7 ວຽກງານທີ່ປະທານປະເທດເນັ້ນໃຫ້ກຳລັງປ້ອງກັນຄວາມສະຫງົບຕ້ອງເລັ່ງແກ້ໄຂຮີບດ່ວນ

ການຕໍ່ຕ້ານ, ປ້ອງກັນ ແລະ ສະກັດກັ້ນກຸ່ມຄົນທີ່ໃຊ້ສື່ອອນລາຍເພື່ອສ້າງຄວາມແຕກແຍກຕໍ່ກັບ ຄວາມສາມັກຄີຂອງຊາດ ແມ່ນ 1 ໃນ 7 ວຽກງານທີ່ທ່ານທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເນັ້ນໃຫ້ ກຳລັງປ້ອງກັນຄວາມສະຫງົບເອົາ ໃຈໃສ່ເປັນພິເສດເພື່ອໃຫ້ສັງຄົມມີຄວາມສະຫງົບສຸກ. ທ່ານ ທອງລຸນ ສີສຸລິດ…

ແຂວງບໍ່ແກ້ວ ໃຫ້ຈັດງານຕ່າງໆແບບກະທັດຮັດ ຕາມຮີດຄອງປະເພນີ ໃນໄລຍະບຸນປີໃໝ່ລາວ

ຫ້ອງວ່າການແຂວງບໍ່ແກ້ວ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ວ່າ: ການສະເຫຼີມສະຫຼອງບຸນປີໃໝ່ລາວ ປີ ພສ 2564 (ຄສ 2021) ລະຫວ່າງວັນທີ 14,15 ແລະ 16 ເມສາ 2021 ນີ້ ແມ່ນໃຫ້ປະຕິບັດໃນຂອບເຂດຂອງຮີດຄອງປະເພນີ ແລະ ຂະນົບທໍານຽມອັນດີງາມ ຊຶ່ງໃຫ້ຈັດຂຶ້ນຢູ່ພາຍໃນຄອບຄົວ, ສໍານັກງານອົງການ,…

ຜູ້ລັກລອບເຂົ້າເມືອງແບບຜິດກົດໝາຍອາດຈະເປັນຜູ້ນຳເຊື້ອພະຍາດໂຄວິດ-19 ມາແຜ່ເຊື້ອຕໍ່ຄອບຄົວ ແລະ ຊຸມຊົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຮຽກຮ້ອງໃຫ້ຜູ້ພົບເຫັນການລັກລອບເຂົ້າປະເທດຂອງຄົນລາວ ຫຼື ຄົນຕ່າງປະເທດ ແບບຜິດກົດໝາຍສາມາດແຈ້ງນາຍບ້ານ, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແລະ ໂທສາຍດ່ວນກະຊວງສາທາລະນະສຸກທີ່ເບີ 165 ແລະ 166 ເພື່ອເປັນການ ປ້ອງກັນການ ແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຍັງແຜ່ລະບາດຢູ່ປະເທດອ້ອມຂ້າງ ສປປ ລາວ.…

ອ້າຍນ້ອງທະຫານ, ຕໍາຫຼວດ ແລະ ໜ່ວຍກູ້ໄພຫຼາຍສີບ ຄົນກໍາລັງເລັ່ງຊອກຄົ້ນຫາຜູ້ສູນຫາຍຈາກເຮືອຫຼົ້ມທີ່ອ່າງນໍ້າງື່ມ

ຈາກກໍລະນີເກີດອຸບັດເຫດເຮືອຫຼົ້ມຢູ່ອ່າງນໍ້າງື່ມ ຢູ່ເມືອງທຸລະຄົມ ແຂວງວຽງຈັນ ເມື່ອເວລາປະມານ 10 ໂມງ 30 ຂອງວັນທີ 4 ເມສາ 2021 ນີ້, ຮອດປັດຈຸບັນນີ້ນັກ ກູ້ໄພລວມທັງອ້າຍນ້ອງທະຫານ ແລະ ຕໍາຫຼວດສາມາດ ຊ່ວຍເຫຼືອຜູ້ລອດຊີວິດໄດ້ໝົດທຸກຄົນແລ້ວ ຊຶ່ງກໍາລັງເລັ່ງຄົ້ນຫາຜູ້ສູນຫາຍ. ອີງຕາມ ຖວທ…

ອົງການປົກຄອງນະຄອນຫຼວງວຽງຈັນສຸມໃສ່ 6 ວຽກງານທີ່ສຳຄັນສຳລັບການພັດທະນາໃນ 5 ປີຕໍ່ໜ້າ

ປະກົດການຫຍໍ້ທໍ້ທີ່ເກີດຢູ່ຕາມເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ ຫາ ວັງວຽງ ແມ່ນ1 ໃນ 5 ບັນຫາທີ່ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງແກ້ໄຂໃນແຜນ 5 ປີຕໍ່ໜ້າ. ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຄົນໃໝ່ ໄດ້ຂຶ້ນລາຍງານແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 5…

ໄຟໄໝ້ລາມປ່າສ່ວນຫຼາຍແມ່ນເກີດຢູ່ແຂວງອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ ແລະ ແຂວງໄຊຍະບູລີ

ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ໃຫ້ຮູ້ວ່າ: ໄຟໄໝ້ລາມປ່າໃນໄລຍະຜ່ານມາສວ່ນຫຼາຍແມ່ນເກີດ ຈາກປະຊາຊົນຈຳນວນໜຶ່ງລະເມີດຖາງປ່າເຮັດໄຮ່, ຈູດໄຮ່, ຈູດຄັງລ້ຽງສັດ ແລະ ບຸກຄົນຈຳນວນ ໜຶ່ງເຂົ້າປ່າຫາກິນໄດ້ດັງໄຟແຕ່ບໍ່ດັບມອດ ຊຶ່ງສ່ວນຫຼາຍແມ່ນເກີດຢູ່ແຂວງອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ ແລະ ແຂວງໄຊຍະບູລີ. ສະເພາະປີ 2020 ຜ່ານມາ,…

ລັດຖະບານລາວຕ້ອງການຖືຮຸ້ນຈໍານວນ 60% ໃນບໍລິສັດຮຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດນາມ

ຄະນະກໍາມະການຮ່ວມມື ລາວ-ຫວຽດນາມໄດ້ຈັດກອງປະຊຸມປຶກສາຫາລື ເມື່ອວັນທີ 1-2 ເມສາ 2021 ທີ່ຜ່ານມາທິ່ຫ້ອງປະຊຸມຂອງດ່ານຊາຍແດນສາກົນ ແດນສະຫວັນ – ລາວບ່າວ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ຄຳເຜີຍ ແກ້ວກິນນາລີ ຮອງປະທານ ຜູ້ປະຈໍາການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ພ້ອມດ້ວຍຄະນະວິຊາການຝ່າຍລາວ ແລະ ທ່ານ…

ລັດຖະບານຝຣັ່ງ ແລະ ອົງການອາຫານໂລກ ຮ່ວມມື ປັບປຸງດ້ານສະບຽງອາຫານ ໂພຊະນາການ ຢູ່ແຂວງ ຜົ້ງສາລີ

ລັດຖະບານແຫ່ງປະເທດຝຣັ່ງ  ແລະ ອົງການອາຫານໂລກ ເຊັນສັນຍາຮ່ວມມືກັນປັບປຸງ ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການຢູ່ແຂວງຜົ້ງສາລີ  ຊຶ່ງພິທີເຊັນສັນຍາ ໄດ້ຈັດຂື້ນໃນວັນທີ 1 ມີນາ 2021 ຜ່ານມານີ້ ຢູ່ຫ້ອງວ່າການແຂວງ, ຮ່ວມລົງນາມໂດຍ ທ່ານ ນາງ ຟລໍຣັອງ ຊັອງບລັອງ-ຣີສແລກ​ ເອກອັກຄະລັດຖະທູດຝຣັ່ງ…

ກະຊວງສາທາລະນະສຸກເລີ່ມເປີດລົງທະບຽນໃຫ້ກຸ່ມເປົ້າໝາຍ ຮັບວັກຊີນກັນພະຍາດໂຄວິດ-19 ຟຣີ ແລ້ວ

ກະຊວງສາທາລະນະສຸກໄດ້ອອກແຈ້ງການເຊີນປະຊາຊົນໃນບັນດາກຸ່ມເປົ້າໝາຍຄື: ບຸກຄະລາກອນທາງການແພດ, ຜູ້ສູງອາຍຸ, ຜູ້ທີ່ເປັນພະຍາດຊໍ້າເຮື້ອ, ບຸກຄະລາກອນອື່ນທີ່ມີຄວາມສ່ຽງສູງ ບຸກຄົນທີ່ຈໍາເປັນຕ້ອງ ເດີນທາງ ເຂົ້າ-ອອກ ປະເທດສາມາດມາລົງທະບຽນຮັບວັກຊີນກັນພະຍາດໂຄວິດ-19 ທີ່ໂຮງໝໍ ມິດຕະພາບ, ນະຄອນຫຼວງ ວຽງຈັນນັບແຕ່ມື້ວັນທີ 2 ເມສາ 2021 ເວລາ 11 ໂມງເຊົ້າ ຫາ…

ເຈົ້າແຂວງອັດຕະປື ເນັ້ນໃຫ້ອໍານາດການປົກຄອງເມືອງພູວົງເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກຳໃຫ້ກາຍເປັນສິນຄ້າ

ເນື່ອງໃນໂອກາດທີ່ ທ່ານ ເລັດ ໄຊຍະພອນ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງອັດຕະປື ແລະ ຄະນະໄດ້ລົງເຄື່ອນໄຫວວຽກງານຢູ່ເມືອງພູວົງ ແຂວງອັດຕະປື ເມື່ອບໍ່ດົນມານີ້, ທ່ານໄດ້ເນັ້ນໃຫ້ຄະນະນໍາ ເມືອງພູວົງ ສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງເມືອງຕົນ, ໂດຍສະເພາະການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ເກີດຜົນເປັນຈິງ, ຜັນຂະຫຍາຍເປັນແຜນວຽກລະອຽດ ໃຫ້ທຸກຂະແໜງການຂອງເມືອງສົມທົບກັບພາກສ່ວນກ່ຽວຂ້ອງຂອງແຂວງ, ນໍາເອົາແຜນວຽກລົງໄປຈັດຕັ້ງປະຕິບັດຢູ່ບ້ານ…