ປະຊາຊົນບໍ່ເຫັນດີທີ່ຈະທຸບຕຶກເກົ່າຕະຫຼາດເຊົ້າ, ຊຶ່ງພວກເຂົາຢາກໃຫ້ຮັກສາໄວ້ເປັນມໍລະດົກອັນເກົ່າແກ່ຂອງຊາດ ?
ປະຊາຊົນລາວສ່ວນຫຼາຍແມ່ນໄດ້ເວົ້າເປັນຫາງສຽງດຽວກັນ ແລະ ມີຄໍາຖາມດຽວກັນວ່າ: ບໍ່ເຫັນດີທີ່ຈະທູບຕຶກເກົ່າຕະຫຼາດເຊົ້າ ມໍ1 ແລະ ມໍ2 ເພື່ອພັດທະນາໃໝ່ ແລະ ເປັນຫຍັງລັດຖະບານຄືບໍ່ຮັກສາຕຶກ ໄວ້ໃຫ້ເປັນມໍລະດົກຂອງຊາດ ເພາະຕຶກເກົ່າຕະຫຼາດເຊົ້ານີ້ຖືວ່າເປັນຕຶກເກົ່າແກ່ຄູ່ບ້ານຄູ່ເມືອງວຽງຈັນມາຫຼາຍສະຕະວັດແລ້ວ. ລັດຖະບານໄດ້ອະນຸຍາດໃຫ້ນັກລົງທຶນຈີນເມື່ອບໍ່ດົນມານີ້ ເພື່ອສໍາປະທານຕຶກຕະຫຼາດເຊົ້າດັ່ງກ່າວ ໂດຍແມ່ນ ບໍລິສັດ ຮົວຊິນ ພັດທະນາ ຈຳກັດ ຊຶ່ງມີອາຍຸສໍາປະທານ…

