ລາວ ຈະສຸມໃສ່ພັດທະນາການທ່ອງທ່ຽວ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ
ສປປ ລາວ ມີຄວາມອຸດົມສົມບູນ ແລະ ມີທ່າແຮງສູງໃນການພັດທະນາການທ່ອງທ່ຽວ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ນອກນັ້ນ ຍັງມີຊັບພະຍາກອນການທ່ອງທ່ຽວທີ່ໂດດເດັ່ນ ສາມາດຍູ້ແຮງໃຫ້ຂະແໜງການຕ່າງໆທີ່ປິ່ນອ້ອມພັດທະນາຄວບຄູ່ກັນໄປ. ສະຫາຍ ອຸ່ນທວງ ຂາວພັນ ຄະນະປະຈໍາພັກ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ,…

