່ວປະເທດ

ກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກົມໃຫ່ຍຕຳຫຼວດ ກະຊວງ ປ້ອງກັນຄວາມສະຫງົບ ໄດ້ແຈ້ງໃຫ້ຮູ້ວ່າ: ອັກຄີໄພທີ່ເກີດໃນປີ 2019 ຍັງປະກົດໃຫ້ເຫັນຢູ່ບັນດາ ແຂວງໃຫຍ່ໆ ທີ່ມີປະຊາຊົນອາໄສຢູ່ ເປັນຈໍານວນຫຼາຍ ໂດຍສະເພາະແມ່ນ ຢູ່ນະຄອນຫຼວງວຽງຈັນ, ແຂວງ ສະຫວັນນະເຂດ, ຈຳປາສັກ, ຊຽງຂວາງ, ບໍລິຄຳໄຊ,…

ແພດໝໍລາວສາມາດຜ່າຕັດປ່ຽນວາວຫົວໃຈ ແລະ ແຍ່ເສັ້ນເລືອດຫົວໃຈໄດ້ແລ້ວ

ກະຊວງສາທາລະນະສຸກໃຫ້ຮູ້ວ່າ : ການຜ່າຕັດພະຍາດຕ່າງໆ ຫຼື ການປິ່ນປົວພະຍາດຕ່າງໆ ຂອງທ່ານໝໍລາວຢູ່ບັນດາໂຮງໜໍໃຫ່ຍໃນນະຄອນຫລວງວຽງຈັນ ສາມາດຜ່າຕັດປ່ຽນວາວຫົວໃຈ, ແຍ່ເສັ້ນເລືອດຫົວໃຈ ແລະ ພະຍາດອື່ນໆທີ່ຮັກສາຢາກໄດ້ແລ້ວ ໂດຍການນຳໃຊ້ເຄື່ອງມືທີ່ທັນສະໄໝ. ທ່ານຮອງສາດສະດາຈານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ສຳພາດໃນບໍ່ດົນມານີ້ວ່າ ການແພດລາວສາມາດເວົ້າໄດ້ວ່າທຽບເທົ່າສາກົນແລ້ວ ເພາະມີເຄື່ອງມືທີ່ທັນສະໄໝທີ່ສາມາດປິ່ນປົວພະຍາດທີ່ປິ່ນປົວຍາກໆໄດ້ແລ້ວ ໂດຍສະເພາະພະຍາດທີ່ກ່ຽວກັບຫົວໃຈ ເຊັ່ນ:…

ກາແດງຫຼວງພະບາງລາຍງານວຽກບັນເທົາທຸກໃນໂອການສະຫຼອງກາແດງລາວ 65 ປີ

ໃນໄລຍະ 4 ປີ ຜ່ານມາອົງການກາແດງຫຼວງພະບາງໄດ້ພະຍາຍາມທຸກຄວາມສາມາດເພື່ອເຮັດວຽກບັນເທົາທຸກໃຫ້ແກ່ປະຊາຊົນ ໂດຍນຳໃຊ້ ງົບປະມານ ຫຼາຍກວ່າ 2,5 ຕື້ກີບ ເພື່ອຊ່ວຍເຫຼືອປະຊາຊົນໃນແຂວງ ເກືອບ 40,000 ຄົນ. ຫວ່າງບໍ່ດົນມານີ້ ທ່ານສິງຄຳ ມິ່ງບຸນຕາ ຮອງຫົວໜ້າ ອົງການກາແດງຫລວງພະບາງໄດ້ລາຍງານ ການຈັດຕັ້ງ ແລະ…

ພົບພະນັກງານທີ່ມີເງື່ອນໄຂຄົບຖ້ວນແຕ່ບໍ່ໄດ້ຮັບນະໂຍບາຍ ກົງກັນຂ້າມຜູ້ທີ່ບໍ່ມີເງື່ອນ ໄຂຄົບພັດໄດ້ຮັບ

ສູນກາງແນວລາວສ້າງຊາດໄດ້ແຈ້ງໃຫ້ຮູ້ວ່າ: ຍັງພົບນາຍ ແລະ ພົນທະຫານ-ຕຳຫລວດ, ຜູ້ທີ່ເສຍອົງຄະພັກຜ່ອນບຳນານ ທີ່ມີຄຸນງາມຄວາມດີ ຈາກການປະຕິວັດ ແລະ ມີເງື່ອນໄຂຄົບຖ້ວນແຕ່ບໍ່ໄດ້ຮັບນະໂຍບາຍ (ເງິນ ແລະ ອື່ນໆ) ກົງກັນຂ້າມ ຜູ້ທີ່ບໍ່ມີເງື່ອນໄຂຄົບ ຖ້ວນພັດໄດ້ຮັບ. ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະ…

ຜູ້ຕິດເຊື້ອພະຍາດເອສໄອວີ ຖ້າສາມາດຄຸມເຊື້ອຢູ່ໃນລະດັບຕໍ່າ ໂອກາດຈະຊຶມເຊື້ອຫາຜູ້ອື່ນມີໜ້ອຍ

