ຍີ່ປຸ່ນ ຊ່ວຍພາຫະນະ ແລະ ອຸປະກອນເພື່ອໃຊ້ໃນການຕໍ່ຕ້ານການກໍ່ການຮ້າຍຢູ່ລາວ

ລັດຖະບານຍີ່ປຸ່ນມອບລົດກະບະລາດຕະເວນ 30 ຄັນ ແລະ ອຸປະກອນອື່ນໆເຊັ່ນ: ເຄື່ອງ X-Ray ແລະ ລົດອະເນກປະສົງ ລວມມູນຄ່າ 200 ລ້ານເຢັນ ໃຫ້ລັດຖະບານລາວ ເພື່ອໃຊ້ໃນການຕ້ານການກໍ່ການຮ້າຍ ແລະ ປັບປຸງອຸປະກອນດ້ານຄວາມໝັ້ນຄົງ ແນໃສ່ປະກອບສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍຜ່ານການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ…

ລາວ ຈະສຸມໃສ່ພັດທະນາການທ່ອງທ່ຽວ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ

ສປປ ລາວ ມີຄວາມອຸດົມສົມບູນ ແລະ ມີທ່າແຮງສູງໃນການພັດທະນາການທ່ອງທ່ຽວ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ນອກນັ້ນ ຍັງມີຊັບພະຍາກອນການທ່ອງທ່ຽວທີ່ໂດດເດັ່ນ ສາມາດຍູ້ແຮງໃຫ້ຂະແໜງການຕ່າງໆທີ່ປິ່ນອ້ອມພັດທະນາຄວບຄູ່ກັນໄປ. ສະຫາຍ ອຸ່ນທວງ ຂາວພັນ ຄະນະປະຈໍາພັກ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ,…

ອາເມລິກາ ມອບ ພາຫະນະ ແລະ ອຸປະກອນ ໃຫ້ແກ່ ໂຄງການເກັບກູ້ລະເບີດແຫ່ງຊາດ

ລັດຖະບານສະ​ຫະ​ລັດ​ອາ​ເມ​ລິ​ກາ ​ໄດ້ ມອບພາຫະນະໃໝ່ ຈຳນວນ 16 ຄັນ ແລະ ເຄື່ອງກວດລະເບີດຈຳນວນ 134 ເຄື່ອງ ໃຫ້ ທີມເກັບກູ້ລະເບີດເຄື່ອນທີ່ທີ່ປະຈຳຢູ່ແຂວງ ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ອັດຕະປື ແລະ ຫົວພັນ. ພິທີມອບ-ຮັບພາຫະນະ ແລະ…

ຈະມີການກວດກາຄວາມປອດໄພຂອງເຂື່ອນໄຟຟ້າໃນທຸກໆ 5 ປີ

ກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ຮູ້ວ່າ: ລັດມີແຜນຈະກວດກາເລື່ອງ ຄວາມ ປອດໄພຂອງເຂື່ອນໄຟຟ້າຕ່າງໆໃນຂອບເຂດທົ່ວປະເທດ ພາຍຫຼັງທີ່ພົບວ່າໃນໄລຍະທີ່ຜ່ານມາໄດ້ມີເຂື່ອນໄຟຟ້າຈໍານວນໜຶ່ງໄດ້ແຕກ ຊຶ່ງໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນເປັນ ຈໍານວນຫຼາຍ.  ທ່ານບົວເທບ ມາໄລຄໍາ, ຫົວໜ້າ ກົມຄຸ້ມຄອງພະລັງງານ, ກະຊວງພະລັງງານແລະ ບໍ່ແຮ່ ໄດ້ກ່າວຕໍ່ທີມງານວຽງຈັນທາຍ ເມື່ອບໍ່ດົນມານີ້ວ່າ: ໃນອີກສອງສາມປີຂ້າງໜ້າ…

ບຸນນະມັດສະການພະທາດສີໂຄດຕະບອງ ຈະຈັດຂຶ້ນທ້າຍເດືອນນີ້

ບຸນ​ນະມັດສະການ​ພະ​ທາດ​ສີ​ໂຄດ​ຕະບອງ​ປີນີ້ ​ຈະຈັດຂຶ້້ນລະຫວ່າງ​ວັນ​ທີ 26-28 ມັງກອນ 2021 ເຊິ່ງຈະມີຫຼາຍກິດຈະກຳທາງດ້ານ​ວັດທະນະທຳ ແລະ ຮີດຄອງປະເພນີລາວ ທີ່ໜ້າສົນໃຈ. ກອງປະຊຸມ ປຶກສາຫາລື ກ່ຽວກັບການກະກຽມງານບຸນ​ນະມັດສະການ​ພະ​ທາດ​ສີ​ໂຄດ​ຕະບອງ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ທີ່ສະໂມສອນເມືອງທ່າແຂກ ແຂວງ ຄໍາມ່ວນ ໂດຍການເປັນປະທານ ຂອງຮອງເຈົ້າແຂວງ ຄໍາມ່ວນ, ປະທານຈັດງານບຸນ​ນະມັດສະການ​ພະ​ທາດ​ສີ​ໂຄດ​ຕະບອງ​…

