ລາວພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນ

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ຕາງໜ້າໂດຍທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກໄດ້ຖະແຫຼງຂ່າວເມື່ອວັນທີ 25 ມັງກອນ 2021 ນີ້ວ່າ: ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19…

ແຂວງ ບໍ່ແກ້ວເລື່ອນການເຂົ້າ ຮຽນຂອງຊັ້ນອະນຸບານ ແລະ ປະຖົມສຶກສາ ໄປເຂົ້າຮຽນໃນວັນທີ 1 ກຸມພາ ນີ້

ເພື່ອ ເປັນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ລະບາດເຂົ້າໃນໂຮງຮຽນ, ໃນຂະແໜງການສຶກສາ ແລະ ກິລາ ແລະ ໃນແຂວງ ບໍ່ແກ້ວ, ເນື່ອງຈາກມີຂ່າວຄົນຈີນທີ່ຕິດເຊື້ອພະຍາດໂຄວິດ-19 ລັກລອບເຂົ້າແຂວງ,       ພະແນກສຶກສາທິການ ແລະ  ກິລາ  ແຂວງ ບໍ່ແກ້ວໄດ້ອອກແຈ້ງການຫວ່າງບໍ່ດົນມານີ້…

ແຮງງານລາວທີ່ລັກລອບກັບຄືນປະເທດແບບຜິດກົດໝາຍອາດນໍາເຊື້ອພະຍາດໂຄວິດ-19 ມາລະບາດຢູ່ພາຍໃນປະເທດແບບບໍ່ຮູ້ຕົວ

ຄະນະສະເພາະກິດຕ້ານໂຄວິດ-19 ມີຄວາມກັງວົນຕໍ່ແຮງງານລາວ ແລະ ຕ່າງປະເທດທີ່ລັກລອບເຂົ້າມາ ສປປ ລາວແບບຜິດກົດໝາຍຊຶ່ງອາດນໍາເຊື້ອພະຍາດໂຄວິດ-19 ມາລະບາດຢູ່ໃນຂົງເຂດ ແລະ ອາດຈະແຜ່ລະບາດເປັນວົງກວ້າງຢູ່ ພາຍໃນປະເທດເພາະໃນໄລຍະທີ່ຜ່ານມາກໍ່ມີປະກົດການພົບຜູ້ຕິດເຊື້ອພະຍາດດັ່ງກ່າວມາແລ້ວທີ່ລັກລອບເຂົ້າເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວຈົນນໍາມາສູ່ການປິດເມືອງ ໂດຍສະເພາະໃນໄລຍະນີ້ແມ່ນບຸນປີໃໝ່ຊາວຈີນ ແລະ ຫວຽດນາມຊຶ່ງອາດຈະມີການລັກລອບເຂົ້າອອກຂອງແຮງງານຕ່າງປະເທດ. ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວເມື່ອບໍ່ດົນມານີ້ວ່າ:​ ການປ້ອງກັນແຮງງານລາວທີ່ໄປຂາຍແຮງງານຢູ່ບັນດາປະເທດອອ້ມຂ້າງ…

ອະນຸສາວະລີ ພຣະເຈົ້າໄຊຍະເສດຖາທິລາດໄດ້ມອບໃຫ້ອໍານາດການປົກຄອງແຂວງອັດຕະປື ເປັນຜູ້ດູແລຮັກສາ

ບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ ຈໍາກັດ ຊຶ່ງເປັນບໍ ລິສັດທີ່ສະໜັບສະໜູນໂຄງການຫລໍ່ຮູບປັ້ນພຣະເຈົ້າໄຊຍະເສດຖາທິລາດ ແລະ ກໍ່ສ້າງອະນຸສາວະລີ ພຣະເຈົ້າໄຊຍະເສດຖາທິລາດ ຢູ່ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ຈັດພິທີມອບ-ຮັບໃຫ້ ອໍານາດການປົກຄອງແຂວງອັດຕະປືໃນມື້ວັນທີ 24 ມັງກອນ 2021 ນີ້ ເນື່ອງໃນໂອກາດງານສົມໂພດອະນຸສາວະລີດັ່ງກ່າວ ຊຶ່ງກ່າວມອບໂດຍ ທ່ານ ປະທານບໍລິສັດວັງຕັດ…

