ແຂວງ ຫຼວງນ້ຳທາ ທຳລາຍສວນຝິ່ນ ທີ່ລັກລອບປູກ ປະມານ 2,5 ເຮັກຕາ

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງສິງ ແລະ ປກສ ເມືອງລອງ ແຂວງ ຫຼວງນໍ້າທາ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ທໍາລາຍສວນຝິ່ນທີ່ລັກລອບປູກຂອງປະຊາຊົນຢູ່ ຈຸດເຊື່ອມຕໍ່ລະຫວ່າງເມືອງສິງ ແລະ ເມືອງລອງ ຄື: 6 ຄອບຄົວ ຢູ່ເຂດບ້ານ ສົມປານໃໝ່, ບ້ານສາມສົບ…

ກະຊວງປ້ອງກັນປະເທດສ້າງຕັ້ງບໍລິສັດຮ່ວມທຶນກະສິກໍາ ແລະ ລ້ຽງສັດ ສົ່ງອອກ ສປ ຈີນ

ກົມຜະລິດ-ກະສິກໍາ ກົມໃຫຍ່ພະລາທິການ ກະຊວງປ້ອງກັນປະເທດ ຮ່ວມກັບ ບໍລິສັດ ສາງຈ່ຽງການລົງທຶນລາວ ຈໍາກັດຜູ້ດຽວ ເຊັນສັນຍາ ສ້າງຕັ້ງບໍລິສັດ ຮ່ວມທຶນກະສິກໍາຄົບວົງຈອນ ເພື່ອສົ່ງເສີມເສດຖະກິດດ້ານກະສິກຳ ແລະ ການລ້ຽງສັດ, ໂດຍສະເພາະ ການຮ່ວມມືສອງຝ່າຍ ແມ່ນແນໃສ່ເພື່ອສົ່ງອອກງົວໄປ ສປ ຈີນ ໃຫ້ບັນລຸເປົ້າໝາຍ 400.000…

ປກສ ເມືອງວິລະບູລີ ຢຶດອາວຸດລ່າສັດປ່າ ແລະ ໝໍ້ຊ໋ອດສັດນໍ້າທີ່ຜິດກົດໝາຍ

ເຈົ້າໜ້າທີ່ ປກສ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ຢຶດປືນແກັບຈໍານວນ 760 ກະບອກ ພ້ອມດ້ວຍ ລູກຂີ້ກົ່ວ ແລະ ໝື້ ແລະ ໝໍ້ຊ໋ອດຈໍານວນໜຶ່ງ ທີ່ບໍ່ຖືກຕ້ອງຕາມກົດໝາຍຈາກປະຊາຊົນພາຍໃນເມືອງ ວິລະບູລີ. ການຢຶດວັດຖຸດັ່ງກ່າວກໍ່ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍພາຍໃນເມືອງວິລະບູລີ ໂດຍສະເພາະເປັນການປົກປັກຮັກຮັກສາສັດປ່າຫວງຫ້າມ ແລະ ຢຸດເຊົາການລ່າເນື້ອແບບຊະຊາຍ ແລະ…

ເຊກອງ ກຽມຫັນປ່ຽນຮອບດ້ານດ້ວຍການປັບປຸງໂຄງສ້າງເສດຖະກິດ

ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ (2021-2025) ຈະມີແຜນການພັດທະນາຢ່າງຮອບດ້ານດ້ວຍການປັບປຸງໂຄງສ້າງເສດຖະກິດໂດຍການເສີມຂະຫຍາຍ ແລະ ນໍາໃຊ້ທ່າແຮງທີ່ບົ່ມຊ້ອນ, ຍົກສູງກໍາລັງແຮງພັດທະນາໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ຮັບປະກັນການຜະລິດທີ່ສະອາດປອດສານພິດຕາມທິດສີຂຽວ ແລະ ຍືນຍົງ, ສົ່ງເສີມການລົງທຶນ, ພັດທະນາອຸດສາຫະກໍາ, ການຄ້າ, ການທ່ອງທ່ຽວ ໃຫ້ໄດ້ຄຸນນະພາບຕິດພັນກັບການພັດທະນາສັງຄົມຕາມແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ. ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ…

ການແຂ່ງຂັນແລ່ນ-ລານ ແນໃສ່ພັດທະ ນານັກກິລາຮຸ່ນໃໝ່ ຈະເລີ່ມມື້ອື່ນນີ້

ສະຫະພັນແລ່ນ-ລານແຫ່ງຊາດລາວ ຈະຈັດການແຂ່ງຂັນແລ່ນ-ລານ ທົ່ວປະເທດ ປະຈໍາປີ 2021 ລະຫວ່າງວັນທີ 28-30 ມັງກອນ 2021, ຢູ່ສະຖາບັນກິລາ-ກາຍຍະກໍາ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ຊຶ່ງການແຂ່ງຂັນລາຍການນີ້ ເນັ້ນໃສ່ພັດທະນາ ນັກກິລາຮຸ່ນໃໜ່ ທີ່ມີພອນສະຫວັນດ້ານກິລາ ເພື່ອກຽມເປັນນັກກິລາຮຸ່ນສືບທອດ ແລະ ຮ່ວມການແຂ່ງຂັນກິລາລະດັບສາກົນໃນອະນາຄົດ.…

