ລາວ ຍັງເຂັ້ມງວດໃນການເຝົ້າລະວັງຕາມຈຸດຜ່ານດ່ານຕ່າງໆ

ຄະນະສະເພາະກິດ ໄດ້ຢືນຢັນວ່າ ສປປ ລາວ ແມ່ນມີຄວາມເຂັ້ມງວດໃນການເຝົ້າລະວັງຢູ່ຕາມຈຸດຜ່ານດ່ານຕ່າງໆ ໂດຍໃນທຸກດ່ານແມ່ນໄດ້ກວດແທກອຸນຫະພູມຮ່າງກາຍ ແລະ ກັ່ນຕອງຕາມມາດຕະການປ້ອງກັນພະຍາດໂຄວິດ-19 ເປັນຕົ້ນ ແມ່ນການຈໍາກັດບໍລິເວນ 14 ວັນ ຢູ່ສູນທີ່ຄະນະສະເພາະກິດໄດ້ກະກຽມໄວ້. ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ,…

ປະ­ຊາ­ຊົນ​ຈຳ­ນວນໜຶ່ງ​ບໍ່​ຍອມ­ຮັບ​ຄ່າ​ຊົດ​ເຊີຍຈາກໂຄງ­ການ​ກໍ່­ສ້າງ​ທາງ​ດ່ວນ ໝາຍ​ເລກ 1 ​

​​ປະ­ຊາ­ຊົນ​ຈຳ­ນວນ​ໜຶ່ງທີ່ດິນຖືກໂຄງການກໍ່­ສ້າງ​ທາງ​ດ່ວນ ນະຄອນຫຼວງວຽງຈັນ ໝາຍ​ເລກ 1 ຍັງ​ບໍ່​ຍອມ­ຮັບ​ຄ່າ​ຊົດ​ເຊີຍ​ທີ່​ຄິດ­ໄລ່​ໃຫ້, ເຊິ່ງເຈົ້າຂອງໂຄງການຈະຕ້ອງໄດ້ສືບຕໍ່ໄກ່​ເກ່ຍ.   ທ່ານ ພຶດ­ສະ­ພາ ພູມ​ມະ​ສັກ ປະ­ທານ​ບໍ­ລິ­ສັດ ທາງ​ດ່ວນ​ວຽງ​ຈັນ ໝາຍ​ເລກ 1 ຈໍາ­ກັດ​ຜູ້​ດຽວໄດ້ກ່າວລາຍງານຄວາມຄືບໜ້າຂອງໂຄງການດັ່ງກ່າວ ຕໍ່ ທ່ານ ປອ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະຄອນ­ຫຼວງ​ວຽງ​ຈັນ…

ໄຊຍະບູລີ ຄາດວ່າຈະມີລາຍຮັບຫຼາຍກວ່າ 7 ລ້ານໂດລາ ຈາກການທ່ອງທ່ຽວໃນປີນີ້

ການຍ່າງປ່າ, ຂີ່ຊ້າງ ແລະ ລ່ອງເຮືອຊົມທໍາມະຊາດຕາມສາຍນໍ້າຮຸ່ງແມ່ນກິດຈະກໍາທີ່ສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດ ຢູ່ແຂວງໄຊຍະບູລີ ຊຶ່ງວຽກງານທ່ອງທ່ຽວນີ້ແມ່ນ ໜຶ່ງໃນສາມເສົາຄໍ້າຕໍ່ການພັດທະນາເສດຖະກິດຂອງແຂວງ ແລະ ຄາດວ່າປີນີ້ຈະມີລາຍຮັບຫຼາຍກວ່າ 7 ລ້ານໂດລາສະຫະລັດ. ທ່ານ ບຸນທະວີ ບຸນຊູຮັກ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ແຂວງ ໄຊຍະບູລີ…

