ກະຊວງການເງິນກຽມຮັບບຸກຄະລາກອນໃໝ່ເພື່ອປັບ ປຸງດ້ານຕ່າງໆຂອງຂະແໜງການເງິນ
ກະຊວງການເງິນໄດ້ແຈ້ງໃຫ້ຮູ້ວ່າ: ກະຊວງກໍາລັງຄັດເລືອກບຸກຄະລາກອນໃໝ່ດ້ານໄອທີ ແລະ ການເງິນ-ການບັນຊີເພື່ອກຽມບັນຈຸເປັນລັດຖະກອນ ໃໝ່ໃນກະຊວງການເງິນຈໍານວນ 30 ຄົນ, ຊຶ່ງຈະມີການສອບເສັງຄັດເລືອກຮອບ 2 ໃນວັນທີ 29 ສິງຫາທີ່ຈະມາເຖິງນີ້, ຫຼັງຈາກທີ່ມີການສອບເສັງຄັດເລືອກຮອບທີ 1 ໃນວັນທີ 15 ກໍລະກົດທີ່ຜ່ານມາ. ການສອບເສັງຄັດເລືອກຮອບ 2 ນີ້ຈະເອົາສະເພາະຜູ້ທີ່ຜ່ານ…