ເມືອງ ຕົ້ນເຜິ້ງ ຢຶດສິນຄ້າທີ່ນໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍຈາກປະເທດໄທ

ເຈົ້າໜ້າທີ່ ປກສ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ໄດ້ ຮັບແຈ້ງຈາກພົນລະເມືອງດີ ໃນຕອນເຊົ້າ ວັນທີ 26 ມັງກອນ 2021 ຜ່ານມານີ້ວ່າ: ໄດ້ມີການລັກ ລອບ ນໍາເຂົ້າສິນຄ້າທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍຈາກປະເທດໄທ ເຂົ້າມາທາງເຂດດອນເຜິ້ງ ເມືຶອງ ຕົ້ນເຜິ້ງ…

ເຮືອນ 496 ຫຼັງ ຈາກ 700 ຫຼັງທີ່ສ້າງໃຫ້ຜູ້ປະສົບໄພຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຈະສໍາເລັດການກໍ່ສ້າງພາຍໃນປີນີ້

ອໍານວຍການບໍລິສັດວັນແສງ ພັດທະນາຈໍາກັດ ຜູ້ດຽວ ຊຶ່ງເປັນບໍລິສັດທີ່ໄດ້ຮັບສໍາປະທານ ກໍ່ສ້າງເຮືອນຖາວອນ 700 ຫຼັງໃຫ້ຜູ້ປະສົບໄພ ຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນປີ 2018 ທີ່ຜ່ານມາໂດຍໄດ້ຍົກຍ້າຍມາຢູ່ສະຖານ ທີ່ໃໝ່ ຫຼື ຢູ່ເຂດໂນນສູງນັ້ນໄດ້ຢືນຢັນວ່າເຮືອນ 496 ຫຼັງ ຂອງຈຳນວນທັງໝົດ 700…

ສະພາບອາກາດ ຍັງຈະສຶບຕໍ່ໜາວເຢັນຢູ່ທົ່ວໄປໃນແຕ່ລະພາກ ຈົນຮອດທ້າຍເດືອນນີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ວ່າ: ໃນໄລຍະວັນທີ 28-31 ມັງກອນ 2021, ສະພາບອາກາດຍັງຈະໜາວເຢັນລົງຢູ່ທົ່ວໄປໃນແຕ່ລະພາກ, ຍ້ອນມວນອາກາດເຢັນທີ່ປະເທດຈີນ​ ຈະເພີ່ມກຳລັງແຮງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ຫາ ແຮງ, ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່. ສະເພາະຢູ່ແຂວງພາກເໜືອ ອາກາດຍັງຈະໜາວເຢັນຫຼາຍ, ເຂດພູສູງ ແລະ ພູດອຍ,…

ແຂວງ​ ຈໍາປາສັກເສຍຊີວິດ 100 ກວ່າຄົນ ຍ້ອນອຸບັດເຫດ ບົນທ້ອງຖະໜົນ

​ສໍາລັບ ປີ 2020 ຜ່ານມານີ້ ແຂວງ​ ຈໍາປາສັກ ມີ​ອຸ​ບັດເຫດ​ບົນທ້ອງຖະໜົນ ເກີດ​ຂຶ້ນ​ທັງ​ໝົດ 976 ກໍລະນີ ແລະ ມີຜູ້ເສຍຊີວິດແລ້ວ 122 ຄົນ (ຍິງ 28 ຄົນ), ຊຶ່ງອຸບັດເຫດທີ່ເກີດຂື້ນສ່ວນໃຫຍ່ ແມ່ນຍ້ອນ​ນັກ​ຂັບ​ຂີ່​ບໍ່​ປະຕິບັດ​ກົດ​ລະບຽບ​ຈະ​ລາ​ຈອນ​ເປັນຕົ້ນແມ່ນ​ເກີດ​ຈາກ​ການ​ດື່ມ​ສິ່ງ​ມຶນ​ເມົາ ແລ້ວ​ຂັບຂີ່ໄວເກີນກໍານົດ,…

ລາຍຮັບຂອງການບິນລາວຫຼຸດລົງ 70%

ລາຍຮັບຂອງບໍລິສັດການບິນລາວໃນປີ 2020 ຫຼຸດລົງ 70% ຖ້າທຽບກັບ ປີ 2019, ນອກຈາກນີ້ ການຂາຍຂອງຕົວແທນກໍ່ຫຼຸດລົງແບບຫນ້າຕົກໃຈເຊັ່ນກັນ ຈາກ 31 ລ້ານໂດລາ ໃນປີ 2019 ເຫຼືອພຽງ 13ລ້ານໂດລາ ໃນປີ 2020 ຊຶ່ງຂໍ້ມູນດັ່ງກ່າວນີ້ແມ່ນໄດ້ຖືກລາຍງານໂດຍລັດວິສາຫະກິດການບິນລາວ ໃນກອງປະຊຸມລະຫວ່າງການບິນລາວ…