ຜູ້ຕິດເຊື້ອໂຄວິດ-19 ທີ່ຍັງເຫຼືອ 5 ຄົນ ຈະໄດ້ສືບຕໍ່ຕິດຕາມອາການ, ເພາະຜົນກວດຍັງເປັນບວກ

ຄະນະສະເພາະກິດ ຖະແຫຼງໃຫ້ຊາບໃນຕອນບ່າຍຂອງວັນທີ 21 ພຶດສະພາ 2020 ວ່າ ມື້ວານນີ້ ໄດ້ເກັບຕົວຢ່າງມາກວດວິເຄາະເປັນຄັ້ງທີສອງຕິດຕໍ່ກັນພາຍໃນ 24 ຊົ່ວໂມງ ຈໍານວນ 2 ຄົນ ຈາກທັງໝົດ 5 ຄົນ ທີ່ນອນຕິດຕາມອາການ ແລະ ປີ່ນປົວຢູ່ໂຮງໝໍມິດຕະພາບ ເຊິ່ງຜົນຍັງເປັນບວກ…

ໂຮງຮຽນຫຼາຍແຫ່ງຢູ່ເຂດຊົນນະບົດຍັງຂາດອຸປະກອນປ້ອງກັນ ໂຄວິດ-19

ຫຼາຍໂຮງຮຽຮຽນ ໃນທົ່ວປະເທດ ສາມາດປະຕິບັດຕາມມາດຕະການຕ່າງໆໃນໄລຍະຜ່ອນຜັນຂອງຄະນະສະເພາະກິດ ໃນການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້, ແຕ່ບັນດາໂຮງຮຽນຢູ່ເຂດຫ່າງໄກສອກຫຼີກ ຍັງຂາດເຂີນອຸປະກອນການແພດ ສໍາລັບປ້ອງກັນພະຍາດດັ່ງກ່າວ. ທ່ານ ຮສ. ດຣ. ກອງ​ສີ​ ​ແສງ​ມະນີ ຮອງ​ລັດຖະມົນຕີ​ ກະຊວງ​ສຶກສາທິການ ​ແລະ ກິລາ ໄດ້ກ່າວໃນໂອກາດຖະແຫຼງຂ່າວຮ່ວມກັບຄະນະສະເພາະກິດ ໃນຕອນບ່າຍມື້ນີ້ວ່າ ພາຍຫຼັງທີ່ໄດ້ເປີດການຮຽນ…

ນໍ້າປະປາ ໄດ້ຫຼຸດຄ່າໃຊ້ນໍ້າລົງ 5% ໃຫ້ຜູ້ຊົມໃຊ້ປະເພດຄົວເຮືອນທົ່ວໄປ

ລັດວິສາຫະກິດນໍ້າປະປາ ນະຄອນຫຼວງ ໄດ້ອອກແຈ້ງການໃນວັນທີ 19 ພຶດສະພາ 2020 ວ່າ: ແຕ່ເດືອນພຶດສະພາ ຫາ ເດືອນກໍລະກົດ 2020 ຈະຫຼຸດຄ່ານໍ້າປະປາ ລົງ 5% ໃຫ້ຜູ້ຊົມໃຊ້ປະເພດຄົວເຮືອນທົ່ວໄປ (ລູກຄ້າປະເພດ I). ລັດວິສາຫະກິດນໍ້າປະປາ ນະຄອນຫຼວງ ຈະຫຼຸດຄ່າໃຊ້ນໍ້າລົງໃນຄັ້ງນີ້…