ອັດຕະປືຈະປິດແຂວງຖ້າມີກໍລະນີແຂວງໃກ້ຄຽງມີການແຜ່ລະບາດຂອງພະຍາດໂຄວິດ-19 ເພີ່ມຂຶ້ນຈາກ 1 ເປັນ 2 ຈາກ 2 ຫຼື 3

ອໍານາດການປົກຄອງແຂວງອັດຕະປື ແຈ້ງໃຫ້ຮູ້ວ່າ: ເພື່ອເປັນການປ້ອງກັນພະຍາດໂຄວິດ-19 ທີ່ຍັງມີການແຜ່ລະບາດຢູ່ປະເທດອ້ອມຂ້າງ ແລະ ໃນໂລກ, ອໍານາດການປົກຄອງແຂວງອັດຕະປືໄດ້ອະນຸຍາດໃຫ້ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດຂັ້ນແຂວງອັດຕະປືສາມາດອອກແຈ້ງການປິດ(ລ໋ອກດາວ) ເເຂວງອັດຕະປືໄດ້ແບບອັດຕະໂນມັດ ໃນກໍລະນີຖ້າພົບວ່າຢູ່ແຂວງໃກ້ຄຽງມີການແຜ່ລະບາດຂອງພະຍາດໂຄວິດ-19 ເພີ່ມຂຶ້ນຈາກ 1 ເປັນ 2 ຈາກ 2 ຫຼື 3.…

ງານສົມໂພດ ຮູບປັ້ນພຣະເຈົ້າໄຊຍະເສດ ຖາທິລາດໄດ້ຈັດແບບກະທັດຮັດ

ອໍານາດການປົກຄອງແຂວງອັດຕະປື ແລະ ບໍລິສັດວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ ຊຶ່ງເປັນບໍລິສັດທີ່ສະໜັບສະໜູນໂຄງການຫຼໍ່ຮູບປັ້ນພຣະເຈົ້າໄຊຍະເສດຖາທິລາດ ແລະ ໂຄງການກໍ່ສ້າງອະນຸສາວະລີ ພຣະເຈົ້າໄຊຍະເສດຖາທິລາດ ຮ່ວມກັນຈັດງານສົມໂພດ ຫຼື ງານສູດຮູບປັ້ນພຣະເຈົ້າໄຊຍະເສດຖາທິລາດຊົງປະທັບຊ້າງເພື່ອປະດິດສະຖານໄວ້ທີ່ອະນຸສາວະລີ ທີ່ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື ເພື່ອໃຫ້ປະຊາຊົນແຂວງອັດຕະປືໄດ້ກາບໄຫວ້ ແລະ ບູຊາ, ຊຶ່ງງານສົມໂພດດັ່ງກ່າວໄດ້ຈັດຂຶ້ນນັບແຕ່ວັນທີ 23…

2 ລ້ານກວ່າຄົນແລ້ວທີ່ເສຍຊີວິດຈາກ ພະຍາດໂຄວິດ-19 ໃນທົ່ວໂລກ

ສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ບັນດາປະເທດໃກ້ຄຽງ ແລະ ໃນໂລກຍັງບໍ່ຮູ້ວ່າຈະສິ້ນສຸດມື້ໃດ ເວລາໃດເພາະຍັງມີການລະບາດເປັນວົງກວ້າງຢູ່. ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ລາຍງານສະພາບການລະບາດຂອງພະຍາດດັ່ງ ກ່າວເມື່ອວັນທີ 22 ມັງກອນ 2021 ວ່າ: ມາຮອດວັນທີ 22 ມັງກອນ…