ສູນຕ້ານເອສ ແລະ ພະຍາດຕິດຕໍ່ທາງເພດສຳພັນ ກະຊວງສາທາລະນະ ສຸກໄດ້ແຈ້ງໃຫ້ຮູ້ວ່າ: ລາວມີຢາຕ້ານ ເຊື້ອພະຍາດເອສໄອວີ/ພະຍາດເອສ (HIV) ທີ່ພຽງພໍສຳລັບຜູ້ຕິດເຊື້ອພະຍາດດັ່ງກ່າວ ຊຶ່ງນັບແຕ່ປີ 1990 ຮອດປັດຈຸບັນ ຢູ່ລາວມີຜູ້ຕິດເຊື້ອເອສໄອວີ/ພະຍາດເອສ ສະສົມແລ້ວຫຼາຍກວ່າ 11,212 ຄົນ ໃນນີ້ເປັນພະຍາດ ເອສ 5,665 ຄົນ…

ທ້າຍປີນີ້ ມີງານວາງສະແດງສິລະປະການ ສະແດງ ແລະ ຜະລິດຕະພັນ ຂອງຊົນເຜົ່າ

ງານວາງສະແດງສິລະປະການສະແດງ ແລະ ຜະລິດຕະພັນ ຂອງຊົນເຜົ່າ ຈະໄດ້ຈັດຂຶ້ນຢູ່ສວນພຶກສາ ເມືອງນາຊາຍ ທອງ ນະຄອນຫຼວງວຽງຈັນ ໃນວັນທີ 27-29 ທັນວາ 2019 ເພື່ອ ສ້າງຂະບວນການສະເຫຼີມສະຫຼອງວັນບູນປະເພນີ ຂອງບັນດາເຜົ່າ ແລະ ສາສະໜາຢ່າງຟົດຟື້ນ ໂດຍສະເພາະ ເພື່ອສ້າງເປັນຂະບວນການຮັບຕ້ອນວັນສ້າງຕັ້ງແນວລາວ ສ້າງຊາດດຄົບຮອບ…

ລັດຖະບານ ສປ ຈີນ ມອບສູນຂໍ້ມູນຂ່າວສານແຜ່ນດີນໄຫວແຫ່ງຊາດໃຫ້ແກ່ລາວ

ພິທີມອບ-ຮັບສູນຂໍ້ມູນຂ່າວສານແຜ່ນດີນໄຫວ ແຫ່ງຊາດໃຫ້ແກ່ລາວໄດ້ຈັດຂຶ້ນໃນວັນທີ 20 ເດືອນ ທັນວາ 2019 ຢູ່ອຸທົກກະສາດ ມອບໂດຍແມ່ນ ທ່ານ ຫວາງ ສີຮຸຍ ທູດເສດຖະກິດການຄ້າ ປະຈຳລາວ ແລະ ຮັບໂດຍທ່ານ ໄຊນະຄອນ ອີນທະວົງ  ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ…

ການມອມເຫຼົ້າ, ມອມຢາເປັນໄພສັງຄົມທີ່ລາວກຳລັງປະເຊີນ

ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ສະເໜີໃຫ້ກະຊວງປ້ອງກັນຄວາມສະຫງົບ ເພີ່ມທະວີແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນຢູ່ໃນສັງຄົມ ໂດຍສະເພາະ ການມອມເຫຼົ້າ ແລະ ຢາ ຊຶ່ງເປັນປະກົດການຫຍໍ້ທໍ້ໃໝ່ທີ່ກຳລັງເກີດຂຶ້ນຢູ່ ໃນ ສປປ ລາວ. ນອກນັ້ນ ຍັງສະເໜີໃຫ້ເອົາໃຈໃສ່ຕື່ມກ່ຽວກັບການຄ້າຂາຍຢາເສບຕິດ ທີ່ຍັງເກີດຂຶ້ນ ແລະ ແຜ່ຫຼາຍ ໃນແຕ່ລະວັນ. ທ່ານ…

ລາວເລັ່ງດຳເນີນເອກະສານທີ່ບໍ່ພໍໃຈຕໍ່ພຶດຕິກຳຂອງປະທານເປຕັງນານາຊາດ

ສະຫະພັນເປຕັງແຫ່ງຊາດລາວ ກຳລັງລໍຖ້າການຊີ້ນຳຈາກທາງລັດຖະບານ ພາຍຫຼັງທີ່ໄດ້ດໍາເນີນເອກະສານຜ່ານກະຊວງສຶກສາ ແລະ ກິລາ ໄປຫາສຳນັກງານນາຍົກລັດຖະມົນຕີ ຕໍ່ກັບບັນຫາທີ່ ປະທານສະຫະພັນເປຕັງນານາຊາດ ໄດ້ວາງຂັນຮອງຊະນະເລີດຂອງທີມເປຕັງຊຸດຍິງ ທີມຊາດລາວ ລົງໄວ້ແທ່ນຮັບລາງວັນອັນດັບສອງ ຂອງລາຍການແຂ່ງຂັນເປຕັງຊິງແຊັມໂລກ ທີ່ປະເທດກຳປູເຈຍຫວ່າງບໍ່ດົນມານີ້. ທ່ານ ຄຳຫຼ້າ ວິນໄລທອງ ປະທານ ສະຫະພັນເປຕັງແຫ່ງຊາດລາວ ໄດ້ໃຫ້ສຳພາດໃນມື້ນີ້ ວັນທີ…