ການພັດທະນາພື້ນຖານໂຄງລ່າງ ນ້ຳຕົກຕາດແຊພະ-ແຊ ປ້ອງໄລ ຈະສໍາເລັດພາຍໃນ 3 ປີ

ນໍ້າຕົກຕາດເເຊພະ-ແຊປ້ອງໄລ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບຈາກສັນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ໃນໄລຍະທີ່ຜ່ານມາທີ່ມີມູນຄ່າເສຍຫາຍຫຼາຍກວ່າ 30 ຕື້ກີບ ກໍາລັງໄດ້ຮັບການພັດທະນາ. ປັດຈຸບັນນີ້ ຜູ້ສໍາປະທານແຫຼ່ງທ່ອງທ່ຽວດັ່ງກ່າວກໍາລັງເລັ່ງພັດທະນາພື້ນຖານໂຄງລ່າງ ໂດຍສະເພາະການສ້າງຕາຂ່າຍໄຟຟ້າເຂົ້າຫາແຫຼ່ງທ່ອງທ່ຽວ, ເສັ້ນທາງເຂົ້າອອກ, ສ້າງອ່າງເກັບນໍ້າຂະໜາດໃຫ່ຍ, ສ້າງຮ້ານອາຫານ, ລີສອດ, ບ້ານພັກ, ສວນດອກໄມ້, ນໍ້າພຸ, ສວນໄມ້ໃຫ້ໜາກ, ສະຖານທີ່ຈອດລົດ…

ກຳມະບານລາວ ຮຽກຮ້ອງໄປຍັງຜູ້ປະກອບການຈ່າຍເງິນຊົດເຊີຍໃຫ້ລູກຈ້າງ

ສູນກາງສະຫະພັນກຳມະບານລາວ ຮຽກຮ້ອງໃຫ້ເຖິງຜູ້ປະກອບການໃນທົ່ວປະເທດ ໃຫ້ຈ່າຍເງິນຊົດເຊີຍໃຫ້ກັບລູກຈ້າງຂອງຕົນໃນໄລຍະພັກວຽກເນື່ອງມາຈາກຖືກເລີກຈ້າງງານ ຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19. ທ່ານ ພອນສານ ວິໄລມັ້ງ ຫົວໜ້າກົມປົກປ້ອງແຮງງານ ສູນກາງສະຫະພັນກຳມະບານລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວວຽງຈັນທາຍ ໃນວັນທີ 18 ພຶດສະພາ 2020 ນີ້ວ່າ ຜູ້ອອກແຮງງານທີ່ໄດ້ຮັບຜົນກະທົບຈາກການລະບາດຂອງ ໂຄວິດ- 19 ກໍ່ຄວນໄດ້ຮັບເງິນຊົດເຊີຍຕາມສິດ…

ມີຜູ້ເດີນທາງເຂົ້າມາລາວ ໜຶ່ງພັນກວ່າຄົນໃນມື້ວານນີ້

ມີຜູ້ເດີນທາງເຂົ້າມາ ສປປ ລາວ ໂດຍຜ່ານດ່ານຕ່າງໆ ໃນມື້ວານ ນີ້ 1 ພັນກວ່າຄົນ, ເຊິ່ງທັງໝົດແມ່ນໄດ້ຮັບອະນຸຍາດຈາກຄະນະສະເພາະກິດ, ພ້ອມດຽວກັນ ໃນທຸກດ່ານແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້. ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ,…

ທະນາຄານທຸລະກິດ 21 ແຫ່ງທີ່ມີລູກຄ້າສິນເຊື່ອໄດ້ຮັບຜົນກະທົບຈາກໂຄວິດ-19

ທະນາຄານທຸລະກິດທັງໝົດ 43 ແຫ່ງ ແລະ ມີພຽງແຕ່ 21 ແຫ່ງ ທີີ່ໄດ້ລາຍງານໃຫ້ທະນາຄານ ແຫ່ງ ສປປ ລາວ ວ່າລູກຄ້າສິນເຊື່ອຂອງຕົນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19, ຫຼັງຈາກຄະນະສະເພາະກິດນະໂຍບາຍ ດ້ານເງິນຕາເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດພະຍາດ COVID-19 ໄດ້ອອກແຈ້ງການໃນບໍ່ດົນມານີ້ ເຖິງທະ ນາຄານ ຫຼື…