ດ່ານສາກົນຂົວມິດຕະພາບ 3 ເກັບລາຍຮັບບໍ່ໄດ້ຕາມແຜນ

ເຈົ້າໜ້າທີ່ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 3 ແຂວງຄໍາມ່ວນແຈ້ງໃຫ້ຮູ້ວ່າ: ສະເພາະປີ 2020 ຜ່ານມານີ້ການເກັບລາຍຮັບຢູ່ດ່ານດັ່ງກ່າວບໍ່ໄດ້ຕາມແຜນທີ່ວາງໄວ້ ຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ໃນຕົ້ນປີ. ທ່ານລັດຖາວົງ ຈະເລີນສັກ ຮອງຫົວໜ້າດ່ານສາກົນ ຂົວມິດຕະພາບ 3 ໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອວັນທີ 22 ມັງກອນ 2021 ທີ່ຜ່ານມາວ່າ: ສໍາລັບປີ…

ສະຫະພັນບານເຕະແຫ່ງຊາດລາວຈະສ້າງສູນຝຶກບານເຕະ ຈໍາປີ-ຈໍາປາ

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ມີແຜນຈະສ້າງ ສູນຝຶກບານເຕະ ຈໍາປີ-ຈໍາປາ ເພື່ອເປັນບ່ອນຝຶກແອບໃຫ້ກັບນັກກິລາອະນຸຊົນ, ເຍົາວະຊົນ ໄດ້​ມີ​ໂອ​ກາດ​ໃນ​ການຫຼິ້ນ​ກິລາ ໃຫ້ມີທັກສະການເຕະບານ ແລະ ກິດຈະກໍາຕ່າງໆ ເພື່ອ​ສ້າງ​ນັກ​ກິ​ລາ​ຮຸ່ນ​ສືບ​ທອດ​ໃນ​ອະ​ນາ​ຄົດ. ພ້ອມ​ດຽວ​ກັນ​ນັ້ນ​, ສຕລ ຈະສ້າງຕັ້ງໜ່ວຍງານການຝຶກສອນທັກສະກິລາບານເຕະຂັ້ນພື້ນຖານ ໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ຜະລິດແຈກຢາຍຄູ່ມືຝຶກແອບເຕະ​ບານ ຈໍາປີ-ຈໍາປາ ​ຂັ້ນພື້ນ​ຖານແບບ​ຖືກວິ​ທີ​ເປັນ​ພາ​ສາ​ລາວ…

ບ້ານອອມ ເມືອງອານຸວົງ ຈະກາຍເປັນບ້ານພັກແຮມນຳປະຊາຊົນ ໃນອະນາຄົດ

ບ້ານອອມ ເມືອງອານຸວົງ ແຂວງໄຊສົມບູນ ຈະກາຍເປັນບ້ານທ່ອງທ່ຽວແບບພັກແຮມນຳປະຊາຊົນ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ເພື່ອເຮັດໃຫ້ປະຊາຊົນຊາວບ້ານອອມ ໄດ້ມີວຽກເຮັດງານທຳ, ມີລາຍຮັບເພີ່ມຂຶ້ນ, ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ຊຶ່ງປັດຈຸບັນນີ້ ບ້ານອອມໄດ້ຖືກຄັດເລືອກໃຫ້ເປັນຕົວແບບ ໃນການທົດລອງການຜະລິດກະສິກຳແບບຄົບວົງຈອນຂອງຄະນະພັດທະນາຈຸດສຸມໃຈກາງ ແຂວງໄຊສົມບູນ. ກອງປະຊຸມເຜີຍແຜ່ເງື່ອນໄຂໃນການສ້າງ ແລະ ດຳເນີນກິດຈະການທ່ອງທ່ຽວແບບພັກແຮມນຳປະຊາຊົນ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຂອງບ້ານອອມ…