ບໍ່ນໍ້າຮ້ອນປຸ່ງເລາະແຂວງບໍ່ແກ້ວໄດ້ຮັບຄວາມ ນິຍົມຈາກນັກທ່ອງທ່ຽວລາວ ແລະ ຕ່າງປະເທດ

ບໍ່ນໍ້າຮ້ອນປຸ່ງເລາະເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ສວຍສົດງົດງາມ, ເປັນບໍ່ນໍ້າຮ້ອນທີ່ ເກີດຂຶ້ນຢູ່ທ່າມກາງຄວາມເຢັນຂອງແມ່ນໍ້າ, ເປັນສິ່ງມະຫັດສະຈັນຫຼາຍ ໂດຍບໍ່ນໍ້າຮ້ອນນີ້ຕັ້ງ ຢູ່ບ້ານປຸ່ງເລາະ ເມືອງເມິງ ແຂວງບໍ່ແກ້ວ ຊຶ່ງເປັນເຂດແດນລະຫວ່າງເມືອງເມິງ ແລະ ເມືອງຕົ້ນເຜິ້ງ ຫ່າງຈາກເທສະບານເມືອງ 62 ກິໂລແມັດ ແລະ ຈາກການທີ່ຕັ້ງຢູ່ເຂດແດນລະຫວ່າງ 2 ເມືອງ.  ປັດຈຸບັນເຂດດັ່ງກ່າວໄດ້ມີບໍລິສັດເຂົ້າ ມາສໍາປະທານ…

ບານເຕະຍິງລາວ ຕິດ 1 ໃນ 34 ທີມຮ່ວມແຂ່ງ​ຂັນ​ຊີງ​ແຊັມ​ອາ​ຊີ 2022

ສະຫະ​ພັນ​ບານ​ເຕະ​ແຫ່ງ​ຊາດລາວ (ສຕລ) ແຈ້ງໃຫ້ຊາບຫວ່າງບໍ່ດົນມານີ້ວ່າ: ສະ​ຫະ​ພັນ​ບານ​ເຕະ​ອາ​ຊີ AFC ໄດ້ປະ​ກ​າດ​ລາຍ​ຊື່ 34 ທີມ​ເຂົ້າ​ຮ່ວມ​ ການ​ແຂ່ງ​ຂັນ​ບານ​ເຕະ​ຍິງ​ ຊີງ​ແຊັມ​ອາ​ຊີ 2022 ຮອບ​ຄັດ​ເລືອກ​ AFC Women’s Asian Cup 2022, ໂດຍສະເພາະນັກກິລາບານເຕະຍິງທິມຊາດລາວ ຊຸດໃຫ່ຍ ຕິດ…

ທ່ານເກຍ ອູ໊ສິດທິເດດ ຜູ້ທີ່ຫັນປຽ່ນຊີວິດຄົນຂໍທານຢູ່ແຂວງສະຫວັນນະເຂດ

ທ່ານເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນ ໂລມາຄໍາໄດ້ໃຊ້ຊັບສິນສ່ວນຕົວ ເພື່ອປະກອບສ່ວນແກ້ໄຂຄວາມທຸກຍາກຂອງ ປະຊາຊົນຢູ່ບ້ານຄໍາປ່າແໜ ເມືອງຊົນນະບູລີ ແລະ ບ້ານປ່າກ້ວຍ ເມືອງຈໍາພອນ ແຂວງສະຫວັນນະເຂດ ລວມ 261 ຄອບຄົວ ທີ່ດໍາລົງຊີວິດແບບເລື່ອນລອຍ ຫຼື ຂໍທານ ຫັນມາສຸມໃສ່ການປູກຝັງ…

ເຂດພາກເໜືອຍັງຈະສຶບຕໍ່ໜາວເຢັນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ວ່າ: ນັບແຕ່ມື້ນີ້ ຮອດວັນທີ 24 ມັງກອນ 2021, ສະພາບອາກາດຍັງຈະໜາວເຢັນຫຼາຍຢູ່ພາກເໜືອ ເຂດພູສູງ, ພູດອຍ ແລະ ຮ່ອມພູ ໃນບັນດາແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ…

ແຮງງານລາວຈຳນວນ 85 ຄົນ ກັບຈາກໄທໂດຍຜ່ານເມືອງສອງຄອນ

ອໍານາດການປົກຄອງເມືອງສອງຄອນ ແຂວງສະຫວັນນະເຂດແຈ້ງໃຫ້ຮູ້ວ່າ: ພາຍຫຼັງທີ່ພົບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ໄທໂດຍມີຜູ້ຕິດເຊື້ອພະຍາດນີ້ເພີ່ມຂຶ້ນແຕ່ລະວັນໄດ້ເຮັດໃຫ້ແຮງງານລາວຢູ່ໄທກັບຄືນມາປະເທດເປັນຈໍານວນຫຼາຍ, ສະເພາະຢູ່ເມືອງສອງຄອນ ຍັງມີແຮງງານລາວທີ່ໄປເຮັດວຽກຢູ່ປະເທດໄທກັບຄືນມາປະເທດລາວ ຊຶ່ງມີທັງການລັກລອບມາແບບຜິດກົດ ໝາຍ ແລະ ຂໍອະນຸຍາດກັບຄືນມາໂດຍທີ່ທາງເຈົ້າໜ້າທີ່ໄປຮັບເອົາຢູ່ເບື້ອງຝັ່ງປະເທດໄທ ແລະ ໃນໄລຍະຕົ້ນເດືອນມັງກອນນີ້ມີຈຳນວນ 85 ຄົນແລ້ວທີ່ກັບມາ. ທ່ານພັນເອກ ລໍາຄູນ ວໍລະວົງ ເຈົ້າເມືອງສອງຄອນ ແຂວງສະຫວັນນະເຂດໄດ້ກ່າວຕໍ່ທີມງານວຽງຈັນທາຍໃນຕອນເຊົ້າຂອງວັນທີ 19…